ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພຣາມນ໌ໂສນະທັນດະໄດ້ທູລວ່າ ໄດ້ ພຣະໂຄຕະມະຜູ້ຈະເຣີນ ບັນດາອົງຄ໌ທັງ ໔ ເຫລົ່ານີ້ ຍົກມົນຕ໌ເສຍກໍໄດ້ ເພາະມົນຕ໌ຈັກກະທຳອັນໃດໄດ້ ດ້ວຍເຫຕວ່າບຸຄຄົລຜູ້ເປັນພຣາມນ໌.
ເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ມີຄັນພ໌ເປັນທີ່ຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງຊາຕ.
ເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ.
ເປັນບັນດິຕ ມີປັນຍາເປັນທີ ໑ ຫລືທີ ໒ ຂອງພວກປະຕິຄາຫົກຜູ້ຮັບບູຊາດ້ວຍກັນ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໓ ປະກາຣເຫລົ່ານີ້ແລ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນ ພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ.
ພຣະຜູ້ມີພຣະພາຄຕຣັສວ່າ:
ພຣາມນ໌! ບັນດາອົງຄ໌ທັງ ໓ ເຫລົ່ານີ້ ຍົກເສຍອົງຄ໌ໜຶ່ງແລ້ວ ບຸຄຄົລປະກອບດ້ວຍອົງຄ໌ພຽງ ໒ ສາມາດບັນຍັຕວ່າເປັນພຣາມນ໌ໄດ້ຫລືບໍ່ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ?
ພຣາມນ໌ໂສນະທັນດະໄດ້ທູລວ່າ ໄດ້ ພຣະໂຄຕະມະຜູ້ຈະເຣີນ ບັນດາອົງຄ໌ທັງ ໓ ເຫລົ່ານີ້ ຍົກຊາຕເສຍກໍໄດ້ ເພາະຊາຕຈັກກະທຳອັນໃດໄດ້ ດ້ວຍເຫຕວ່າບຸຄຄົລຜູ້ເປັນພຣາມນ໌.
ເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ.
ເປັນບັນດິຕ ມີປັນຍາເປັນທີ ໑ ຫລືທີ ໒ ຂອງພວກປະຕິຄາຫົກຜູ້ຮັບບູຊາດ້ວຍກັນ.
ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໒ ປະກາຣເຫລົ່ານີ້ແລ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນ ພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ.
ເມື່ອພຣາມນ໌ໂສນະທັນດະທູລຢ່າງນີ້ແລ້ວ ພຣາມນ໌ເຫລົ່ານັ້ນໄດ້ກ່າວວ່າ ທ່ານໂສນະທັນດະຢ່າໄດ້ກ່າວຢ່າງນັ້ນເລີຍ ທ່ານໂສນະທັນດະຢ່າໄດ້ກ່າວຢ່າງນັ້ນເລີຍ ທ່ານໂສນະທັນດະກ່າວລົບຫລູ່ວັນນະ ກ່າວລົບຫລູ່ມົນຕ໌ ກ່າວລົບຫລູ່ຊາຕ ກ່າວຄ້ອຍຕາມວາທະຂອງພຣະສະມະນະໂຄຕະມະທ່າດຽວເທົ່ານັ້ນ.
ລຳດັບນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສກັບພຣາມນ໌ເຫລົ່ານັ້ນວ່າ:
ຖ້າພວກທ່ານຄິດຢ່າງນີ້ວ່າ ພຣາມນ໌ໂສນະທັນດະອ່ອນກາຣສຶກສາ ເວົ້າບໍ່ດີ ມີປັນຍາຊາມ ແລະບໍ່ສາມາດຈະຕອບໂຕ້ກັບພຣະສະມະນະໂຄຕະມະໃນເຣື່ອງນີ້ໄດ້ ພຣາມນ໌ໂສນະທັນດະກໍຈົ່ງຢຸດເສຍ ພວກທ່ານຈົ່ງເວົ້າກັບເຮົາເຖີດ ແຕ່ຖ້າພວກທ່ານຄິດຢ່າງນີ້ວ່າ ພຣາມນ໌ໂສນະທັນດະເປັນພະຫູສູຕ ເວົ້າດີ ເປັນບັນດິຕ ແລະສາມາດຈະໂຕ້ຕອບກັບພຣະສະມະນະໂຄຕະມະໃນເຣື່ອງນີ້ໄດ້ ພວກທ່ານຈົ່ງຢຸດເສຍ ພຣາມນ໌ໂສນະທັນດະຈົ່ງໂຕ້ຕອບກັບເຮົາ.
ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພຣາມນ໌ໂສນະທັນດະໄດ້ກຣາບທູລວ່າ ຂໍພຣະໂຄຕະມະຜູ້ຈະເຣີນຊົງຢຸດເຖີດ ຂໍພຣະໂຄຕະມະຜູ້ຈະເຣີນຊົງນິ້ງເຖີດ ຂ້ານ້ອຍເອງຈັກໂຕ້ຕອບກັບເຂົາໂດຍຊອບແກ່ເຫຕ ແລ້ວຈຶ່ງກ່າວກັບພຣາມນ໌ເຫລົ່ານັ້ນວ່າ ທ່ານທັງຫລາຍຢ່າໄດ້ກ່າວຢ່າງນີ້ໆ ວ່າ ທ່ານໂສ ນະທັນດະກ່າວລົບຫລູ່ວັນນະ ກ່າວລົບຫລູ່ມົນຕ໌ ກ່າວລົບຫລູ່ຊາຕ ກ່າວຄ້ອຍຕາມວາທະຂອງພຣະສະມະນະໂຄຕະມະທ່າດຽວຢ່າງນີ້ເລີຍ. ທ່ານທັງຫລາຍ ຂ້າພະເຈົ້າບໍ່ໄດ້ກ່າວລົບຫລູ່ວັນນະຫລືມົນຕ໌ຫລືຊາຕເລີຍ.








