ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ຖ້າກຸລະບຸຕອອກຈາກສະກຸນພຣາມ ມາບວດເປັນບັນພະຊິຕ ເຂົາມາເຖິງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສງົບຈິຕໃນພາຍໃນ ກໍສັນນັ້ນເໝືອນກັນ ເຮົາກ່າວວ່າ ເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ຖ້າກຸລະບຸຕອອກຈາກສະກຸນແພສຍ໌ ມາບວດເປັນບັນພະຊິຕ ເຂົາມາເຖິງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສງົບຈິຕໃນພາຍໃນ ກໍສັນນັ້ນເໝືອນກັນ ເຮົາກ່າວວ່າ ເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ຖ້າກຸລະບຸຕອອກຈາກສະກຸນສູທ ມາບວດເປັນບັນພະຊິຕ ເຂົາມາເຖິງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສງົບຈິຕໃນພາຍໃນ ກໍສັນນັ້ນເໝືອນກັນ ເຮົາກ່າວວ່າ ເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ຖ້າກຸລະບຸຕອອກຈາກສະກຸນໃດໆກໍຕາມ ມາບວດເປັນບັນພະຊິຕ ເຂົາມາເຖິງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສງົບຈິຕໃນພາຍໃນ ກໍສັນນັ້ນເໝືອນກັນ ເຮົາກ່າວວ່າ ເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ຖ້າກຸລະບຸຕອອກຈາກສະກຸນກະສັຕມາບວດເປັນບັນພະຊິຕ ເຂົາກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ເຮົາກ່າວວ່າ ເປັນສະມະນະເພາະສິ້ນອາສະວະທັງຫລາຍ.

ຖ້າກຸລະບຸຕອອກຈາກສະກຸນພຣາມ..., ຖ້າກຸລະບຸຕອອກຈາກສະກຸນແພສຍ໌..., ຖ້າກຸລະບຸຕອອກຈາກສະກຸນສູທ..., ຖ້າກຸລະບຸຕອອກຈາກສະກຸນໃດໆກໍຕາມ ມາບວດເປັນບັນພະຊິຕ ເຂົາກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ເຮົາກ່າວວ່າ ເປັນສະມະນະເພາະສິ້ນອາສະວະທັງຫລາຍ.

ມັຊຊິມະນິກາຍ ມູລປັນນາສກ໌ ໑໒/໓໖໒/໔໘໒

ກາຣຂ້າສັຕເຈາະຈົງພຣະຕະຖາຄົຕ

ຫລືສາວົກຂອງພຣະຕະຖາຄົຕ ຜູ້ນັ້ນຍ່ອມປະສົບກັບສິ່ງທີ່ບໍ່ເປັນບຸນຍ໌ເປັນອັນມາກ

ສມັຍໜຶ່ງພຣະຜູ້ມີພຣະພາຄປະທັບຢູ່ທີ່ອັມພະວັນຂອງໝໍຊີວົກໂກມາຣະພັຈ ເຂດພຣະນະຄອຣຣາຊະຄຶ ຄັ້ງນັ້ນແລ ໝໍຊີວົກໂກມາຣະພັຈເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງຄຳນີ້ມາວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳ ດັ່ງນີ້,

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຊົນເຫລົ່າໃດກ່າວຢ່າງນີ້ວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳດັ່ງນີ້ ຊົນເຫລົ່ານັ້ນຊື່ວ່າ ກ່າວຕົງກັບທີ່ພຣະຜູ້ມີພຣະພາຄຕຣັສ ບໍ່ຊື່ວ່າກ່າວຕູ່ພຣະຜູ້ມີພຣະພາຄດ້ວຍຄຳອັນບໍ່ເປັນຈິງ ຊື່ວ່າຢືນຢັນທັມອັນສົມຄວນແກ່ທັມ ກາຣກ່າວແລະກ່າວຕາມຄຳກ່າວເຊັ່ນນັ້ນ ຈະບໍ່ເຖິງຂໍ້ຕິຕຽນຫລືໜໍ?

ຊີວົກ! ຊົນເຫລົ່າໃດກ່າວຢ່າງນີ້ວ່າ ຊົນທັງຫລາຍຍ່ອມຂ້າສັຕເຈາະຈົງພຣະສະມະນະໂຄດົມ ພຣະສະມະນະໂຄດົມຊົງຊາບຂໍ້ນັ້ນຢູ່ ຍັງສເວີຍເນື້ອທີ່ເຂົາທຳສະເພາະຕົນ ອາສັຍຕົນທຳ ດັ່ງນີ້ ຊົນເຫລົ່ານັ້ນບໍ່ຊື່ວ່າກ່າວຕົງຕາມຄຳທີ່ເຮົາກ່າວ ຊື່ວ່າກ່າວຕູ່ເຮົາດ້ວຍຄຳອັນບໍ່ເປັນຈິງ.

ຊີວົກ! ເຮົາກ່າວເນື້ອວ່າເປັນຂອງບໍ່ຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣ ຄື ເນື້ອທີ່ຕົນເຫັນ, ເນື້ອທີ່ຕົນໄດ້ຍິນ, ເນື້ອທີ່ຕົນສົງສັຍ(ໂຂ ອະຫັງ ຊີວະກະ ຖາເນຫິ ມັງສັງ ອັປປະຣິ-ໂພຄັນຕິ ວະທາມິ ທິຕຖັງ ສຸຕັງ ປະຣິສັງກິຕັງ). ຊີວົກ ເຮົາກ່າວເນື້ອວ່າເປັນຂອງບໍ່ຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣນີ້ແລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ