ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຄວາມເປັນຜູ້ໜັກໃນຄວາມໂກທ ບໍ່ໜັກໃນສັທທັມ (ໂກທະຄຣຸຕາ ນະ ສັທທັມມະຄຣຸຕາ) ໑

ຄວາມເປັນຜູ້ໜັກໃນຄວາມລົບຫລູ່ ບໍ່ໜັກໃນສັທທັມ ໑

ຄວາມເປັນຜູ້ໜັກໃນລາພ ບໍ່ໜັກໃນສັທທັມ ໑

ຄວາມເປັນຜູ້ໜັກໃນສັກກາຣະ ບໍ່ໜັກໃນສັທທັມ ໑

ພິກຂຸທັງຫລາຍ ອະສັທທັມ ໔ ປະກາຣນີ້ແລ.

ພິກຂຸທັງຫລາຍ! ສັທທັມ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ຄວາມເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມໂກທ

(ສັທທັມມະຄຣຸຕາ ນະ ໂກທະຄຣຸຕາ) ໑

ຄວາມເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມລົບຫລູ່ ໑

ຄວາມເປັນຜູ້ໜັກໃນສັທທັມ ບໍ່ໜັກໃນລາພ ໑

ຄວາມເປັນຜູ້ໜັກໃນສັທທັມ ບໍ່ໜັກໃນສັກກາຣະ ໑

ພິກຂຸທັງຫລາຍ ສັທທັມ ໔ ປະກາຣນີ້ແລ.

ພິກຂຸຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ ໜັກໃນລາພແລະສັກກາຣະຍ່ອມບໍ່ງອກງາມໃນພຣະສັທທັມ ເໝືອນພືດທີ່ຫວ່ານໄວ້ໃນນາບໍ່ດີ.

ສ່ວນພິກຂຸເຫລົ່າໃດ ເປັນຜູ້ໜັກໃນສັທທັມຢູ່ແລ້ວ ແລະກຳລັງເປັນຜູ້ໜັກໃນສັທທັມຢູ່ ພິກຂຸເຫລົ່ານັ້ນແລ ຍ່ອມງອກງາມໃນທັມ ເໝືອນຕົ້ນໄມ້ອາສັຍຢາງງອກງາມຢູ່ ສັນນັ້ນ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໖-໔໗/໔໔

ຜູ້ໜັກໃນຄວາມໂກທ ບໍ່ໜັກໃນສັທທັມ

ຍ່ອມໄປສູ່ນະຣົກ

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ, ທັມ ໔ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ໜັກໃນຄວາມໂກທ ບໍ່ໜັກໃນສັທທັມ

(ໂກທະຄຣຸ ໂຫຕິ ນະ ສັທທັມມະຄຣຸ) ໑

ເປັນຜູ້ໜັກໃນຄວາມລົບຫລູ່ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນລາພ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນສັກກາຣະ ບໍ່ໜັກໃນສັທທັມ ໑

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣ ຍ່ອມເກີດໃນສວັນເໝືອນຖືກເຊີນມາ, ທັມ ໔ ປະກາຣເປັນຢ່າງໃດ? ຄື:

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມໂກທ

(ສັທທັມມະຄຣຸ ໂຫຕິ ນະ ໂກທະຄຣຸ) ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມລົບຫລູ່ ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນລາພ ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນສັກກາຣະ ໑

ພິກຂຸທັງຫລາຍ! ບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ຍ່ອມເກີດໃນສວັນເໝືອນຖືກເຊີນມາ.

ອັງຄຸຕຕະຣະນິກາຍ ຈຕຸກກະນິບາຕ ໒໑/໘໔/໘໔

ອະຄະຕິ ໔

ພິກຂຸທັງຫລາຍ! ກາຣເຖິງເຊິ່ງອະຄະຕິ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ບຸຄຄົລຍ່ອມລຳອ່ຽງເພາະຮັກ (ສັນທາຄະຕິງ ຄັຈສະຕິ),

ຍ່ອມລຳອ່ຽງເພາະຊັງ (ໂທສາຄະຕິງ ຄັຈສະຕິ),

ຍ່ອມລຳອ່ຽງເພາະຫລົງ (ໂມຫາຄະຕິງ ຄັຈສະຕິ),

ຍ່ອມລຳອ່ຽງເພາະຢ້ານ (ພະຍາຄະຕິງ ຄັຈສະຕິ)

ພິກຂຸທັງຫລາຍ! ກາຣເຖິງເຊິ່ງອະຄະຕິ ໔ ປະກາຣນີ້ແລ.

ຜູ້ໃດປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົສຂອງຜູ້ນັ້ນຍ່ອມເສື່ອມ ເໝືອນດວງຈັນທ໌ໃນຂ້າງແຮມ ສັນນັ້ນ.

ພິກຂຸທັງຫລາຍ! ກາຣບໍ່ເຖິງເຊິ່ງອະຄະຕິ ໔ ປະກາຣນີ້, ໔ ປະກາຣເປັນຢ່າງໃດ? ຄື:

ບຸຄຄົລຍ່ອມບໍ່ລຳອ່ຽງເພາະຮັກ (ນະ ສັນທາຄະຕິງ ຄັຈສະຕິ),

ຍ່ອມບໍ່ລຳອ່ຽງເພາະຊັງ (ນະ ໂທສາຄະຕິງ ຄັຈສະຕິ),

ຍ່ອມບໍ່ລຳອ່ຽງເພາະຫລົງ (ນະ ໂມຫາຄະຕິງ ຄັຈສະຕິ),

ຍ່ອມບໍ່ລຳອ່ຽງເພາະຢ້ານ (ນະ ພະຍາຄະຕິງ ຄັຈສະຕິ)

ພິກຂຸທັງຫລາຍ! ກາຣບໍ່ເຖິງເຊິ່ງອະຄະຕິ ໔ ປະກາຣນີ້ແລ.

ຜູ້ໃດບໍ່ປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົສຂອງຜູ້ນັ້ນຍ່ອມເຕັມປ່ຽມ ເໝືອນດວງຈັນທ໌ໃນຂ້າງຂຶ້ນ ສັນນັ້ນ.

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໘/໑໙

ພັຕຕຸທເທສະກະສູຕ

ພິກຂຸທັງຫລາຍ! ພັຕຕຸທເທສະກະ(ຜູ້ແຈກອາຫາຣ) ປະກອບດ້ວຍທັມ ໔ ປະກາຣ ເໝືອນຖືກນຳໄປວາງໄວ້ໃນນະຣົກ, ທັມ ໔ ປະກາຣເປັນຢ່າງໃດ? ຄື

ພັຕຕຸທເທສະກະຍ່ອມເຖິງເຊິ່ງຄວາມລຳອ່ຽງເພາະຮັກ, ຍ່ອມເຖິງເຊິ່ງຄວາມລຳອ່ຽງເພາະຊັງ, ຍ່ອມເຖິງເຊິ່ງຄວາມລຳອ່ຽງເພາະຫລົງ, ຍ່ອມເຖິງເຊິ່ງຄວາມລຳອ່ຽງເພາະຢ້ານ. ພິກຂຸທັງຫລາຍ ພັຕຕຸທເທສະກະຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ເໝືອນຖືກນຳໄປວາງໄວ້ໃນນະຣົກ.

ພິກຂຸທັງຫລາຍ! ພັຕຕຸທເທສະກະຜູ້ປະກອບດ້ວຍທັມ ໔ ປະກາຣ ເໝືອນຖືກນຳໄປວາງໄວ້ໃນສວັນ, ທັມ ໔ ປະກາຣເປັນຢ່າງໃດ? ຄື

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ