ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
Master builder, when an individual has what ten qualities do I describe them as an invincible ascetic—accomplished in the skillful, excelling in the skillful, attained to the highest attainment? It’s when a mendicant has an adept’s right view, right thought, right speech, right action, right livelihood, right effort, right mindfulness, right immersion, right knowledge, and right freedom. When an individual has these ten qualities, I describe them as an invincible ascetic—accomplished in the skillful, excelling in the skillful, attained to the highest attainment.”
That is what the Buddha said. Satisfied, Pañcakaṅga the master builder was happy with what the Buddha said.
Samaṇamuṇḍikasutta MN 78 https://suttacentral.net/mn78
Translated by Bhikkhu Sujato
ສີລ ພຣົຕ ຊີວິຕ ພຣົມມະຈັນຍ໌
ຄັ້ງນັ້ນແລ ທ່ານພຣະອານົນທ໌ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສຖາມວ່າ:
ອານົນທ໌! ສີລ ພຣົຕ ຊີວິຕ ພຣົມມະຈັນຍ໌ ເຊິ່ງມີກາຣບຳຣຸງດີ ມີຜົລທຸກຢ່າງໄປຫລື?
ທ່ານພຣະອານົນທ໌ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໃນບັນຫາຂໍ້ນີ້ ບໍ່ຄວນແກ້ແຕ່ແງ່ດຽວ.
ອານົນທ໌! ຖ້າເຊັ່ນນັ້ນ ຈົ່ງຈຳແນກໄປ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເມື່ອບຸຄຄົລເສພສີລ ພຣົຕ ຊີວິຕ ພຣົມມະຈັນຍ໌ ເຊິ່ງມີກາຣບຳຣຸງດີ ອະກຸສົລທັມຈະເຣີນຫລາຍຍິ່ງຂຶ້ນ ກຸສົລທັມເສື່ອມໄປ, ສີລ ພຣົຕ ຊີວິຕ ພຣົມມະຈັນຍ໌ ເຊິ່ງມີກາຣບຳຣຸງດີເຫັນປານນີ້ນັ້ນບໍ່ມີຜົລ, ແຕ່ເມື່ອບຸຄຄົລເສພສີລ ພຣົຕ ຊີວິຕ ພຣົມມະຈັນຍ໌ ເຊິ່ງມີກາຣບຳຣຸງດີ ອະກຸສົລທັມເສື່ອມໄປ ກຸສົລທັມຈະເຣີນຫລາຍຍິ່ງຂຶ້ນ, ສີລ ພຣົຕ ຊີວິຕ ພຣົມມະຈັນຍ໌ ເຊິ່ງມີກາຣບຳຣຸງດີເຫັນປານນີ້ນັ້ນມີຜົລ.
ທ່ານພຣະອານົນທ໌ໄດ້ກຣາບທູລທັມປະຣິຍາຍນີ້ແລ້ວ ພຣະຜູ້ມີພຣະພາຄຊົງພໍພຣະທັຍ. ລຳດັບນັ້ນແລ ທ່ານພຣະອານົນທ໌ຄິດວ່າ ພຣະສາສດາຊົງພໍພຣະທັຍເຮົາ ຈຶ່ງລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວຫລີກໄປ.
ລຳດັບນັ້ນແລ ເມື່ອທ່ານພຣະອານົນທ໌ຫລີກໄປໄດ້ບໍ່ນານ ພຣະຜູ້ມີພຣະພາຄໄດ້ຕຣັສກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ອານົນທ໌ຍັງເປັນພຣະເສຂະ ແຕ່ຈະຫາຜູ້ທີ່ສະເໝີເຂົາທາງປັນຍາບໍ່ໄດ້ງ່າຍເລີຍ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໑໓-໒໑໔/໕໑໘
ຊານຸສະໂສນີພຣາມນ໌ທູລຖາມເຖິງ ພຣົມມະຈັນຍ໌ທີ່ຂາດ ທະລຸ ດ່າງ ພ້ອຍ
ຄັ້ງນັ້ນແລ ຊານຸສະໂສນີພຣາມນ໌ໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ໄດ້ປຣາສັຍກັບພຣະຜູ້ມີພຣະພາຄ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈຶ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູລຖາມພຣະຜູ້ມີພຣະພາຄວ່າ ແມ່ນແຕ່ພຣະໂຄດົມກໍຊົງປະຕິຍານວ່າເປັນພຣົມມະຈາຣີຫລື?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ພຣາມນ໌! ບຸຄຄົລເມື່ອຈະກ່າວໂດຍຊອບ ຄວນກ່າວຜູ້ໃດວ່າ ປະພຶຕພຣົມມະຈັນຍ໌ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ບໍຣິສຸທ ບໍຣິບູນ ບຸຄຄົລນັ້ນເມື່ອຈະກ່າວໂດຍຊອບ ຄວນກ່າວເຮົານັ້ນແລ ເພາະເຮົາປະພຶຕພຣົມມະຈັນຍ໌ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ບໍຣິສຸທ ບໍຣິບູນເຕັມທີ່.
ຂ້າແຕ່ທ່ານພຣະໂຄດົມ! ກໍອັນໃດຊື່ວ່າ ຂາດ ທະລຸ ດ່າງ ພ້ອຍ ແຫ່ງພຣົມມະຈັນຍ໌?








