ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ສາມີໃນໂລກນີ້ເປັນຜູ້ມັກຂ້າສັຕ ໆລໆ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ສ່ວນພັນຣະຍາຂອງເຂົາເປັນຜູ້ງົດເວັ້ນ ຈາກການຂ້າສັຕ ຈາກການລັກຊັບ ຈາກການປະພຶດຜິດໃນກາມ ຈາກການເວົ້າຕົວະ ຈາກການດື່ມນ້ຳເມົາຄືສຸຣາເມຣັຍ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ ມີສີລ ມີກັນລະຍານະທັມ ມີໃຈປາສະຈາກມົນທິນຄືຄວາມ ຂີ້ຖີ່ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ຊາຍຜີຢູ່ຮ່ວມກັບຍິງເທວະດາ ດັ່ງນີ້ແລ.

ຄະຣາວາສຊັ້ນເລີດ

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ກໍຊາຍເທວະດາຢູ່ຮ່ວມກັບຍິງຜີແນວໃດ ?

ສາມີໃນໂລກນີ້ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ຢູ່ຄອງເຮືອນ ສ່ວນພັນຣະຍາຂອງເຂົາເປັນຜູ້ມັກຂ້າສັຕ ໆລໆ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ຊາຍເທວະດາຢູ່ຮ່ວມກັບຍິງຜີ ເປັນດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ກໍຊາຍເທວະດາຢູ່ຮ່ວມກັບຍິງເທວະດາແນວໃດ ?

ສາມີໃນໂລກນີ້ເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ແມ່ນວ່າພັນຣະຍາຂອງເຂົາກໍເປັນຜູ້ງົດເວັ້ນ ຈາກການຂ້າສັຕ ໆລໆ ບໍ່ດ່າບໍ່ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ຊາຍເທວະດາ ຢູ່ຮ່ວມກັບຍິງເທວະດາ ດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ການຢູ່ຮ່ວມ ໔ ປະການ ຢ່າງນີ້ແລ.

ຄະຣາວາສຊັ້ນເລີດ

ພັນຣະຍາແລະສາມີທັງສອງເປັນຜູ້ທຸສີລ ເປັນຄົນຂີ້ຖີ່ ມັກດ່າສະມະນະພຣາມ ຊື່ວ່າເປັນຜີມາຢູ່ຮ່ວມກັນ.

ສາມີເປັນຜູ້ທຸສີລ ມີຄວາມຂີ້ຖີ່ ມັກດ່າສະມະນະພຣາມ ສ່ວນພັນຣະຍາເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່ ພັນຣະຍານັ້ນຊື່ວ່າຍິງເທວະດາຢູ່ຮ່ວມກັບຊາຍຜີ.

ສາມີເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່ ສ່ວນພັນຣະຍາເປັນຜູ້ທຸສີລ ມີຄວາມຂີ້ຖີ່ ມັກດ່າສະມະນະພຣາມ ຊື່ວ່າຍິງຜີຢູ່ຮ່ວມກັບຊາຍເທວະດາ.

ທັງສອງເປັນຜູ້ມີສັດທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສັງລວມ ເປັນຢູ່ໂດຍທັມ ພັນຣະຍາແລະສາມີທັງສອງນັ້ນ ເຈຣະຈາຖ້ອຍຄຳທີ່ໜ້າຮັກແກ່ກັນແລະກັນ ຍ່ອມມີຄວາມຈະເຣີນຮຸ່ງເຮືອງຫຼາຍ ມີຄວາມຜາສຸຂທັງສອງຝ່າຍ ມີສີລສະເໝີກັນ ຮັກໃຄ່ກັນຫຼາຍ ບໍ່ມີໃຈຮ້າຍຕໍ່ກັນ ຄັນປະພຶດທັມ ໃນໂລກນີ້ແລ້ວ ທັງສອງເປັນຜູ້ມີສີລແລະວັຕສະເໝີກັນ ຍ່ອມເປັນຜູ້ສະເຫວີຍກາມາຣົມ ເພີດເພີນບັນເທີງໃຈຢູ່ໃນເທວະໂລກ.

ຄະຣາວາສຊັ້ນເລີດ

ສິ່ງໃດມີຄວາມເກີດ ເປັນທັມມະດາ

ສິ່ງນັ້ນທັງໝົດ

ມີຄວາມດັບໄປ ເປັນທັມມະດາ

- ບາລີ ມຫາ. ທີ. ໑໐/໔໙/໔໙.

ຄະຣາວາສຊັ້ນເລີດ

ເຂົ້າໃຈເລື່ອງກັມ ໒໒

- ບາລີ ສັກກ. ອັງ. ໒໒/໔໕໘,໔໖໓-໔໖໔/໓໓໔.

ເລື່ອງຄວນຮູ້ກ່ຽວກັບກັມ ໖ ແງ່ມຸມ

ພິກຂຸທັງຫຼາຍ ! ກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ນິທານສັມພະວະແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ເວມັຕຕະຕາແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້...

ຄຳທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ ເຮົາອາໄສອັນໃດກ່າວໜໍ ?

ພິກຂຸທັງຫຼາຍ ! ເຮົາກ່າວຊຶ່ງເຈຕະນາ ວ່າເປັນກັມ ເພາະວ່າ ບຸກຄົນເຈຕະນາແລ້ວ ຍ່ອມກະທໍາຊຶ່ງກັມ ດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ