ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ປຸພພາຣາມ ປາສາທຂອງນາງວິສາຂາມິຄາຣະມາຣດາ ໃກ້ພຣະນະຄອຣສາວັຕຖີ, ກໍໃນສມັຍນັ້ນແລ ໃນເວລາແລງ ພຣະຜູ້ມີພຣະພາຄສະເດັຈອອກຈາກທີ່ຫລີກເຣັ້ນ ປະທັບນັ່ງຢູ່ພາຍນອກຊຸ້ມປະຕູ. ລຳດັບນັ້ນແລ ພຣະເຈົ້າປະເສນທິໂກສົລສະເດັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ກໍສມັຍນັ້ນ ຊະດິລ ໗ ຄົນ, ນິຄຣົນຖ໌ ໗ ຄົນ, ອະເຈຣະກະ ໗ ຄົນ, ເອກະສາຕະກະ ໗ ຄົນ ແລະປະຣິພາຊົກ ໗ ຄົນ ມີຂົນກັຈສະແລະເລັບງອກຍາວ ຫາບບໍຣິຂາຣຫລາຍຢ່າງ ເດີນຜ່ານໄປໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ ພຣະເຈົ້າປະເສນທິໂກສົລໄດ້ທອດພຣະເນຕເຫັນຊະດິລ ໗ ຄົນ, ນິຄຣົນຖ໌ ໗ ຄົນ, ອະເຈຣະກະ ໗ ຄົນ, ເອກະສາຕະກະ ໗ ຄົນ ແລະປະຣິພາຊົກ ໗ ຄົນເຫລົ່ານັ້ນ ຜູ້ມີຂົນກັຈສະແລະເລັບງອກຍາວ ຫາບບໍຣິຂາຣຫລາຍຢ່າງ ເດີນຜ່ານໄປໃນທີ່ບໍ່ໄກຈາກພຣະຜູ້ມີພຣະພາຄ ຄັນແລ້ວຊົງລຸກຈາກອາສະນະ ຊົງກະທຳຜ້າບ່ຽງບ່າຂ້າງໜຶ່ງ ແລ້ວຄຸພຣະຊານຸມົນທົລເບື້ອງຂວາລົງທີ່ແຜ່ນດິນ ຊົງປະນົມອັນຊະລີໄປທາງທີ່ຊະດິລ ໗ ຄົນ, ນິຄຣົນຖ໌ ໗ ຄົນ, ອະເຈຣະກະ ໗ ຄົນ, ເອກະສາຕະກະ ໗ ຄົນ ແລະປະຣິພາຊົກ ໗ ຄົນ ແລ້ວຊົງປະກາສພຣະນາມ ໓ ຄັ້ງວ່າ:

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍຄືພຣະເຈົ້າປະເສນທິໂກສົລ

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍຄືພຣະເຈົ້າປະເສນທິໂກສົລ

ຂ້າແຕ່ທ່ານຜູ້ຈະເຣີນ! ຂ້ານ້ອຍຄືພຣະເຈົ້າປະເສນທິໂກສົລ

ລຳດັບນັ້ນແລ ເມື່ອຊະດິລ ໗ ຄົນ, ນິຄຣົນຖ໌ ໗ ຄົນ, ອະເຈຣະກະ ໗ ຄົນ, ເອກະສາຕະກະ ໗ ຄົນ ແລະປະຣິພາຊົກ ໗ ຄົນເຫລົ່ານັ້ນຫລີກໄປແລ້ວບໍ່ນານ ພຣະເຈົ້າປະເສນທິໂກສົລສະເດັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຊົງຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍທ່ານເຫລົ່ານັ້ນເປັນຄົນໜຶ່ງໃນຈຳນວນພຣະອະຣະຫັນຕ໌ຫລືໃນຈຳນວນຜູ້ບັນລຸອະຣະຫັຕຕະມັຄໃນໂລກ.

ພຣະຜູ້ມີພຣະພາຄຕຣັສວ່າ:

ມະຫາຣາຊ! ມະຫາຣາຊເປັນຄຣືຫັສຖ໌ບໍຣິໂພຄກາມ ຊົງຄອງຄະຣາວາສອັນຄັບຄັ່ງດ້ວຍພຣະໂອຣົສແລະພຣະຊາຍາ ຊົງໃຊ້ສອຍຜ້າຈາກແຄວ້ນກາສີແລະຈັນທນ໌ຢູ່ ຊົງທັດຊົງດອກໄມ້ ຂອງຫອມ ແລະເຄື່ອງລູບທາຢູ່ ຊົງຍິນດີເງິນແລະຄຳຢູ່ ຍາກທີ່ຈະຊົງຊາບໄດ້ວ່າ ທ່ານເຫລົ່ານີ້ເປັນພຣະອະຣະຫັນຕ໌ຫລືວ່າທ່ານເຫລົ່ານີ້ບັນລຸອະຣະຫັຕຕະມັຄ.

ມະຫາຣາຊ! ສີລ ຍ່ອມຮູ້ໄດ້ດ້ວຍກາຣຢູ່ຮ່ວມກັນ ແລະສີລນັ້ນແລ ຍ່ອມຮູ້ໄດ້ໂດຍໃຊ້ເວລານານ ບໍ່ແມ່ນຮູ້ໄດ້ໂດຍໃຊ້ເວລາເລັກນ້ອຍ, ເມື່ອມະນະສິກາຣຈຶ່ງຮູ້ໄດ້ ບໍ່ມະນະສິກາຣຍ່ອມບໍ່ຮູ້ ຜູ້ມີປັນຍາຈຶ່ງຮູ້ໄດ້ ຜູ້ມີປັນຍາຊາມຍ່ອມບໍ່ຮູ້.

ມະຫາຣາຊ! ຄວາມສະອາດ ຍ່ອມຮູ້ໄດ້ດ້ວຍກາຣເຈຣະຈາ ແລະຄວາມສະອາດນັ້ນແລ ຍ່ອມຮູ້ໄດ້ໂດຍໃຊ້ເວລານານ ບໍ່ແມ່ນຮູ້ໄດ້ໂດຍໃຊ້ເວລາເລັກນ້ອຍ, ເມື່ອມະນະສິກາຣຈຶ່ງຮູ້ໄດ້ ບໍ່ມະນະສິກາຣຍ່ອມບໍ່ຮູ້, ຜູ້ມີປັນຍາຈຶ່ງຮູ້ໄດ້ ຜູ້ມີປັນຍາຊາມຍ່ອມບໍ່ຮູ້.

ມະຫາຣາຊ! ກຳລັງ(ຖາໂມ) ຍ່ອມຮູ້ໄດ້ໃນຄາວມີອັນຕຣາຍ ແລະກຳລັງນັ້ນແລ ຍ່ອມຮູ້ໄດ້ໂດຍໃຊ້ເວລານານ ບໍ່ແມ່ນຮູ້ໄດ້ໂດຍໃຊ້ເວລາເລັກນ້ອຍ, ເມື່ອມະນະສິກາຣຈຶ່ງຮູ້ໄດ້ ບໍ່ມະນະສິກາຣຍ່ອມບໍ່ຮູ້, ຜູ້ມີປັນຍາຈຶ່ງຮູ້ໄດ້ ຜູ້ມີປັນຍາຊາມຍ່ອມບໍ່ຮູ້.

ມະຫາຣາຊ! ປັນຍາ ຍ່ອມຮູ້ໄດ້ດ້ວຍກາຣສົນທະນາ ແລະປັນຍານັ້ນແລ ຍ່ອມຮູ້ໄດ້ໂດຍໃຊ້ເວລານານ ບໍ່ແມ່ນຮູ້ໄດ້ໂດຍໃຊ້ເວລາເລັກນ້ອຍ, ເມື່ອມະນະສິກາຣຈຶ່ງຮູ້ໄດ້ ບໍ່ມະນະສິກາຣຍ່ອມບໍ່ຮູ້, ຜູ້ມີປັນຍາຈຶ່ງຮູ້ໄດ້ ຜູ້ມີປັນຍາຊາມຍ່ອມບໍ່ຮູ້.

ພຣະເຈົ້າປະເສນທິໂກສົລກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ໜ້າອັຈສະຈັນຍ໌

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ບໍ່ເຄີຍມີມາ

ພຣະຜູ້ມີພຣະພາຄໄດ້ຕຣັສພຣະດຳຣັສນີ້ວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ