ຄວາມສັນໂດດ
ໜ້າ/ 65
ຄັ້ງນັ້ນ ຊີວົກໂກມາຣະພັຈຈ໌ໄດ້ມີຄວາມປະຣິວິຕົກດັ່ງນີ້ວ່າ: ກາຣທີ່ເຮົາຈະທູລຖວາຍພຣະໂອສົຖຖ່າຍທີ່ຫຍາບແກ່ພຣະຜູ້ມີພຣະພາຄນັ້ນບໍ່ສົມຄວນເລີຍ ຖ້າເຊັ່ນນັ້ນເຮົາຄວນອົບກ້ານອຸບົນ ໓ ກ້ານດ້ວຍຢາຕ່າງໆ ແລ້ວທູລຖວາຍພຣະຕະຖາຄົຕ ຄັນແລ້ວໄດ້ອົບກ້ານອຸບົນ ໓ ກ້ານດ້ວຍຢາຕ່າງໆ ແລ້ວເຂົ້າເຝົ້າພຣະຜູ້ມີພຣະພາຄ ຄັນແລ້ວໄດ້ທູລຖວາຍກ້ານອຸບົນກ້ານທີໜຶ່ງແດ່ພຣະຜູ້ມີພຣະພາຄ ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຈົ່ງຊົງສູບກ້ານອຸບົນກ້ານທີ ໑ ນີ້ ກາຣສູບກ້ານອຸບົນນີ້ຈັກກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍເຖິງ ໑໐ ຄັ້ງ.
ແລ້ວໄດ້ທູລຖວາຍກ້ານອຸບົນກ້ານທີ ໒ ແດ່ພຣະຜູ້ມີພຣະພາຄ ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຈົ່ງຊົງສູບກ້ານອຸບົນກ້ານທີ ໒ ນີ້ ກາຣສູບກ້ານອຸບົນນີ້ຈັກກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍເຖິງ ໑໐ ຄັ້ງ.
ແລ້ວໄດ້ທູລຖວາຍກ້ານອຸບົນກ້ານທີ ໓ ແດ່ພຣະຜູ້ມີພຣະພາຄ ກຣາບທູລວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຈົ່ງຊົງສູບກ້ານອຸບົນກ້ານທີ ໓ ນີ້ ກາຣສູບກ້ານອຸບົນນີ້ຈັກກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍເຖິງ ໑໐ ຄັ້ງ.
ດ້ວຍວິທີນີ້ ພຣະຜູ້ມີພຣະພາຄຈັກຊົງຖ່າຍເຖິງ ໓໐ ຄັ້ງ.
ຄັນຊີວົກໂກມາຣະພັຈຈ໌ທູລຖວາຍພຣະໂອສົຖຖ່າຍແດ່ພຣະຜູ້ມີພຣະພາຄເພື່ອຖ່າຍຄົບ ໓໐ ຄັ້ງແລ້ວ ຖວາຍບັງຄົມພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວກັບໄປ. ຂະນະທີ່ຊີວົກໂກມາຣະພັຈຈ໌ເດີນອອກໄປນອກຊຸ້ມປະຕູແລ້ວ ໄດ້ມີຄວາມປະຣິວິຕົກຢ່າງນີ້ວ່າ ເຮົາທູລຖວາຍພຣະໂອສົຖຖ່າຍແດ່ພຣະຜູ້ມີພຣະພາຄເພື່ອຖ່າຍຄົບ ໓໐ ຄັ້ງ ພຣະກາຍຂອງພຣະຕະຖາຄົຕໝັກໝົມດ້ວຍສິ່ງອັນເປັນໂທສ ຈັກບໍ່ກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍຄົບ ໓໐ ຄັ້ງ ຈັກຖ່າຍພຽງ ໒໙ ຄັ້ງ ແຕ່ ພຣະຜູ້ມີພຣະພາຄຊົງຖ່າຍແລ້ວຈັກສົງພຣະກາຍ ຄັນສົງພຣະກາຍແລ້ວ ຈັກຖ່າຍອີກຄັ້ງໜຶ່ງ ຢ່າງນີ້ ພຣະຜູ້ມີພຣະພາຄຈັກຊົງຖ່າຍຄົບ ໓໐ ຄັ້ງ.
ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງຊາບຄວາມປະຣິວິຕົກແຫ່ງຈິຕຂອງຊີວົກໂກມາຣພັຈຈ໌ດ້ວຍພຣະທັຍແລ້ວ ຕຣັສສັ່ງກັບພຣະອານົນທ໌ວ່າ:
ອານົນທ໌! ຊີວົກໂກມາຣະພັຈຈ໌ກຳລັງເດີນອອກນອກຊຸ້ມປະຕູວິຫາຣນີ້ໄດ້ມີຄວາມປະຣິວິຕົກຢ່າງນີ້ວ່າ ເຮົາທູລຖວາຍພຣະໂອສົຖຖ່າຍແດ່ພຣະຜູ້ມີພຣະພາຄເພື່ອຖ່າຍຄົບ ໓໐ ຄັ້ງ ພຣະກາຍຂອງພຣະຕະຖາຄົຕໝັກໝົມດ້ວຍສິ່ງອັນເປັນໂທສ ຈັກບໍ່ກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍຄົບ ໓໐ ຄັ້ງ ຈັກຖ່າຍພຽງ ໒໙ ຄັ້ງ ແຕ່ພຣະຜູ້ມີພຣະພາຄຊົງຖ່າຍແລ້ວຈັກສົງພຣະກາຍ ຄັນສົງພຣະກາຍແລ້ວ ຈັກຖ່າຍອີກຄັ້ງໜຶ່ງ ຢ່າງນີ້ ພຣະຜູ້ມີພຣະພາຄຈັກຊົງຖ່າຍຄົບ ໓໐ ຄັ້ງ. ອານົນທ໌ ຖ້າຢ່າງນັ້ນ ເຈົ້າຈົ່ງຈັດກຽມນ້ຳຮ້ອນໄວ້.
ທ່ານພຣະອານົນທ໌ທູລຮັບສະໜອງພຣະຜູ້ມີພຣະພາຄແລ້ວ ຈັດກຽມນ້ຳຮ້ອນໄວ້ຖວາຍຕໍ່ມາ.
ຊີວົກໂກມາຣະພັຈຈ໌ໄປໃນພຸທທະສຳນັກ ຄັນເຖິງແລ້ວຖວາຍບັງຄົມພຣະຜູ້ມີພຣະພາຄ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄຊົງຖ່າຍແລ້ວຫລື?
ເຮົາຖ່າຍແລ້ວ ຊີວົກ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍກຳລັງເດີນອອກນອກຊຸ້ມປະຕູວິຫາຣນີ້ໄດ້ມີຄວາມປະຣິວິຕົກຢ່າງນີ້ວ່າ ເຮົາທູລຖວາຍພຣະໂອສົຖຖ່າຍແດ່ພຣະຜູ້ມີພຣະພາຄເພື່ອຖ່າຍຄົບ ໓໐ ຄັ້ງ ພຣະກາຍຂອງພຣະຕະຖາຄົຕໝັກໝົມດ້ວຍສິ່ງອັນເປັນໂທສ ຈັກບໍ່ກະທຳໃຫ້ພຣະຜູ້ມີພຣະພາຄຖ່າຍຄົບ ໓໐ ຄັ້ງ ຈັກຖ່າຍພຽງ ໒໙ ຄັ້ງ ແຕ່ພຣະຜູ້ມີພຣະພາຄຊົງຖ່າຍແລ້ວຈັກສົງພຣະກາຍ ຄັນສົງພຣະກາຍແລ້ວ ຈັກຖ່າຍອີກຄັ້ງໜຶ່ງ ຢ່າງນີ້ ພຣະຜູ້ມີພຣະພາຄຈັກຊົງຖ່າຍຄົບ ໓໐ ຄັ້ງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຈົ່ງໂປດສົງພຣະກາຍ ຂໍພຣະສຸຄົຕຈົ່ງໂປດສົງພຣະກາຍ.
ຄັ້ງນັ້ນ ພຣະຜູ້ມີພຣະພາຄຊົງສົງນ້ຳອຸ່ນ ຄັນສົງແລ້ວ ຊົງຖ່າຍອີກຄັ້ງໜຶ່ງ ຢ່າງນີ້ ພຣະຜູ້ມີພຣະພາຄກໍໄດ້ຖ່າຍຄົບ ໓໐ ຄັ້ງ.
ລຳດັບນັ້ນແລ ຊີວົກໂກມາຣະພັຈຈ໌ທູລຄຳນີ້ແດ່ພຣະຜູ້ມີພຣະພາຄວ່າ:








