ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ພັຕຕຸທເທສະກະຍ່ອມບໍ່ເຖິງເຊິ່ງຄວາມລຳອ່ຽງເພາະຮັກ, ຍ່ອມບໍ່ເຖິງເຊິ່ງຄວາມລຳອ່ຽງເພາະຊັງ, ຍ່ອມບໍ່ເຖິງເຊິ່ງຄວາມລຳອ່ຽງເພາະຫລົງ, ຍ່ອມບໍ່ເຖິງເຊິ່ງຄວາມລຳອ່ຽງເພາະຢ້ານ. ພິກຂຸທັງຫລາຍ ພັຕຕຸທເທສະກະຜູ້ປະກອບດ້ວຍທັມ ໔ ປະກາຣນີ້ແລ ເໝືອນຖືກນຳໄປວາງໄວ້ໃນສວັນ.
ຊົນເຫລົ່າໃດບໍ່ສັງຣວມໃນກາມ ບໍ່ປະກອບດ້ວຍທັມ ບໍ່ເຄົາຣົພໃນທັມ ມີປົກກະຕິເຖິງສັນທາຄະຕິ ໂທສາຄະຕິ ໂມຫາຄະຕິ ແລະພະຍາຄະຕິ ບຸຄຄົລນີ້ແລເຮົາຮຽກວ່າ ເປັນຂີ້ເຫຍື່ອໃນບໍຣິສັທ ອັນສະມະນະຜູ້ຮູ້ກ່າວແລ້ວຢ່າງນີ້.
ຊົນເຫລົ່າໃດຕັ້ງຢູ່ໃນທັມ ມີປົກກະຕິບໍ່ເຖິງສັນທາຄະຕິ ໂທສາຄະຕິ ໂມຫາຄະຕິ ແລະພະຍາຄະຕິ ຍ່ອມບໍ່ກະທຳກັມອັນເປັນບາບ ເພາະສະນັ້ນ ບຸຄຄົລນັ້ນຊື່ວ່າ ສັປບຸຣຸສທີ່ໜ້າສັນລະເສີນ ບຸຄຄົລນີ້ເຮົາຮຽກວ່າ ເປັນຜູ້ຜຸດຜ່ອງໃນບໍຣິສັທ ອັນສະມະນະຜູ້ຮູ້ກ່າວແລ້ວຢ່າງນີ້.








