ຄູ່ມືກາຣຈະເຣີນເມຕຕາ
ໜ້າ/ 63
ອາຈຽນ ຫລືນ້ຳລາຍ.
ບໍ່ສາມາດຊີ້ແຈງໃຫ້ພິກຂຸປ່ວຍສະມາທານ
ອາດຫານ ຣ່າເຣີງດ້ວຍທັມມິກະຖາໂດຍກາລອັນສົມຄວນ.
ພິກຂຸທັງຫລາຍ! ພິກຂຸຜູ້ປິ່ນປົວພິກຂຸປ່ວຍປະກອບດ້ວຍທັມ ໕ ປະກາຣນີ້ແລ ບໍ່ຄວນເປັນຜູ້ປິ່ນປົວພິກຂຸປ່ວຍ.
ພິກຂຸທັງຫລາຍ! ພິກຂຸຜູ້ປິ່ນປົວພິກຂຸປ່ວຍປະກອບດ້ວຍທັມ ໕ ປະກາຣ ຄວນປິ່ນປົວພິກຂຸປ່ວຍ, ໕ ປະກາຣເປັນຢ່າງໃດ ຄື:
ພິກຂຸຜູ້ປິ່ນປົວຍ່ອມເປັນຜູ້ສາມາດຈັດຢາ.
ຮູ້ສິ່ງທີ່ສະບາຍແລະບໍ່ສະບາຍ ນໍາສິ່ງທີ່ບໍ່ສະບາຍອອກ
ໄປ ນຳສິ່ງທີ່ສະບາຍເຂົ້າມາ.
ເປັນຜູ້ມີຄວາມເມຕຕາໃນກາຣຮັກສາພະຍາບານ ບໍ່ເປັນຜູ້
ຫວັງອາມິຕໃນກາຣຮັກສາ.
ບໍ່ລັງກຽດເມື່ອນໍາອອກເຊິ່ງອຸຈຈາຣະ ປັສສາວະ ອາຈຽນ
ຫລືນ້ຳລາຍ.
ເປັນຜູ້ສາມາດຊີ້ແຈງໃຫ້ພິກຂຸປ່ວຍສະມາທານ ອາດຫານ
ຣ່າເຣີງດ້ວຍທັມມິກະຖາໂດຍກາລອັນສົມຄວນ.
ພິກຂຸທັງຫລາຍ! ພິກຂຸຜູ້ປິ່ນປົວພິກຂຸປ່ວຍປະກອບດ້ວຍທັມ ໕ ປະກາຣນີ້ແລ ຄວນເປັນຜູ້ປິ່ນປົວພິກຂຸປ່ວຍ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໐/໑໒໔
ອານິສົງສ໌ແຫ່ງກາຣຈະເຣີນ
ເມຕຕາເຈໂຕວິມຸຕ ໘ ປະກາຣ
ພິກຂຸທັງຫລາຍ! ເມື່ອເມຕຕາເຈໂຕວິມຸຕ ອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໝັ່ນຈະເຣີນເນື່ອງໆ ສັ່ງສົມໄວ້ສະໝ່ຳສະເໝີ ປຣາຣົພດີແລ້ວ ຍ່ອມຫວັງໄດ້ອານິສົງສ໌ ໘ ປະກາຣ, ໘ ປະກາຣເປັນຢ່າງໃດ? ຄື:
ຫລັບເປັນສຸຂ,
ຕື່ນເປັນສຸຂ,
ບໍ່ຝັນຮ້າຍ,
ເປັນທີ່ຮັກຂອງມະນຸສທັງຫລາຍ,
ເປັນທີ່ຮັກຂອງອະມະນຸສທັງຫລາຍ,
ເທວະດາຍ່ອມຮັກສາ,
ໄຟ ຢາພິດ ຫລືສັສຕຣາຍ່ອມບໍ່ກ້ຳກ່າຍໄດ້,
ເມື່ອຍັງບໍ່ແທງຕະຫລອດຄຸນອັນຍິ່ງ
ຍ່ອມເປັນຜູ້ເຂົ້າເຖິງພຣົມມະໂລກ
(ອຸຕຕະຣິງ ອັປປະຕິວິຊຊັນໂຕ ພຣັມມະໂລກູປະໂຄ ໂຫຕິ).
ພິກຂຸທັງຫລາຍ! ເມື່ອເມຕຕາເຈໂຕວິມຸຕ ອັນບຸຄຄົລຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ກະທຳໃຫ້ເປັນດັ່ງຍານ ກະທຳໃຫ້ເປັນທີ່ຕັ້ງ ໝັ່ນຈະເຣີນເນື່ອງໆ ສັ່ງສົມໄວ້ສະໝ່ຳສະເໝີ ປຣາຣົພດີແລ້ວ ຍ່ອມຫວັງໄດ້ອານິສົງສ໌ ໘ ປະກາຣນີ້ແລ.
ຜູ້ໃດມີສະຕິໝັ້ນຄົງ ຈະເຣີນເມຕຕາອັນຫາປະມານບໍ່ໄດ້ ສັງໂຍຊຂອງຜູ້ນັັ້ນ ຜູ້ເຫັນທັມເປັນທີ່ສິ້ນໄປແຫ່ງອຸປະທິກິເລສ ຍ່ອມເບົາບາງ ຫາກເຂົາບໍ່ມີຈິຕຄິດປອງຮ້າຍສັຕແມ່ນພຽງໂຕດຽວຈະເຣີນເມຕຕາຈິຕຢູ່ ເພາະເຫຕທີ່ຈະເຣີນເມຕຕາຈິຕນັ້ນ ຍ່ອມເປັນກຸສົລ ເຂົາມີໃຈອະນຸເຄາະແກ່ໝູ່ສັຕທັງປວງ ເປັນຜູ້ປະເສີດກະທຳບຸນຍ໌ມາກມາຍ ພຣະຣາຊາຜູ້ປະກອບດ້ວຍທັມເຊັ່ນກັບລືສີ ປົກປ້ອງແຜ່ນດິນອັນປະກອບດ້ວຍໝູ່ສັຕ ຈະເຣີນຮອຍຕາມກັນ ບູຊາຍັນເຫລົ່າໃດ ຄື ສັສສະເມທະ ຊົງຄວາມເກັ່ງກ້າໃນກາຣບຳຣຸງພືດພັນ ທັນຍາຫານ, ປຸຣິສະເມທະ ຊົງຄວາມສາມາດໃນກາຣເກ້ຍກ່ອມປະຊາຊົນ, ສັມມາປາສະ ມີອັດທະຍາສັຍເໝືອນບ້ວງຄ້ອງນ້ຳໃຈປະຊາຊົນ, ວາຊະເປີຍຍະ ຊົງມີພຣະວາຈາເປັນທີ່ດູດດື່ມນ້ຳໃຈຄົນ ເຊິ່ງມີຜົລຄືກະທຳໃຫ້ນະຄອຣບໍ່ຕ້ອງມີຫລີ້ມກອນ ມະຫາຍັນເຫລົ່ານັ້ນທັງໝົດ ຍັງບໍ່ເຖິງສ້ຽວທີ ໑໖ ແຫ່ງເມຕຕາຈິຕທີ່ບຸຄຄົລຈະເຣີນດີແລ້ວ ເໝືອນກຸ່ມດວງດາວທັງໝົດບໍ່ທຽບເທົ່າແສງເດືອນ ສັນນັ້ນ.
ຜູ້ໃດມີເມຕຕາຈິຕໃນສັພພະສັຕ ບໍ່ຂ້າເອງ ບໍ່ໃຊ້ໃຫ້ຜູ້ອື່ນຂ້າ ບໍ່ຊະນະເອງ ບໍ່ໃຊ້ໃຫ້ຜູ້ອື່ນຊະນະ ຜູ້ນັ້ນຍ່ອມບໍ່ມີເວຣກັບຄົນໃດໆ.
ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖກະ-ນະວະກະນິບາຕ ໒໓/໑໑໗-໑໑໘/໙໑
ພິກຂຸທັງຫລາຍ ເຮົາເບິ່ງບໍ່ເຫັນທັມອື່ນແມ່ນແຕ່ຢ່າງດຽວ ທີ່ເປັນເຫຕໃຫ້ກຸສົລທັມທີ່ຍັງບໍ່ເກີດ ເກີດຂຶ້ນ ຫລືອະກຸສົລທັມທີ່ເກີດຂຶ້ນແລ້ວ ຍ່ອມເສື່ອມໄປ ເໝືອນກາຣປຣາຣົພຄວາມພຽນ.
ພິກຂຸທັງຫລາຍ ເມື່ອບຸຄຄົລເປັນຜູ້ປຣາຣົພຄວາມພຽນ ກຸສົລທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະອະກຸສົລທັມທີ່ເກີດຂຶ້ນແລ້ວ ຍ່ອມເສື່ອມສິ້ນໄປ.
ອັງຄຸຕຕະຣະນິກາຍ ເອກະ-ທຸກ-ຕິກະນິບາຕ ໒໐/໙-໑໐/໖໒
ກາຣບໍ່ຈະເຣີນເມຕຕາເຈໂຕວິມຸຕ
ຍ່ອມຖືກພວກອະມະນຸສກຳຈັດໄດ້ງ່າຍ
ພິກຂຸທັງຫລາຍ! ຕະກຸນເຫລົ່າໃດມີສະຕຣີຫລາຍ ມີບຸຣຸສໜ້ອຍ ຕະກຸນເຫລົ່ານັ້ນຍ່ອມຖືກພວກໂຈຣປຸ້ນໄດ້ງ່າຍ ສັນໃດ;








