ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພິກຂຸທັງຫຼາຍ ! ບາບກັມແມ່ນວ່າປະມານໜ້ອຍທີ່ບຸກຄົນບາງຄົນສ້າງແລ້ວ ບາບກັມນັ້ນຍ່ອມນຳເຂົາໄປສູ່ນະຣົກໄດ້ ບາບກັມປະມານໜ້ອຍຢ່າງດຽວກັນນັ້ນ ບາງຄົນສ້າງແລ້ວ ກັມນັ້ນເປັນທິຕຖະທັມເວທະນີຍະກັມ (ໃຫ້ຜົລໃນປັດຈຸບັນ) ບໍ່ປາກົດຜົລຫຼາຍຕໍ່ໄປອີກເລີຍ.

ບາບກັມ ແມ່ນວ່າປະມານໜ້ອຍ ບຸກຄົນຊະນິດໃດສ້າງແລ້ວ ບາບກັມນັ້ນຈຶ່ງນຳເຂົາໄປນະຣົກໄດ້ ?

ຄະຣາວາສຊັ້ນເລີດ

ບຸກຄົນບາງຄົນ ໃນໂລກນີ້ເປັນຜູ້ມີກາຍບໍ່ໄດ້ອົບຮົມ ມີສີລບໍ່ໄດ້ອົບຮົມ ມີຈິຕບໍ່ໄດ້ອົບຮົມ ມີປັນຍາບໍ່ໄດ້ອົບຮົມ ມີຄຸນຄວາມດີໜ້ອຍເປັນອັບປາຕຸມະ (ມີໃຈຄັບແຄບໃຈຫຍາບ) ເປັນອັບປະທຸກຂະວິຫາຣີ (ມີປົກກະຕິຢູ່ເປັນທຸກຂ໌ດ້ວຍເຫດພຽງເລັກນ້ອຍ) ບາບກັມແມ່ນວ່າປະມານໜ້ອຍ ບຸກຄົນຊະນິດນີ້ກໍ່ສ້າງແລ້ວ ບາບກັມນັ້ນຍ່ອມນຳເຂົາໄປນະຣົກໄດ້.

ບາບກັມ ປະມານໜ້ອຍຢ່າງດຽວກັນ ບຸກຄົນຊະນິດໃດ ສ້າງແລ້ວ ກັມນັ້ນຈຶ່ງເປັນທິຕຖະທັມເວທະນີຍາກັມ ບໍ່ປາກົດຜົລຫຼາຍຕໍ່ໄປອີກເລີຍ ?

ບຸກຄົນບາງຄົນ ໃນໂລກນີ້ເປັນຜູ້ມີກາຍ ມີສີລ ມີຈິຕ ມີປັນຍາໄດ້ອົບຮົມແລ້ວ ມີຄຸນຄວາມດີຫຼາຍເປັນມະຫາຕະມະ (ເປັນຜູ້ມີໃຈກວ້າງຂວາງ) ເປັນອັບປະມານະວິຫາຣີ (ມີປົກ ກະຕິຢູ່ໂດຍທັມອັນຫາປະມານບໍ່ໄດ້) ບາບກັມປະມານໜ້ອຍຢ່າງດຽວກັນນັ້ນ ບຸກຄົນຊະນິດນີ້ກໍ່ສ້າງແລ້ວ ກັມນັ້ນເປັນທິຕຖະທັມເວທະນີຍະກັມ ບໍ່ປາກົດຜົລຕໍ່ໄປອີກເລີຍ.

ພິກຂຸທັງຫຼາຍ ! ປຽບດັ່ງຄົນໃສ່ເກືອລົງໄປໃນຖ້ວຍນ້ອຍໆ ໜຶ່ງກ້ອນ ເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ນ້ຳອັນໜ້ອຍໃນຖ້ວຍນ້ຳນັ້ນ ຈະກາຍເປັນນ້ຳເຄັມ ບໍ່ເປັນຕາດື່ມໄປ ເພາະກ້ອນເກືອນັ້ນແມ່ນບໍ ?

ຄະຣາວາສຊັ້ນເລີດ

“ເປັນເຊັ່ນນັ້ນ ຂ້ານ້ອຍ ! ”.

ຂໍ້ນັ້ນເພາະເຫດອັນໃດໜໍ ?

“ເພາະເຫດວ່າ ນ້ຳໃນຖ້ວຍນັ້ນມີໜ້ອຍ ມັນຈຶ່ງເຄັມໄດ້ເພາະເກືອກ້ອນນັ້ນ ຂ້ານ້ອຍ”.

ປຽບດັ່ງຄົນໃສ່ເກືອກ້ອນຂະໜາດດຽວກັນນັ້ນ ລົງໄປໃນແມ່ນ້ຳຄົງຄາ ເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ນໍ້າໃນແມ່ນ້ຳຄົງຄານັ້ນ ຈະກາຍເປັນນ້ຳເຄັມ ດື່ມບໍ່ໄດ້ເພາະເກືອກ້ອນນັ້ນຫຼື ?

“ຫາບໍ່ໄດ້ ຂ້ານ້ອຍ ! ”.

ຂໍ້ນັ້ນເພາະເຫດອັນໃດໜໍ ?

“ເພາະເຫດວ່າ ນ້ຳໃນແມ່ນ້ຳຄົງຄາມີຫຼາຍ ນ້ຳນັ້ນຈຶ່ງບໍ່ເຄັມ...ເພາະເກືອກ້ອນນັ້ນ ຂ້ານ້ອຍ”.

ພິກຂຸທັງຫຼາຍ ! ເຊັ່ນໃດກໍເຊັ່ນນັ້ນ ບາບກັມແມ່ນວ່າປະມານໜ້ອຍ ບຸກຄົນບາງຄົນສ້າງແລ້ວ ບາບກັມນັ້ນ ຍ່ອມນຳເຂົາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍຢ່າງດຽວກັນນັ້ນ ບາງຄົນສ້າງແລ້ວ ກັມນັ້ນເປັນທິຕຖະທັມເວທະນີຍະກັມ ບໍ່ປາກົດຜົລຫຼາຍຕໍ່ໄປອີກເລີຍ...

ຄະຣາວາສຊັ້ນເລີດ

ພິກຂຸທັງຫຼາຍ ! ຄົນບາງຄົນຍ່ອມຜູກພັນເພາະຊັບ ແມ່ນແຕ່ເຄິ່ງກະຫາປະນະ... ແມ່ນແຕ່ ໑ ກະຫາປະນະ... ແມ່ນແຕ່ ໑໐໐ ກະຫາປະນະ ສ່ວນບາງຄົນບໍ່ຜູກພັນເພາະຊັບພຽງເທົ່ານັ້ນ.

ຄົນແນວໃດ ຈຶ່ງຜູກພັນເພາະຊັບ ແມ່ນແຕ່ເຄິ່ງກະຫາປະນະ ? ຄົນບາງຄົນໃນໂລກນີ້ເປັນຄົນຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍ ຄົນຢ່າງນີ້ຍ່ອມຜູກພັນເພາະຊັບ ແມ່ນແຕ່ເຄິ່ງກະຫາປະນະ...

ຄົນແນວໃດ ບໍ່ຜູກພັນເພາະຊັບພຽງເທົ່ານັ້ນ ? ຄົນບາງຄົນໃນໂລກນີ້ເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ ຄົນຢ່າງນີ້ ຍ່ອມບໍ່ຜູກພັນເພາະຊັບພຽງເທົ່ານັ້ນເຊັ່ນນັ້ນໆແຫຼະ.

ພິກຂຸທັງຫຼາຍ ! ບາບກັມແມ່ນວ່າມີປະມານໜ້ອຍ ບຸກຄົນບາງຄົນສ້າງແລ້ວ ບາບກັມນັ້ນຍ່ອມນຳເຂົາໄປນະຣົກໄດ້ ສ່ວນບາບກັມມີປະມານໜ້ອຍຢ່າງດຽວກັນນັ້ນ ບຸກຄົນບາງຄົນສ້າງແລ້ວ ກັມນັ້ນເປັນທິຕຖະທັມເວທະນີຍະກັມ ບໍ່ປາກົດຜົລຫຼາຍຕໍ່ໄປອີກເລີຍ...

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ