ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ຊີວົກ! ເຮົາກ່າວເນື້ອວ່າເປັນຂອງຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣ ຄື ເນື້ອທີ່ຕົນບໍ່ໄດ້ເຫັນ, ເນື້ອທີ່ຕົນບໍ່ໄດ້ຍິນ, ເນື້ອທີ່ຕົນບໍ່ໄດ້ສົງສັຍ(ໂຂ ອະຫັງ ຊີວະກະ ຖາເນຫິ ມັງສັງ ປະຣິໂພຄັນຕິ ວະທາມິ ອະທິຕຖັງ ອະສຸຕັງ ອະປະຣິສັງກິຕັງ). ຊີວົກ ເຮົາກ່າວເນື້ອວ່າເປັນຂອງຄວນບໍຣິໂພຄດ້ວຍເຫຕ ໓ ປະກາຣນີ້ແລ.
ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍເມຕຕາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.
ຊີວົກ! ເມື່ອພິກຂຸຫວັງຢູ່ ກໍຮັບນິມົນ ພໍຜ່ານຣາຕຣີນັ້ນໄປ ເວລາເຊົ້າພິກຂຸນັ້ນນຸ່ງຫົ່ມແລ້ວຖືບາຕແລະຈີວອຣເຂົ້າໄປຍັງນິເວສນ໌ຂອງຄະຫະບໍດີຫລືບຸຕຂອງຄະຫະບໍດີ ແລ້ວນັ່ງລົງໃນອາສະນະທີ່ເຂົາປູໄວ້ ຄະຫະບໍດີຫລືບຸຕຂອງຄະຫະບໍດີນັັ້ນ ຖວາຍອາຫາຣເຂົາດ້ວຍບິນທະບາຕອັນປະນີຕ ຄວາມຄິດວ່າ ດີໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕ ດັ່ງນີ້ ຍ່ອມບໍ່ມີແກ່ເຂົາ ແມ່ນແຕ່ຄວາມຄິດວ່າ ໂອໜໍ ຄະຫະບໍດີຫລືບຸຕຂອງຄະຫະບໍດີຜູ້ນີ້ ຄວນຖວາຍອາຫາຣເຮົາດ້ວຍບິນທະບາຕອັນປະນີຕເຊັ່ນນີ້ໃນຄັ້ງຕໍ່ໄປ ດັ່ງນີ້ ກໍບໍ່ມີແກ່ເຂົາ ເຂົາບໍ່ກຳນັດ ບໍ່ມົວເມົາ ບໍ່ຟ້າວກືນບິນທະບາຕນັ້ນ ມີປົກກະຕິເຫັນໂທສ ມີປັນຍາເປັນເຄື່ອງສະລັດອອກ ບໍຣິໂພຄຢູ່.
ຊີວົກ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ? ສມັຍນັ້ນ ພິກຂຸນັ້ນ ຍ່ອມຄິດເພື່ອບຽດບຽນຕົນ ຄິດເພື່ອບຽດບຽນຜູ້ອຶື່ນ ຫລືຄິດເພື່ອບຽດບຽນທັງສອງຝ່າຍຫລືໜໍ?
ບໍ່ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຊີວົກ! ສມັຍນັ້ນ ພິກຂຸນັ້ນຊື່ວ່າ ສັນອາຫາຣອັນບໍ່ມີໂທສບໍ່ແມ່ນຫລື?
ເປັນເຊັ່ນນັ້ນ ພຣະອົງຄ໌ຜູ້ຈະເຣີນ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍໄດ້ຟັງມາວ່າ ພຣົມມີປົກກະຕິຢູ່ດ້ວຍເມຕຕາ ຄຳນັ້ນເປັນຄຳທີ່ຂ້ານ້ອຍໄດ້ຟັງມາ ຄຳນີິ້ພຣະຜູ້ມີພຣະພາຄເປັນອົງຄ໌ພະຍານປາກົຕແລ້ວ ດ້ວຍວ່າ ພຣະຜູ້ມີພຣະພາຄຊົງມີປົກກະຕິຢູ່ດ້ວຍເມຕຕາ.
ຊີວົກ! ບຸຄຄົລຍ່ອມມີຄວາມພະຍາບາທ ເພາະຣາຄະ ໂທສະ ໂມຫະໃດ, ຣາຄະ ໂທສະ ໂມຫະນັ້ນ ຕະຖາຄົຕລະໄດ້ແລ້ວ ມີມູລອັນຂາດແລ້ວ ເປັນເໝືອນຕານຍອດດ້ວນ ເຖິງຄວາມບໍ່ມີ ມີອັນບໍ່ເກີດອີກຕໍ່ໄປເປັນທັມມະດາ.
ຊີວົກ! ຖ້າທ່ານກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະເປັນຕົ້ນນີ້ ເຮົາອະນຸຍາດກາຣກ່າວເຊັ່ນນັ້ນແກ່ທ່ານ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍກ່າວໂດຍໝາຍເອົາກາຣລະຣາຄະ ໂທສະ ໂມຫະ ເປັນຕົ້ນນີ້.
ຊີວົກ! ພິກຂຸໃນທັມວິນັຍນີ້ ອາສັຍບ້ານຫລືນິຄົມແຫ່ງໃດແຫ່ງໜຶ່ງຢູ່ ເຂົາມີໃຈປະກອບດ້ວຍກະຣຸນາ ແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍ ເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ ຄະຫະບໍດີຫລືບຸຕຂອງຄະຫະບໍດີເຂົ້າໄປຫາເຂົາແລ້ວ ນິມົນສັນອາຫາຣໃນຕອນເຊົ້າມື້ອື່ນ.








