ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຄັ້ງນັ້ນ ພຣະເຈົ້າທີຄີຕິໂກສົລຣາຊພ້ອມກັບພຣະມະເຫສີໄດ້ສະເດັຈໜີໄປທາງພຣະນະຄອຣພາຣານະສີ ສະເດັຈໂຄຈອຣໄປຕາມລຳດັບ ເຖິງພຣະນະຄອຣພາຣານະສີແລ້ວ ຂ່າວວ່າພຣະອົງຄ໌ພ້ອມກັບມະເຫສີຊົງປອມແປງພຣະອົງຄ໌ບໍ່ໃຫ້ໃຜຮູ້ຈັກ ຊົງນຸ່ງຫົ່ມເໝືອນປະຣິພາຊົກ ສະເດັຈອາສັຍຢູ່ໃນເຮືອນຂອງຊ່າງໝໍ້ ເຊິ່ງຕັ້ງຢູ່ຊາຍແດນແຫ່ງໜຶ່ງເຂດພຣະນະຄອຣພາຣານະສີນັ້ນ ຄັນຕໍ່ມາບໍ່ນານເທົ່າໃດ ມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊຊົງຕັ້ງພຣະຄັນ ພຣະນາງຊົງແພ້ພຣະຄັນເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ຊົງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະປາຖນາຈະຊົງສເວີຍນ້ຳລ້າງພຣະແສງຂັນ (ນ້ຳລ້າງດາບ) ຈິ່ງກຣາບທູລຄຳນີ້ແດ່ພຣະຣາຊະສາມີໃນທັນທີວ່າ:

ຂໍເດຊະ ນ້ອງມີຄັນ ໄດ້ແພ້ຄັນເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ນ້ອງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະປາຖນາດື່ມນ້ຳລ້າງພຣະແສງຂັນ ຂ້ານ້ອຍ!

ພຣະຣາຊາຕຣັສສັ່ງວ່າ ແມ່ເທວີ ເຮົາທັງສອງກຳລັງຕົກຢູ່ໃນຄວາມຍາກລຳບາກ ຈະໄດ້ຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບແລະນ້ຳລ້າງພຣະແສງຂັນມາແຕ່ໃສ.

ພຣະຣາຊະເທວີກຣາບທູລວ່າ ຖ້ານ້ອງບໍ່ໄດ້ຄົງຕາຍແນ່ ຂ້ານ້ອຍ.

ກໍສມັຍນັ້ນ ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊເປັນສະຫາຍຂອງພຣະເຈົ້າທີຄີຕິໂກສົລຣາຊ ພຣະເຈົ້າທີຄີຕິໂກສົລຣາຊຈິ່ງສະເດັຈເຂົ້າໄປຫາພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊ ຄັນເຖິງແລ້ວໄດ້ຕຣັສຄຳນີ້ແກ່ທ່ານພຣາມວ່າ ສະຫາຍ ເພື່ອນຍິງຂອງເພື່ອນມີຄັນ ນາງແພ້ທ້ອງມີອາກາຣເຫັນປານນີ້ຄື ເມື່ອຍາມຮຸ່ງອາຣຸນ ນາງປາຖນາຈະທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະ ໜາມຣົບ ແລະປາຖນາດື່ມນ້ຳລ້າງພຣະແສງຂັນ.

ພຣາມປຸໂຣຫິຕກຣາບທູລວ່າ ຂໍເດຊະ ຖ້າເຊັ່ນນັ້ນ ເຮົາຈະຂໍເຝົ້າພຣະເທວີກ່ອນ.

ລຳດັບນັ້ນ ພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊໄດ້ສະເດັຈເຂົ້າໄປຫາພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊ ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊໄດ້ແລເຫັນພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊກຳລັງສະເດັຈມາແຕ່ໄກ ຄັນແລ້ວລຸກຈາກທີ່ນັ່ງ ຫົ່ມຜ່າບ່ຽງບ່າ ປະນົມມືໄປທາງພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊ ແລ້ວເປັ່ງອຸທານຂຶ້ນ ໓ ຄັ້ງວ່າ:

ທ່ານຜູ້ຈະເຣີນ! ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ພຣະເຈົ້າໂກສົລປະທັບຢູ່ໃນພຣະອຸທອນແນ່ແລ້ວ, ເພາະສະນັ້ນ ພຣະເທວີຢ່າໄດ້ເສຍພຣະທັຍ ເມື່ອຍາມຮຸ່ງອາຣຸນ ຈັກໄດ້ທອດພຣະເນຕຈະຕຸຣົງຄະເສນາຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະຈັກໄດ້ຊົງສເວີຍນ້ຳລ້າງພຣະແສງຂັນແນ່ແທ້.

ພຣາມປຸໂຣຫິຕຂອງພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງເຂົ້າໄປໃນພຣະຣາຊະສຳນັກ ຄັນເຖິງແລ້ວໄດ້ກຣາບທູລພຣະເຈົ້າພຣົມມະທັຕກາສິກະຣາຊວ່າ:

ຂໍເດຊະ! ນິມິຕທັງຫລາຍປາກົຕຕາມກຳນົດວິທີກາຣຄື ໃນເວລາຮຸ່ງອາຣຸນໃນມື້ອື່ນ ຈະຕຸຣົງຄະເສນາຈະຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະເຈົ້າພະນັກງານຈະເອົານ້ຳລ້າງພຣະແສງຂັນດ້ວຍ ຂ້ານ້ອຍ.

ລຳດັບນັ້ນ ພຣະເຈົ້າພຣົມມະທັຕກາສິກະຣາຊຈິ່ງມີພຣະບໍຣົມຣາຊະອົງກາຣສັ່ງເຈົ້າພະນັກງານທັງຫລາຍວ່າ:

ທ່ານທັງຫລາຍ! ພຣາມປຸໂຣຫິຕສັ່ງກາຣຢ່າງໃດ ພວກເຈົ້າຈົ່ງກະທຳຢ່າງນັ້ນ.

ພຣະມະເຫສີຂອງພຣະເຈົ້າທີຄີຕິໂກສົລຣາຊໄດ້ທອດພຣະເນຕຈະຕຸຣົງຄະເສນາ ຜູ້ຜູກສອດສວມເກາະຢືນຢູ່ໃນສະໜາມຣົບ ແລະໄດ້ສເວີຍນ້ຳພຣະແສງຂັນໃນເວລາຮຸ່ງອາຣຸນສົມປາຖນາ ຄັນຕໍ່ມາຊົງອາສັຍຄວາມແກ່ແຫ່ງຄັນນັ້ນ ໄດ້ປະສູຕພຣະຣາຊະໂອຣົສ ພຣະຊະນົກຊົນນະນີໄດ້ຂະໜານພຣະນາມພຣະຣາຊະໂອຣົສນັ້ນວ່າ ທີຄາວຸ ແລະຕໍ່ມາບໍ່ນານເທົ່າໃດ ທີຄາວຸຣາຊະກຸມາຣກໍເຖິງຄວາມເປັນຜູ້ຮູ້ດຽງສາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ