ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ສົມບູນດ້ວຍສີລບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍອະວິປປະຕິສາຣຈົ່ງເກີດຂຶ້ນແກ່ເຮົາເຖີດ ພິກຂຸທັງຫລາຍ ຂໍ້ທີ່ອະວິປປະຕິສາຣເກີດຂຶ້ນແກ່ບຸຄຄົລຜູ້ມີສີລ ຜູ້ສົມບູນດ້ວຍສີລນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີອະວິປປະຕິສາຣ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍຄວາມປຣາໂມທຍ໌ຈົ່ງເກີດຂຶ້ນແກ່ເຮົາເຖີດ ພິກຂຸທັງຫລາຍ ຂໍ້ທີ່ຄວາມປຣາໂມທຍ໌ເກີດຂຶ້ນແກ່ບຸຄຄົລຜູ້ມີອະວິປປະຕິສາຣນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີຄວາມປຣາໂມທຍ໌ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍປີຕິຈົ່ງເກີດຂຶ້ນແກ່ເຮົາເຖີດ ພິກຂຸທັງຫລາຍ ຂໍ້ທີ່ປີຕິເກີດຂຶ້ນແກ່ບຸຄຄົລຜູ້ມີຄວາມປຣາໂມທຍ໌ນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີໃຈປະກອບດ້ວຍປີຕິ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍກາຍຂອງເຮົາຈົ່ງສງົບເຖີດ ພິກຂຸທັງຫລາຍ ຂໍ້ທີ່ກາຍຂອງບຸຄຄົລຜູ້ມີໃຈປະກອບດ້ວຍປີຕິສງົບນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີກາຍສງົບແລ້ວ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍເຮົາຈົ່ງສເວີຍສຸຂເຖີດ ພິກຂຸທັງຫລາຍ ຂໍ້ທີ່ບຸຄຄົລຜູ້ມີກາຍສງົບແລ້ວຍ່ອມສເວີຍສຸຂນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີສຸຂ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍຈິຕຂອງເຮົາຈົ່ງຕັ້ງໝັ້ນເຖີດ ພິກຂຸທັງຫລາຍ ຂໍ້ທີ່ຈິຕບຸຄຄົລຜູ້ມີສຸຂຍ່ອມຕັ້ງໝັ້ນນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍເຮົາຈົ່ງຮູ້ເຫັນຕາມຄວາມເປັນຈິງເຖີດ ພິກຂຸທັງຫລາຍ ຂໍ້ທີ່ບຸຄຄົລຜູ້ມີຈິຕຕັ້ງໝັ້ນແລ້ວຍ່ອມຮູ້ເຫັນຕາມຄວາມເປັນຈິງນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ຮູ້ເຫັນຕາມຄວາມເປັນຈິງ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍເຮົາຈົ່ງເບື່ອໜ່າຍເຖີດ ພິກຂຸທັງ ຫລາຍ ຂໍ້ທີ່ບຸຄຄົລຜູ້ຮູ້ເຫັນຕາມຄວາມເປັນຈິງຍ່ອມເບື່ອໜ່າຍນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ເບື່ອໜ່າຍ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍເຮົາຈົ່ງຄາຍກຳນັດເຖີດ ພິກຂຸທັງຫລາຍ ຂໍ້ທີ່ບຸຄຄົລຜູ້ເບື່ອໜ່າຍຍ່ອມຄາຍກຳນັດນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ບຸຄຄົລຜູ້ຄາຍກຳນັດແລ້ວ ບໍ່ຕ້ອງກະທຳດ້ວຍເຈຕະນາວ່າ ຂໍເຮົາຈົ່ງກະທຳໃຫ້ແຈ້ງເຊິ່ງວິມຸຕຕິຍານທັສສະນະເຖີດ ພິກຂຸທັງຫລາຍ ຂໍ້ທີ່ບຸຄຄົລຜູ້ຄາຍກຳນັດແລ້ວກະທຳໃຫ້ແຈ້ງເຊິ່ງວິມຸຕຕິຍານທັສສະນະນີ້ ເປັນທັມມະດາ.
ພິກຂຸທັງຫລາຍ! ວິຣາຄະມີວິມຸຕຕິຍານທັສສະນະເປັນຜົລ ມີວິມຸຕຕິຍານທັສສະນະເປັນອານິສົງສ໌.
ນິພພິທາມີວິຣາຄະເປັນຜົລ ມີວິຣາຄະເປັນອານິສົງສ໌.
ຍະຖາພູຕະຍານທັສສະນະມີນິພພິທາເປັນຜົລ ມີນິພພິທາເປັນອານິສົງສ໌.
ສະມາທິມີຍະຖາພູຕະຍານທັສສະນະເປັນຜົລ ມີຍະຖາພູຕະຍານທັສສະນະເປັນອານິສົງສ໌.
ສຸຂມີສະມາທິເປັນຜົລ ມີສະມາທິເປັນອານິສົງສ໌.
ປັສສັທທິມີສຸຂເປັນຜົລ ມີສຸຂເປັນອານິສົງສ໌.
ປິຕິມີປັສສັທທິເປັນຜົລ ມີປັສສັທທິເປັນອານິສົງສ໌.
ຄວາມປຣາໂມທຍ໌ມີປີຕິເປັນຜົລ ມີປີຕິເປັນອານິສົງສ໌.
ອະວິປປະຕິສາຣມີຄວາມປຣາໂມທຍ໌ເປັນຜົລ ມີຄວາມປຣາໂມທຍ໌ເປັນອານິສົງສ໌.
ສີລທີ່ເປັນກຸສົລມີອະວິປປະຕິສາຣເປັນຜົລ ມີອະວິປປະຕິສາຣເປັນອານິສົງສ໌ ດ້ວຍປະກາຣດັ່ງນີ້ແລ.
ພິກຂຸທັງຫລາຍ! ທັມທັງຫລາຍຍ່ອມຫລັ່ງໄຫລໄປສູ່ທັມທັງຫລາຍ ທັມທັງຫລາຍຍ່ອມຍັງທັມທັງຫລາຍໃຫ້ບໍຣິບູນເພື່ອກາຣເຖິງຝັ່ງຈາກສະຖານທີ່ທີ່ບໍ່ແມ່ນຝັ່ງ ດ້ວຍປະກາຣຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ທະສະກະ-
ເອກາທະສະກະນິບາຕ ໒໔/໒໘໙/໒໐໙
ສີລຍ່ອມຮູ້ໄດ້ດ້ວຍກາຣຢູ່ຮ່ວມກັນ...








