ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືກາຣຈະເຣີນເມຕຕາ

ໜ້າ/ 63

ພິກຂຸທັງຫລາຍ! ພິກຂຸອົງຄ໌ໃດບໍ່ຈະເຣີນເມຕຕາເຈໂຕວິມຸຕ ບໍ່ກະທຳໃຫ້ຫລາຍແລ້ວ ພິກຂຸອົງຄ໌ນັ້ນຍ່ອມຖືກພວກອະມະນຸສກຳຈັດໄດ້ງ່າຍ ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ! ຕະກຸນເຫລົ່າໃດມີສະຕຣີໜ້ອຍ ມີບຸຣຸສຫລາຍ ຕະກຸນເຫລົ່ານັ້ນຍ່ອມຖືກພວກໂຈຣປຸ້ນໄດ້ຍາກ ສັນໃດ;

ພິກຂຸທັງຫລາຍ! ພິກຂຸອົງຄ໌ໃດຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍແລ້ວ ພິກຂຸອົງຄ໌ນັ້ນຍ່ອມເປັນຜູ້ທີ່ອະມະນຸສກຳຈັດໄດ້ຍາກ, ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ອາສັຍໄດ້ ປະພຶດໃຫ້ໝັ້ນຄົງ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ສັງຍຸຕຕະຣນິກາຍ ນິທານ. ກຸລສູຕ ໑໖/໒໖໗/໖໖໕-໖໖໖

ກາຣຈະເຣີນເມຕຕາ

ມີອານິສົງສ໌ຫລາຍກວ່າກາຣໃຫ້ທານ

ພິກຂຸທັງຫລາຍ! ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາເຊົ້າ; ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາທ່ຽງ; ຜູ້ໃດທີ່ໃຫ້ທານປະມານ ໑໐໐ ໝໍ້ໃຫຍ່ໃນເວລາແລງ.

ຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາເຊົ້າ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ຫລືຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາທ່ຽງ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ຫລືຜູ້ໃດທີ່ຈະເຣີນເມຕຕາຈິຕໃນເວລາແລງ ໂດຍທີ່ສຸດພຽງຊົ່ວກາຣຢາດນ້ຳນົມແຫ່ງແມ່ງົວ ກາຣຈະເຣີນເມຕຕາຈິຕນັ້ນມີຜົລຫລາຍກວ່າທານທີ່ບຸຄຄົລໃຫ້ແລ້ວ ໓ ຄັ້ງໃນວັນໜຶ່ງນັ້ນ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ອາສັຍໄດ້ ປະພຶດໃຫ້ໝັ້ນຄົງ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ສັງຍຸຕຕະນິກາຍ ນິທານ. ໂອກະຂາສູຕ ໑໖/໒໖໗/໖໖໗

ເມື່ອຈະເຣີນເມຕຕາຈິຕຢູ່

ພວກອະມະນຸສຍ່ອມກະທຳຈິຕໃຫ້ຫວັ່ນໄຫວບໍ່ໄດ້

ພິກຂຸທັງຫລາຍ! ຫອກມີໃບອັນຄົມ ຖ້າມີບຸຣຸສມາກ່າວວ່າ ເຮົາຈະງໍເຂົ້າ ຈະພັບ ຈະມ້ວນເຊິ່ງຫອກມີໃບອັນຄົມນີ້ດ້ວຍຝາມື ຫລືດ້ວຍກຳມື ດັ່ງນີ້, ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ ບຸຣຸສນັ້ນຈະເປັນຜູ້ສາມາດເພື່ອຈະງໍເຂົ້າ ຈະພັບ ຈະມ້ວນເຊິ່ງຫອກທີ່ມີໃບອັນຄົມນັ້ນດ້ວຍຝາມື ຫລືດ້ວຍກຳມືໄດ້ຫລືໜໍ?

ເປັນໄປບໍ່ໄດ້ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເພາະເຫຕໃດ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເພາະວ່າກາຣທີ່ຈະງໍເຂົ້າຈະພັບແລະຈະມ້ວນເຊິ່ງຫອກທີ່ມີໃບອັນຄົມດ້ວຍຝາມື ຫລືດ້ວຍກຳມື ກະທຳໄດ້ບໍ່ງ່າຍເລີຍ ແລະບຸຣຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍລຳບາກທ່າດຽວ.

ພິກຂຸທັງຫລາຍ! ພິກຂຸອົງຄ໌ໃດຈະເຣີນເມຕຕາເຈໂຕວິມຸຕ ກະທຳໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງອາສັຍ ກະທຳໃຫ້ຕັ້ງໝັ້ນ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ ຖ້າອະມະນຸສຈະກະທຳຈິຕຂອງພິກຂຸນັ້ນໃຫ້ຫວັ່ນໄຫວ (ຕັສສະ ເຈ ອະມະນຸສໂສ ຈິຕຕັງ ຂິປິຕັພພັງ ມັນເຍີຍຍະ) ອະມະນຸສນັ້ນຍ່ອມເປັນຜູ້ມີສ່ວນແຫ່ງຄວາມອິດເມື່ອຍລຳບາກທ່າດຽວ ສັນນັ້ນ ເໝືອນກັນ.

ພິກຂຸທັງຫລາຍ! ເພາະເຫຕນັ້ນແລ, ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເຣີນເມຕຕາເຈໂຕວິມຸຕຕິ ກະທໍາໃຫ້ຫລາຍ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ຕັ້ງອາສັຍ ກະທຳໃຫ້ຕັ້ງໝັ້ນ ສັ່ງສົມເນື່ອງໆ ປຣາຣົພສະໝ່ຳສະເໝີດ້ວຍດີ. ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ສັງຍຸຕຕະນິກາຍ ນິທານ. ສັນຕິສູຕ ໑໖/໒໖໘/໖໖໘-໖໖໙

ທາງທີ່ນຳໄປສູ່ຄວາມເປັນສະຫາຍຂອງພຣົມ

ມານົບ! ກໍທາງເພື່ອຄວາມເປັນສະຫາຍຂອງພຣົມເປັນຢ່າງໃດ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ