ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພຣະຜູ້ມີພຣະພາຄຊົງຮັບອາຣາທະນາດ້ວຍອາກາຣດຸສນີ ຄັນແລ້ວໄດ້ສະເດັຈເຂົ້າໄປຫາພິກຂຸເຫລົ່ານັ້ນ ປະທັບນັ່ງ ເທິງອາສະນະທີ່ເຂົາຈັດຖວາຍ ປະທັບນັ່ງແລ້ວໄດ້ຕຣັສຄຳນີ້ແກ່ພິກຂຸເຫລົ່ານັ້ນວ່າ:

ຢ່າເລີຍ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າບາດ ໝາງ ຢ່າຜິດຖຽງ ຢ່າແຢ້ງຊິງ ຢ່າວິວາທກັນເລີຍ.

ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ພິກຂຸອະທັມມະວາທີອົງຄ໌ໜຶ່ງໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຜູ້ເປັນເຈົ້າຂອງແຫ່ງທັມ ຈົ່ງຊົງກະຣຸນາລໍກ່ອນ ຂໍພຣະຜູ້ມີພຣະພາຄຈົ່ງຊົງມີຄວາມຂົນຂວາຍນ້ອຍ ປະກອບສຸຂະວິຫາຣໃນປັຈຈຸບັນຢູ່ເຖີດ ພວກຂ້ານ້ອຍຈັກປາກົຕດ້ວຍຄວາມບາດໝາງ ດ້ວຍຄວາມຜິດຖຽງ ດ້ວຍຄວາມແຢ້ງຊິງ ດ້ວຍກາຣວິວາທນັ້ນ.

ພຣະຜູ້ມີພຣະພາຄໄດ້ຕຣັສຄຳນີ້ແກ່ພິກຂຸເຫລົ່ານັ້ນເປັນຄັ້ງທີສອງວ່າ:

ຢ່າເລີຍ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຢ່າບາດ ໝາງ ຢ່າຜິດຖຽງ ຢ່າແຢ້ງຊິງ ຢ່າວິວາທກັນເລີຍ.

ພິກຂຸອະທັມມະວາທີນັ້ນກໍໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄເປັນຄັ້ງທີສອງວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຜູ້ເປັນເຈົ້າຂອງແຫ່ງທັມ ຈົ່ງຊົງກະຣຸນາລໍກ່ອນ ຂໍພຣະຜູ້ມີພຣະພາຄຈົ່ງຊົງມີຄວາມຂົນຂວາຍນ້ອຍ ປະກອບສຸຂະວິຫາຣໃນປັຈຈຸບັນຢູ່ເຖີດ ພວກຂ້ານ້ອຍຈັກປາກົຕດ້ວຍຄວາມບາດໝາງ ດ້ວຍຄວາມຜິດຖຽງ ດ້ວຍຄວາມແຢ້ງຊິງ ດ້ວຍກາຣວິວາທນັ້ນ.

ຄັ້ງນັ້ນ ພຣະຜູ້ມີພຣະພາຄໄດ້ຕຣັສກັບພິກຂຸທັງຫລາຍວ່າ:

ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ໃນພຣະນະຄອຣພາຣານະສີ ໄດ້ມີພຣະເຈົ້າກາສີພຣະນາມວ່າ ພຣົມມະທັຕ ຊົງເປັນກະສັຕທີ່ມັ່ງຄັ້ງ ມີພຣະຣາຊະຊັພຍ໌ຫລາຍ ມີພຣະຣາຊະສົມບັດຫລາຍ ມີຣີ້ພົລຫລາຍ ມີພຣະຣາຊະພາຫະນະຫລາຍ ມີພຣະຣາຊະອານາຈັກໃຫຍ່ ມີຄັງ ສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍຣິບູນ ສ່ວນພຣະເຈົ້າໂກສົລພຣະນາມວ່າ ທີຄີຕິ ຊົງເປັນກະສັຕຂັດສົນ ມີພຣະຣາຊະຊັພຍ໌ໜ້ອຍ ມີພຣະຣາຊະສົມບັດ ໜ້ອຍ ມີຣີ້ພົລໜ້ອຍ ມີພຣະຣາຊະພາຫະນະໜ້ອຍ ມີພຣະຣາຊະອານາຈັກນ້ອຍ ມີຄັງສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍ່ບໍຣິບູນ.

ຄັ້ງນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊ ສະເດັຈກຣີທາຈາຕຸຣົງຄະເສນາໄປໂຈມຕີພຣະເຈົ້າທີຄີຕິໂກສົລຣາຊ ພຣະເຈົ້າທີຄີຕິໂກສົລຣາຊໄດ້ຊົງສະດັບຂ່າວວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊ ສະເດັຈກຣີທາຈາຕຸຣົງຄະເສນາມາໂຈມຕີພຣະອົງຄ໌ ຈິ່ງຊົງພຣະຣາຊະດຳຣິວ່າ ພຣະເຈົ້າພຣົມມະທັຕກາສິກະຣາຊ ຊົງເປັນກະສັຕທີ່ມັ່ງຄັ້ງ ມີພຣະຣາຊະຊັພຍ໌ຫລາຍ ມີພຣະຣາຊະສົມບັດຫລາຍ ມີຣີ້ພົລຫລາຍ ມີພຣະຣາຊະພາຫະນະຫລາຍ ມີພຣະຣາຊະອານາຈັກໃຫຍ່ ມີຄັງສັສຕຣາອາວຸທຍຸທທະພັນ ແລະຄັງທັນຍາຫາຣບໍຣິບູນ ສ່ວນເຮົາເປັນຄົນທີ່ຂັດສົນ ມີພຣະຣາຊະຊັພຍ໌ໜ້ອຍ ມີພຣະຣາຊະສົມບັດໜ້ອຍ ມີຣີ້ພົລ ໜ້ອຍ ມີພຣະຣາຊະພາຫະນະໜ້ອຍ ມີພຣະຣາຊະອານາຈັກນ້ອຍ ມີຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣບໍ່ບໍຣິບູນ ເຮົາບໍ່ສາມາດຈະຕໍ່ສູ້ກັບພຣະເຈົ້າພຣົມມະທັຕກາສິກະຣາຊແມ່ນພຽງເສິກດຽວ ຖ້າເຊັ່ນນັ້ນ ເຮົາຄວນຟ້າວໜີອອກຈາກພຣະນະຄອຣໄປເສຍກ່ອນດີກວ່າ ຄັນແລ້ວຊົງພາມະເຫສີສະເດັຈໜີອອກຈາກພຣະນະຄອຣໄປເສຍກ່ອນ ຝ່າຍພຣະເຈົ້າພຣົມມະທັຕກາສິກະຣາຊຊົງຢຶດຣີ້ພົລ ພາຫະນະ ຊົນບົທ ຄັງສັສຕຣາອາວຸທຍຸທທະພັນແລະຄັງທັນຍາຫາຣຂອງພຣະເຈົ້າທີຄີຕິໂກສົລຣາຊໄວ້ໄດ້ແລ້ວສະເດັຈເຂົ້າຄອບຄອງແທນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ