ຄຳສອນພຸດທະ - ໜ້າຈໍໂຫລດ

ຄະຣາວາສຊັ້ນເລີດ

ໜ້າ/ 41

ພັນຣະຍາແລະສາມີທັງສອງ ເປັນຜູ້ມີສັດທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສັງລວມ ເປັນຢູ່ໂດຍທັມ ເຈລະຈາຖ້ອຍຄຳທີ່ໜ້າຮັກແກ່ກັນແລະກັນ ຍ່ອມມີຄວາມຈະເຣີນຮຸ່ງເຮືອງຫຼາຍ ມີຄວາມຜາສຸຂທັງສອງຝ່າຍ ມີສີລສະເໝີກັນ ຮັກໃຄ່ກັນຫຼາຍ ບໍ່ມີຄວາມໃຈຮ້າຍຕໍ່ກັນ ປະພຶດທັມໃນໂລກນີ້ແລ້ວ ທັງສອງເປັນຜູ້ມີສີລແລະວັຕສະເໝີກັນ ຍ່ອມເປັນຜູ້ສະເຫວີຍກາມາຣົມ ເພິີດເພີນບັນເທີງໃຈຢູ່ໃນເທວະໂລກ.

ຄະຣາວາສຊັ້ນເລີດ

ຮັກສາຕົນ ດ້ວຍການເສບທັມມະ

ດ້ວຍການຈະເຣີນທັມມະ

ດ້ວຍການຝຶກໃຫ້ຫຼາຍເຊິ່ງທັມມະ

ຮັກສາຜູ້ອື່ນ ດ້ວຍການອົດທົນ

ດ້ວຍການບໍ່ບຽດບຽນ

ດ້ວຍເມຕຕາຈິຕ ດ້ວຍຄວາມຮັກໃຄ່ເອັນດູ

- ບາລີ ມຫາ. ສັງ. ໑໙/໒໒໔/໗໕໘.

ຄະຣາວາສຊັ້ນເລີດ

ພັນຣະຍາ ໗ ຈຳພວກ ໒໐

- ບາລີ ສັຕຕກ. ອັງ. ໒໓/໙໒/໖໐.

ຄັ້ງນັ້ນ ເມື່ອເວລາເຊົ້າ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຊົງຖືບາຕແລະຈີວອຣ ສະເດັດເຂົ້າໄປຍັງນິເວດຂອງທ່ານອະນາຖະບິນດິກະເສດຖີ ປະທັບນັ່ງເທິງອາສະນະທີ່ປູໄວ້ແລ້ວ ກໍສະໄໝນັ້ນ ມະນຸສທັງຫຼາຍໃນນິເວດຂອງທ່ານອະນາຖະບິນດິກະເສດຖີສົ່ງສຽງເນືອງນັນ ທ່ານອະນາຖະບິນດິກະເສດຖີ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງນະ ທີ່ຄວນສ່ວນຂ້າງໜຶ່ງ.

ຄັນແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັດຖາມວ່າ

ຄະຫະບໍດີ ! ເຫດໃດໜໍ ມະນຸສທັງຫຼາຍໃນນິເວດຂອງທ່ານ ຈຶ່ງສົ່ງສຽງເນືອງນັນ ເໝືອນຊາວປະມົງຍາດປາກັນ.

ອະນາຖະບິນດີກະເສດຖີ ກາບທູນວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນາງສຸຊາດາຄົນນີ້ ຂ້ານ້ອຍນຳມາຈາກຕະກູນຮັ່ງມີ ມາເປັນສະໃພ້ໃນເຮືອນ ນາງບໍ່ເຊື່ອຖື ແມ່ຜົວ ພໍ່ຜົວ ສາມີ ແມ່ນແຕ່ພຣະຜູ້ມີພຣະພາຄ ນາງກໍບໍ່ສັກກະຣະເຄົາຣົບນັບຖືບູຊາ”

ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັດຮຽກນາງສຸຊາດາ ຍິງສະໃພ້ໃນເຮືອນວ່າ

“ມານີ່ແມ ! ສຸຊາດາ”

ນາງສຸຊາດາ ຍິງສະໃພ້ໃນເຮືອນທູນຮັບພຣະຜູ້ມີພຣະພາຄແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພຣະຜູ້ມີພຣະພາຄຕຣັດຖາມວ່າ

ຄະຣາວາສຊັ້ນເລີດ

ສຸຊາດາ ! ພະຣິຍາຂອງບຸຣຸສ ໗ ຈຳພວກນີ້ ໗ ຈໍາພວກເປັນແນວໃດໜໍ ຄື

ພະຣິຍາສະເໝີດ້ວຍເພັດຊະຄາຕ ໑

ສະເໝີດ້ວຍໂຈຣ ໑

ສະເໝີດ້ວຍເຈົ້ານາຍ ໑

ສະເໝີດ້ວຍແມ່ ໑

ສະເໝີດ້ວຍເອື້ອຍ ນ້ອງສາວ ໑

ສະເໝີດ້ວຍໝູ່ເພື່ອນ ໑

ສະເໝີດ້ວຍທາສ ໑

ສຸຊາດາ ! ພະຣິຍາຂອງບຸຣຸສ ໗ ຈຳພວກນີ້ແລ ເຈົ້າເປັນຈຳພວກໃດໃນ ໗ ຈຳພວກນັ້ນ.

ສຸຊາດາ ກາບທູນວ່າ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂ້ານ້ອຍຍັງບໍ່ຮູ້ທົ່ວເຖິງຄວາມແຫ່ງພຣະດຳຣັດທີ່ພຣະຜູ້ມີພຣະພາຄຕຣັສແລ້ວໂດຍຫຍໍ້ນີ້ໄດ້ໂດຍພິສະດານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍປະທານພຣະວະໂຣກາດ ຂໍພຣະຜູ້ມີພຣະພາຄ ຊົງສະແດງທັມແກ່ຂ້ານ້ອຍ ໂດຍທີ່ຂ້າ ນ້ອຍຈະຍ່ອມຮູ້ທົ່ວເຖິງເນື້ອຄວາມແຫ່ງພຣະດໍາຣັດທີ່ພຣະຜູ້ມີພຣະພາຄຕຣັດໂດຍຫຍໍ້ນີ້ ໂດຍພິສະດານເທີ້ນ”

ຄະຣາວາສຊັ້ນເລີດ

ສຸຊາດາ ! ຖ້າດັ່ງນັ້ນ ເຈົ້າຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ

(໑) ພະຣິຍາຜູ້ມີຈິຕປອງຮ້າຍ ບໍ່ອະນຸເຄາະດ້ວຍປະໂຍຊນ໌ເກື້ອກູນ ຍິນດີໃນຊາຍອື່ນ ດູໝິ່ນສາມີ ເປັນຜູ້ອັນເຂົາຊື້ມາດ້ວຍຊັບ ພະຍາຍາມຈະຂ້າຜົວ ພະຣິຍາຂອງບຸຣຸສເຫັນປານນີ້ຮຽກວ່າ ວະທະກາພະຣິຍາ ພັນຣະຍາ ສະເໝີດ້ວຍເພັດຊະຄາຕ.

(໒) ສາມີຂອງຍິງປະກອບດ້ວຍສິລະປະກັມ ພານິດຊະກັມ ແລະກະສິກັມໄດ້ຊັບໃດມາ ພະຣິຍາປາຖນາຈະລັກເຊື່ອງ ຊັບ ແມ່ນມີຢູ່ໜ້ອຍນັ້ນເສຍ ພະຣິຍາຂອງບຸຣຸສ ເຫັນປານນີ້ຮຽກວ່າ ໂຈຣີພະຣິຍາ ພັນຣະຍາສະເໝີດ້ວຍໂຈຣ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ