ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງໝັ້ນ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.
ດູກ່ອນຊ່າງໄມ້! ຜູ້ປະຕິບັຕຢ່າງນີ້ແລ ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນອະກຸສົລ.
ສີລທີ່ເປັນກຸສົລ
ດູກ່ອນຊ່າງໄມ້! ກໍສີລທີ່ເປັນກຸສົລເປັນຢ່າງໃດ?
ດູກ່ອນຊ່າງໄມ້! ເຮົາຍ່ອມກ່າວເຊິ່ງກາຍະກັມທີ່ເປັນກຸສົລ, ວະຈີກັມທີ່ເປັນກຸສົລ ແລະອາຊີພບໍຣິສຸທ ລົງໃນສີລເຫລົ່ານີ້. ດູກ່ອນຊ່າງໄມ້ ເຫລົ່ານີ້ຮຽກວ່າ ສີລທີ່ເປັນກຸສົລ (ກະຕະເມ ຈະ ຖະປະຕິ ກຸສະລາ ສີລາ ໆ ກຸສະລັງ ກາຍະກັມມັງ ກຸສະລັງ ວະຈີກັມມັງ ອາຊີວະປາຣິສຸທທິງປິ ໂຂ ອະຫັງ ຖະປະຕິ ສີລັສມິງ ວະທາມິ ອິເມ ວຸຈຈັນຕິ ຖະປະຕິ ກຸສະລາ ສີລາ).
ດູກ່ອນຊ່າງໄມ້! ກໍສີລທີ່ເປັນກຸສົລເຫລົ່ານີ້ມີອັນໃດເປັນສະມຸຕຖານ?
ແມ່ນແຕ່ສະມຸຕຖານແຫ່ງສີລທີ່ເປັນກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ ຄວນກ່າວວ່າ ມີຈິຕເປັນສະມຸຕຖານ.
ຈິຕເປັນຢ່າງໃດ?
ຈິຕກໍມີຫລາຍ ຫລາຍຢ່າງ ມີປະກາຣຕ່າງໆ ຈິຕໃດປາສະຈາກຣາຄະ ປາສະຈາກໂທສະ ປາສະຈາກໂມຫະ ສີລທີ່ເປັນກຸສົລມີຈິຕນີ້ເປັນສະມຸຕຖານ.
ດູກ່ອນຊ່າງໄມ້! ສີລທີ່ເປັນກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ໃດ?
ແມ່ນແຕ່ຄວາມດັບແຫ່ງສີລທີ່ເປັນກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ.
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີສີລ ແຕ່ຈະສຳເຣັຈດ້ວຍສີລຫາບໍ່ໄດ້, ຍ່ອມຮູ້ຊັດຕາມຄວາມເປັນຈິງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນເປັນທີ່ດັບບໍ່ເຫລືອແຫ່ງສີລທີ່ເປັນກຸສົລເຫລົ່ານັ້ນຂອງພິກຂຸນັ້ນດ້ວຍ.
ຜູ້ປະຕິບັຕຢ່າງໃດ ຈຶ່ງຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນກຸສົລ?
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອໃຫ້ກຸສົລທັມທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.
ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອຄວາມຕັ້ງໝັ້ນ ເພື່ອຄວາມບໍ່ເລືອນຫາຍ ເພື່ອຄວາມມີຍິ່ງໆຂຶ້ນໄປ ເພື່ອຄວາມໄພບູນ ເພື່ອຄວາມຈະເຣີນ ເພື່ອຄວາມບໍຣິບູນແຫ່ງກຸສົລທັມທັງຫລາຍທີ່ເກີດຂຶ້ນແລ້ວ.
ດູກ່ອນຊ່າງໄມ້! ຜູ້ປະຕິບັຕຢ່າງນີ້ແລ ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນກຸສົລ.
ອະກຸສົລສັງກັປປະ
ດູກ່ອນຊ່າງໄມ້! ກໍຄວາມດຳຣິທີ່ເປັນອະກຸສົລເປັນຢ່າງໃດ?
ດູກ່ອນຊ່າງໄມ້! ຄວາມດຳຣິໃນກາມ, ຄວາມດຳຣິໃນພະຍາບາທ, ຄວາມດຳຣິໃນກາຣບຽດບຽນ. ດູກ່ອນຊ່າງໄມ້ ເຫລົ່ານີ້ຮຽກວ່າ ຄວາມດຳຣິທີ່ເປັນອະກຸສົລ.
ດູກ່ອນຊ່າງໄມ້! ກໍຄວາມດຳຣິທີ່ເປັນອະກຸສົລເຫລົ່ານີ້ມີອັນໃດເປັນສະມຸຕຖານ?
ແມ່ນແຕ່ສະມຸຕຖານແຫ່ງຄວາມດຳຣິທີ່ເປັນອະກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ ຄວນກ່າວວ່າ ມີສັນຍາເປັນສະມຸຕຖານ.
ສັນຍາເປັນຢ່າງໃດ?
ສັນຍາກໍມີຫລາຍ ຫລາຍຢ່າງ ມີປະກາຣຕ່າງໆ ສັນຍາໃດເປັນສັນຍາໃນກາມ ເປັນສັນຍາໃນພະຍາບາທ ເປັນສັນຍາໃນກາຣບຽດບຽນ. ຄວາມດຳຣິທີ່ເປັນອະກຸສົລມີສັນຍານີ້ເປັນສະມຸຕຖານ.
ດູກ່ອນຊ່າງໄມ້! ຄວາມດຳຣິທີ່ເປັນອະກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ໃດ?
ແມ່ນແຕ່ຄວາມດັບແຫ່ງຄວາມດຳຣິທີ່ເປັນອະກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ.
ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່ ເຊິ່ງເປັນທີ່ດັບບໍ່ເຫລືອແຫ່ງຄວາມດຳຣິທີ່ເປັນອະກຸສົລ.








