ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງຊາບຄວາມປະຣິວິຕົກຂອງພຣາມນ໌ໂສນະທັນດະດ້ວຍພຣະທັຍ ແລ້ວຊົງດຳຣິວ່າ ພຣາມນ໌ໂສນະທັນດະນີ້ລຳບາກໃຈໂຕເອງຢູ່ ຖ້າເຊັ່ນນັ້ນ ເຮົາຄວນຖາມບັນຫາກັບເຂົາໃນເຣື່ອງໄຕຣວິຊຊາອັນເປັນຂອງອາຈາຣຍ໌ເຂົາ ຈາກນັ້ນຈຶ່ງໄດ້ຕຣັສຖາມພຣາມນ໌ໂສນະທັນດະວ່າ:

ພຣາມນ໌! ບຸຄຄົລຜູ້ປະກອບດ້ວຍອົງຄ໌ເທົ່າໃດ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ?

ພຣາມນ໌ໂສນະທັນດະດຳຣິວ່າ ເຮົາໄດ້ປະສົງຈຳນົງໝາຍ ປາຖນາໄວ້ແລ້ວວ່າ ຂໍພຣະສະມະນະໂຄຕະມະຈົ່ງໄດ້ຕຣັສຖາມບັນຫາໃນເຣື່ອງໄຕຣວິຊຊາອັນເປັນຂອງອາຈາຣຍ໌ເຮົາ ເຮົາຈະແກ້ໃຫ້ຖືກພຣະທັຍໄດ້ແນ່ນອນ.

ລຳດັບນັ້ນ ພຣາມນ໌ໂສນະທັນດະຈຶ່ງເຜີຍກາຍຂຶ້ນຫລຽວເບິ່ງບໍຣິສັທ ແລ້ວກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໕ ປະກາຣ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ; ໕ ປະກາຣເປັນຢ່າງໃດ?

ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ເປັນພຣາມນ໌ໃນໂລກນີ້ ເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ມີຄັນພ໌ເປັນທີ່ຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງຊາຕ.

ເປັນຜູ້ເລົ່າຮຽນ ຊົງຈຳມົນຕ໌ ຮູ້ຈົບໄຕຣເພທ ພ້ອມທັງຄັມພີຣ໌ນິຄັນທຸ ຄັມພີຣ໌ເກຕຸພະ ພ້ອມທັງປະເພດອັກສອຣມີຄັມພີຣ໌ອິຕິຫາສເປັນທີ ໕ ເປັນຜູ້ເຂົ້າໃຈຕົວບົທ ເປັນຜູ້ເຂົ້າໃຈໄວຍາກອນ ຊຳນານໃນຄັມພີຣ໌ໂລກາຍະຕະ ແລະມະຫາປຸຣິສະລັກສະນະ.

ເປັນຜູ້ມີຮູບງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນຜຸດຜ່ອງຢ່າງຍິ່ງ ມີວັນນະຄ້າຍພຣົມ ມີຮູບຮ່າງຄ້າຍພຣົມ ໜ້າເບິ່ງໜ້າຊົມບໍ່ນ້ອຍ.

ເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ.

ເປັນບັນດິຕ ມີປັນຍາເປັນທີ ໑ ຫລືທີ ໒ ຂອງພວກປະຕິຄາຫົກຜູ້ຮັບບູຊາດ້ວຍກັນ.

ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໕ ປະກາຣເຫລົ່ານີ້ແລ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພຣາມນ໌! ບັນດາອົງຄ໌ທັງ ໕ ເຫລົ່ານີ້ ຍົກເສຍອົງຄ໌ໜຶ່ງແລ້ວ ບຸຄຄົລປະກອບດ້ວຍອົງຄ໌ພຽງ ໔ ສາມາດບັນຍັຕວ່າເປັນພຣາມນ໌ໄດ້ຫລືບໍ່ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ?

ພຣາມນ໌ໂສນະທັນດະໄດ້ທູລວ່າ ໄດ້ ພຣະໂຄຕະມະຜູ້ຈະເຣີນ ບັນດາອົງຄ໌ທັງ ໕ ເຫລົ່ານີ້ ຍົກວັນນະເສຍກໍໄດ້ ເພາະວັນນະຈັກກະທຳອັນໃດໄດ້ ດ້ວຍເຫຕວ່າບຸຄຄົລຜູ້ເປັນພຣາມນ໌.

ເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ມີຄັນພ໌ເປັນທີ່ຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງຊາຕ.

ເປັນຜູ້ເລົ່າຮຽນ ຊົງຈຳມົນຕ໌ ຮູ້ຈົບໄຕຣເພທ ພ້ອມທັງຄັມພີຣ໌ນິຄັນທຸ ຄັມພີຣ໌ເກຕຸພະ ພ້ອມທັງປະເພດອັກສອຣມີຄັມພີຣ໌ອິຕິຫາສເປັນທີ ໕ ເປັນຜູ້ເຂົ້າໃຈຕົວບົທ ເປັນຜູ້ເຂົ້າໃຈໄວຍາກອນ ຊຳນານໃນຄັມພີຣ໌ໂລກາຍະຕະ ແລະມະຫາປຸຣິສະລັກສະນະ.

ເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ.

ເປັນບັນດິຕ ມີປັນຍາເປັນທີ ໑ ຫລືທີ ໒ ຂອງພວກປະຕິຄາຫົກຜູ້ຮັບບູຊາດ້ວຍກັນ.

ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ! ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໔ ປະກາຣເຫລົ່ານີ້ແລ ພວກພຣາມນ໌ຈຶ່ງບັນຍັຕວ່າເປັນ ພຣາມນ໌ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພຣາມນ໌! ບັນດາອົງຄ໌ທັງ ໔ ເຫລົ່ານີ້ ຍົກເສຍອົງຄ໌ໜຶ່ງແລ້ວ ບຸຄຄົລປະກອບດ້ວຍອົງຄ໌ພຽງ ໓ ສາມາດບັນຍັຕວ່າເປັນພຣາມນ໌ໄດ້ຫລືບໍ່ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ