ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ກໍຢ່າງໃດ ພິກຂຸຈິ່ງຊື່ວ່າເປັນຜູ້ປະຕິບັຕຂໍ້ປະຕິບັຕອັນດີຍິ່ງຂອງສະມະນະ?

ພິກຂຸທັງຫລາຍ! ພິກຂຸອົງຄ໌ໃດມີອະພິຊຊາຫລາຍ ກໍລະອະພິຊຊາເສຍໄດ້, ມີຈິຕພະຍາບາທຫລາຍ ກໍລະພະຍາບາທເສຍໄດ້, ມີຄວາມມັກໂກທ ກໍລະຄວາມມັກໂກທເສຍໄດ້, ມີຄວາມຜູກໂກທ ກໍລະຄວາມຜູກໂກທເສຍໄດ້, ມີຄວາມລົບຫລູ່ ກໍລະຄວາມລົບຫລູ່ເສຍໄດ້, ມີຄວາມຕີສະເໝີ ກໍລະຄວາມຕີສະເໝີເສຍໄດ້, ມີຄວາມອິສສາ ກໍລະຄວາມອິສສາເສຍໄດ້, ມີຄວາມຂີ້ຖີ່ ກໍລະຄວາມຂີ້ຖີ່ເສຍໄດ້, ມີຄວາມໂອ້ອວດ ກໍລະຄວາມໂອ້ອວດເສຍໄດ້, ມີມາຍາ ກໍລະມາຍາເສຍໄດ້, ມີຄວາມປາຖນາຊົ່ວ ກໍລະຄວາມປາຖນາຊົ່ວເສຍໄດ້, ມີຄວາມເຫັນຜິດ ກໍລະຄວາມເຫັນຜິດເສຍໄດ້.

ພິກຂຸທັງຫລາຍ! ເພາະລະເສຍໄດ້ເຊິ່ງກິເລສອັນເປັນມົລທິນ ເປັນໂທສ ເປັນດັ່ງນ້ຳຝາດຂອງສະມະນະ ອັນເປັນເຫຕໃຫ້ເກີດໃນອະບາຍ ມີວິບາກອັນຕົນຈະສເວີຍໃນທຸຄະຕິເຫລົ່ານີ້ແລ ເຮົາຈິ່ງກ່າວວ່າ ພິກຂຸນັ້ນເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ພິກຂຸນັ້ນຍ່ອມພິຈາຣະນາເຫັນຕົນບໍຣິສຸທ ພົ້ນແລ້ວຈາກອະກຸສົລທັມອັນເປັນບາບທັງປວງນີ້ ເມື່ອເຂົາພິຈາຣະນາເຫັນຕົນບໍຣິສຸທ ພົ້ນແລ້ວຈາກອະກຸສົລທັມອັນເປັນບາບເຫລົ່ານັ້ນແລ້ວ ປາໂມທຍ່ອມເກີດ ເມື່ອເກີດປາໂມທແລ້ວ ປີຕິຍ່ອມເກີດ ເມື່ອມີໃຈປະກອບດ້ວຍປີຕິແລ້ວ ກາຍຍ່ອມສງົບ ຜູ້ມີກາຍສງົບ ຍ່ອມໄດ້ສເວີຍສຸຂ ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ ເຂົາມີິຈິຕປະກອບດ້ວຍເມຕຕາ ແຜ່ໄປສູ່ທິສທີ ໑ ຢູ່; ແຜ່ໄປສູ່ທິສທີ ໒ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໓ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໔ ກໍຢ່າງນັ້ນ; ແລະເຂົາມີຈິຕປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ແຜ່ໄປທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ທົ່ວທຸກທາງ ສະເໝີໜ້າກັນຕະຫລອດໂລກທັງປວງທີ່ມີຢູ່.

ເຂົາມີຈິຕປະກອບດ້ວຍກະຣຸນາ ແຜ່ໄປສູ່ທິສທີ ໑ ຢູ່; ແຜ່ໄປສູ່ທິສທີ ໒ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໓ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໔ ກໍຢ່າງນັ້ນ; ແລະເຂົາມີຈິຕປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ແຜ່ໄປທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ທົ່ວທຸກທາງ ສະເໝີໜ້າກັນຕະຫລອດໂລກທັງປວງທີ່ມີຢູ່.

ເຂົາມີຈິຕປະກອບດ້ວຍມຸທິຕາ ແຜ່ໄປສູ່ທິສທີ ໑ ຢູ່; ແຜ່ໄປສູ່ທິສທີ ໒ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໓ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໔ ກໍຢ່າງນັ້ນ; ແລະເຂົາມີຈິຕປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ແຜ່ໄປທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ທົ່ວທຸກທາງ ສະເໝີໜ້າກັນຕະຫລອດໂລກທັງປວງທີ່ມີຢູ່.

ເຂົາມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປສູ່ທິສທີ ໑ ຢູ່; ແຜ່ໄປສູ່ທິສທີ ໒ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໓ ກໍຢ່າງນັ້ນ; ແຜ່ໄປສູ່ທິສທີ ໔ ກໍຢ່າງນັ້ນ; ແລະເຂົາມີຈິຕປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທ ແຜ່ໄປທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ທົ່ວທຸກທາງ ສະເໝີໜ້າກັນຕະຫລອດໂລກທັງປວງທີ່ມີຢູ່.

ພິກຂຸທັງຫລາຍ! ສະໂບກຂະຣະນີ ມີນ້ຳໃສຈືດ ເຢັນ ສະອາດ ມີທ່າອັນດີ ໜ້າຊື່ນຊົມ ຖ້າບຸຣຸສມາແຕ່ທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ທິສໃຕ້ ແລະຈາກສະຖານທີ່ໃດໆ ອັນຄວາມຮ້ອນແຜດເຜົາ ຮ້ອນອົບເອົ້າ ລຳບາກ ຫິວໂຫຍ ຢາກດື່ມນ້ຳ ເຂົາມາເຖິງສະໂບກຂະຣະນີນັ້ນແລ້ວ ກໍບັນເທົາຄວາມຢາກດື່ມນ້ຳ ແລະຄວາມກະວົນກະວາຍເພາະຄວາມຮ້ອນເສຍໄດ້ສັນໃດ; ພິກຂຸທັງຫລາຍ ຖ້າກຸລະບຸຕອອກຈາກສະກຸນກະສັຕ ມາບວດເປັນບັນພະຊິຕ ເຂົາມາເຖິງທັມວິນັຍທີ່ຕະຖາຄົຕປະກາສແລ້ວ ຈະເຣີນເມຕຕາ ກະຣຸນາ ມຸທິຕາ ແລະອຸເປກຂາຢ່າງນັ້ນ ຍ່ອມໄດ້ຄວາມສງົບຈິຕໃນພາຍໃນ ກໍສັນນັ້ນເໝືອນກັນ ເຮົາກ່າວວ່າ ເປັນຜູ້ປະຕິບັຕຂໍ້ປະຕິບັຕທີ່ດີຍິ່ງຂອງສະມະນະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ