ຄະຣາວາສຊັ້ນເລີດ
ໜ້າ/ 41
ພິກຂຸທັງຫຼາຍ ! ນິທານສັມພະວະແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ນິທານສັມພະວະ (ເຫດເປັນແດນເກີດພ້ອມ) ແຫ່ງກັມທັງຫຼາຍ ຄື ຜັສສະ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ເວມັຕຕະຕາແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນນະຣົກ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນກໍາເນີດເດຣັດສານ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນເປຕວິສັຍ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາ ໃນມະນຸສໂລກ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນເທວະໂລກ ມີຢູ່,
ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າ ເວມັຕຕະຕາ (ຄວາມມີປະມານຕ່າງໆ) ແຫ່ງກັມທັງຫຼາຍ.
ພິກຂຸທັງຫຼາຍ ! ວິບາກແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ເຮົາກ່າວວິບາກແຫ່ງກັມທັງຫຼາຍ ວ່າມີຢູ່ ໓ ຢ່າງຄື ວິບາກໃນທິຕຖະທັມ (ຄືທັນຄວັນ) ຫຼືວ່າວິບາກໃນອຸປະປັຊຊະ (ຄືໃນເວລາຕໍ່ໄປ) ຫຼືວ່າ ວິບາກໃນ ອະປະຣະປະຣິຍາຍະ (ຄືໃນເວລາຕໍ່ໄປອີກ).
ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າວິບາກແຫ່ງກັມທັງຫຼາຍ.
ຄະຣາວາສຊັ້ນເລີດ
ພິກຂຸທັງຫຼາຍ ! ກັມມະນິໂຣດ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ຄວາມດັບແຫ່ງກັມຍ່ອມມີ ເພາະຄວາມດັບແຫ່ງຜັສສະ.
ອະຣິຍະອັຕຖັງຄິກະມັຄ (ອະຣິຍະມັຄມີອົງຄ໌ແປດ) ນີ້ ນັ້ນເອງເປັນກັມມະນິໂຣທະຄາມີນີປະຕິປະທາ (ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງກັມ) ໄດ້ແກ່ສິ່ງເຫຼົ່ານີ້ຄື:
ສັມມາທິຕຖິ (ຄວາມເຫັນຊອບ)
ສັມມາສັງກັບປະ (ຄວາມດຳຣິຊອບ)
ສັມມາວາຈາ (ການເວົ້າຈາຊອບ)
ສັມມາກັມມັນຕະ (ການທຳການງານຊອບ)
ສັມມາອາຊີວະ (ການລ້ຽງຊີວິດຊອບ)
ສັມມາວາຍາມະ (ຄວາມພາກພຽນຊອບ)
ສັມມາສະຕິ (ຄວາມລະນຶກຊອບ)
ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຊອບ).
ພິກຂຸທັງຫຼາຍ ! ເມື່ອໃດອະຣິຍະສາວົກ ຍ່ອມຮູ້ຊັດເຈນຊຶ່ງກັມ ຢ່າງນີ້, ຮູ້ຊັດເຈນຊຶ່ງນິທານສັມພະວະແຫ່ງກັມຢ່າງນີ້, ຮູ້ຊັດເຈນຊຶ່ງເວມັຕຕະຕາແຫ່ງກັມ ຢ່າງນີ້, ຮູ້ຊັດເຈນ ຊຶ່ງວິບາກແຫ່ງກັມຢ່າງນີ້, ຮູ້ຊັດເຈນຊຶ່ງກັມມະນິໂຣດ ຢ່າງນີ້, ຮູ້ຊັດເຈນຊຶ່ງກັມມະນິໂຣທະຄາມິນິປະຕິປະທາ ຢ່າງນີ້;
ຄະຣາວາສຊັ້ນເລີດ
ອະຣິຍະສາວົກນັ້ນ ຍ່ອມຮູ້ຊັດເຈນຊຶ່ງພຣົມມະຈັນນີ້ວ່າ ເປັນເຄື່ອງເຈາະແທງກິເລສ ເປັນທີ່ດັບບໍ່ເຫຼືອແຫ່ງກັມ.
ພິກຂຸທັງຫຼາຍ ! ຂໍ້ນີ້ເຮົາກ່າວແລ້ວວ່າ
“ກັມເປັນສິ່ງທີ່ບຸກຄົນຄວນຮູ້,
ນິທານສັມພະວະແຫ່ງກັມ ເປັນສິ່ງບຸກຄົນຄວນຮູ້,
ເວມັຕຕະຕາແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,
ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,
ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້,
ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້” ດັ່ງນີ້ (ລວມສິ່ງທີ່ບຸກຄົນຄວນຮູ້ກ່ຽວກັບກັມທັງ ໖ ແງ່ມຸມ) ນັ້ນເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.
ຄະຣາວາສຊັ້ນເລີດ
ກັມປຽບທຽບດ້ວຍກ້ອນເກືອ ໒໓
- ບາລີ ຕິກ. ອັງ. ໒໐/໓໒໐/໕໔໐.
ພິກຂຸທັງຫຼາຍ ! ຜູ້ໃດຍ່ອມກ່າວວ່າ ຄົນກະທໍາກັມຢ່າງໃດໆ ຍ່ອມສະເຫວີຍກັມນັ້ນ ຢ່າງນັ້ນໆ ດັ່ງນີ້ ເມື່ອເປັນດັ່ງນັ້ນ ການຢູ່ປະພຶດພຣົມມະຈັນກໍມີບໍ່ໄດ້ ຊ່ອງທາງທີ່ຈະປະພຶດທີ່ສຸດແຫ່ງທຸກຂ໌ໂດຍຊອບກໍບໍ່ປາກົດ.
ສ່ວນຜູ້ໃດກ່າວວ່າ ຄົນກະທຳກັມອັນຈະຍ່ອມໃຫ້ຜົລຢ່າງ ໃດໆ ຍ່ອມສະເຫວີຍ ຜົລຂອງກັມນັ້ນ ຢ່າງນັ້ນໆ ດັ່ງນີ້ ເມື່ອເປັນຢ່າງນີ້ ການຢູ່ປະພຶດພຣົມມະຈັນຍ່ອມມີໄດ້ ຊ່ອງທາງທີ່ຈະປະພຶດທີ່ສຸດແຫ່ງທຸກຂ໌ໂດຍຊອບກໍຍ່ອມປາກົດ.








