ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

(໓) ພະຣິຍາ ບໍ່ສົນໃຈໃນການງານ ກຽດຄ້ານ ກິນຫຼາຍ ປາກຮ້າຍ ປາກກ້າ ຮ້າຍເກັ່ງ ກ່າວຄຳຫຍາບ ຂົ່ມຂີ່ຜົວຜູ້ຂະຫຍັນຂັນແຂງ ພະຣິຍາຂອງບຸຣຸສເຫັນປານນີ້ ຮຽກວ່າ ອັຍຍາພະຣິຍາ ພັນຣະຍາສະເໝີດ້ວຍເຈົ້ານາຍ.

(໔) ພະຣິຍາໃດອະນຸເຄາະດ້ວຍປະໂຍຊນ໌ເກື້ອກູນທຸກເມື່ອ ຕາມຮັກສາສາມີ ເໝືອນມານດາຮັກສາບຸຕ ຮັກສາຊັບທີ່ສາມີຫາມາໄດ້ໄວ້ ພະຣິຍາຂອງບຸຣຸສເຫັນປານນີ້ ຮຽກວ່າ ມາຕາພະຣິຍາ ພັນຣະຍາສະເໝີດ້ວຍແມ່.

ຄະຣາວາສຊັ້ນເລີດ

(໕) ພະຣິຍາເປັນເໝືອນເອື້ອຍ ນ້ອງສາວ ມີຄວາມເຄົາຣົບໃນສາມີຂອງຕົນ ເປັນຄົນລະອາຍບາບ ເປັນໄປຕາມອຳນາດສາມີ ພະຣິຍາຂອງບຸຣຸສເຫັນປານນີ້ ຮຽກວ່າ ພະຄິນີພະຣິຍາ ພັນຣະຍາສະເໝີດ້ວຍເອື້ອຍ ນ້ອງສາວ.

(໖) ພະຣິຍາໃນໂລກນີ້ເຫັນສາມີແລ້ວຊື່ນຊົມຍິນດີເໝືອນ ເພື່ອນຜູ້ຈາກໄປດົນແລ້ວກັບມາ ເປັນຍິງມີສີລ ມີວັຕ ປະຕິບັດສາມີ ພະຣິຍາຂອງບຸຣຸສເຫັນປານນີ້ ຮຽກວ່າ ສະຂີພະຣິຍາ ພັນຣະຍາສະເໝີດ້ວຍເພື່ອນ.

(໗) ພະຣິຍາເຖິງສາມີຂ້ຽນຕີ ດ່າຂູ່ເຂັນກໍບໍ່ໂກດ ບໍ່ຄິດແຄ້ນໂກດຕອບສາມີ ອົດທົນໄດ້ ເປັນໄປຕາມອຳນາດສາມີ ພະຣິຍາຂອງບຸຣຸສເຫັນປານນີ້ ຮຽກວ່າ ທາສີພະຣິຍາ ພັນຣະຍາສະເໝີດ້ວຍທາສ(ຍິງ).

ພະຣິຍາທີ່ຮຽກວ່າ ວະທະກາພະຣິຍາ ໑, ໂຈຣີພະຣິຍາ ໑, ອັຍຍາພະຣິຍາ ໑, ພະຣິຍາທັງ ໓ ຈຳພວກນັ້ນ ລ້ວນແຕ່ເປັນຄົນທຸສີລ ຫຍາບຊ້າ ບໍ່ເອື້ອເຟື້ອ ເມື່ອຕາຍໄປ ຍ່ອມເຂົ້າເຖິງນະຣົກ.

ຄະຣາວາສຊັ້ນເລີດ

ສ່ວນພະຣິຍາທີ່ຮຽກວ່າ ມາຕາພະຣິຍາ ໑, ພະຄິນີພະຣິຍາ ໑, ສະຂີພະຣິຍາ ໑, ທາສີພະຣິຍາ ໑, ພະຣິຍາທັງ ໔ ຈຳພວກນັ້ນ ເພາະຕັ້ງຢູ່ໃນສີລ ຖະໜອມຮັກໄວ້ຢັ້ງຢືນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິ.

ສຸຊາດາ ! ພະຣິຍາຂອງບຸຣຸສ ໗ ຈຳພວກນີ້ແລ ເຈົ້າເປັນພະຣິຍາຈຳພວກໃດ ໃນ ໗ ຈຳພວກນັ້ນ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຂໍພຣະຜູ້ມີພຣະພາຄຈົ່ງຊົງຈຳຂ້ານ້ອຍວ່າ ເປັນພະຣິຍາຂອງສາມີຜູ້ສະເໝີດ້ວຍທາສີ.

ຄະຣາວາສຊັ້ນເລີດ

ມະນຸສຜີ ໒໑

- ບາລີ ຈຕຸກກ. ອັງ. ໒໑/໗໔/໕໓.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ການຢູ່ຮ່ວມ ໔ ປະການນີ້ ໔ ປະການເປັນແນວໃດໜໍ ? ຄື

໑. ຊາຍຜີຢູ່ຮ່ວມກັບຍິງຜີ

(ສະໂວ ສະວາຍະ ສັທທິງ ສັງວະສະຕິ)

໒. ຊາຍຜີຢູ່ຮ່ວມກັບຍິງເທວະດາ

(ສະໂວ ເທວິຍາ ສັທທິງ ສັງວະສະຕິ)

໓. ຊາຍເທວະດາຢູ່ຮ່ວມກັບຍິງຜີ

(ເທໂວ ສະວາຍະ ສັທທິງ ສັງວະສະຕິ)

໔. ຊາຍເທວະດາຢູ່ຮ່ວມກັບຍິງເທວະດາ

(ເທໂວ ເທວິຍາ ສັທທິງ ສັງວະສະຕິ)

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ກໍຊາຍຜີຢູ່ຮ່ວມກັບຍິງຜີເປັນແນວໃດໜໍ ?

ສາມີໃນໂລກນີ້ເປັນຜູ້ມັກຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນ້ຳເມົາຄືສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະມາດ ເປັນຄົນທຸສີລ ມີບາບທັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະພຣາມ

ຄະຣາວາສຊັ້ນເລີດ

ຢູ່ຄອງເຮືອນ ແມ່ນວ່າພັນຣະຍາຂອງເຂົາກໍເປັນຜູ້ມັກຂ້າສັຕ ລັກຊັບ ປະພຶດຜິດໃນກາມ ເປັນຄົນທຸສີລ ມີບາບກັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ຄອບງໍາ ດ່າແລະເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ຊາຍຜີຢູ່ຮ່ວມກັບຍິງຜີ ເປັນດັ່ງນີ້ແລ.

ຄະຫະບໍດີແລະຄະຫະປະຕານີທັງຫຼາຍ ! ກໍຊາຍຜີຢູ່ຮ່ວມກັບຍິງເທວະດາແນວໃດ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ