ຄວາມສັນໂດດ
ໜ້າ/ 65
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄບໍ່ຄວນສະເຫວີຍພຣະກະຍາຫາຣທີ່ປຸງດ້ວຍນ້ຳຕົ້ມຜັກຕ່າງໆ ຈົນກ່ວາຈະມີພຣະກາຍເປັນປົກກະຕິ. ຕໍ່ມາບໍ່ນານເທົ່າໃດ ພຣະກາຍຂອງພຣະຜູ້ມີພຣະພາຄກໍໄດ້ເປັນປົກກະຕິ.
ຄັ້ງນັ້ນ ຊີວົກໂກມາຣະພັຈຈ໌ຖືຜ້າສິໄວຍະກະຄູ່ນັ້ນໄປໃນສຳນັກຂອງພຣະຜູ້ມີພຣະພາຄ ຄັນເຖິງແລ້ວ ຖວາຍບັງຄົມພຣະຜູ້ມີພຣະພາຄ ແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຊີວົກໂກມາຣະພັຈຈ໌ນັ່ງຮຽບຮ້ອຍແລ້ວ ໄດ້ກຣາບທູລຄຳນີ້ແດ່ພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຈະຂໍພອນຕໍ່ພຣະຜູ້ມີພຣະພາຄຈັກຢ່າງໜຶ່ງ.
ພຣະຜູ້ມີພຣະພາຄຕຣັສວ່າ:
ພຣະຕະຖາຄົຕທັງຫລາຍເລີກໃຫ້ພອນເສຍແລ້ວ ຊີວົກ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍພອນທີ່ສົມຄວນແລະບໍ່ມີໂທສ.
ຈົ່ງວ່າມາເຖີດ ຊີວົກ!
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພຣະຜູ້ມີພຣະພາຄແລະພຣະພິກຂຸສົງຄ໌ຖືຜ້າບັງສຸກຸລເປັນປົກກະຕິຢູ່ ຜ້າສິໄວຍະກະຂອງຂ້ານ້ອຍຄູ່ນີ້ ພຣະເຈົ້າປັຊໂຊຕຊົງສົ່ງມາພຣະຣາຊະທານ ເປັນຜ້າເນື້ອດີເລີດ ປະເສີດ ມີຊື່ສຽງເດັ່ນດັງ ແລະເປັນຢ້ຽມກວ່າຜ້າທັງ ຫລາຍ ຕັ້ງຫລາຍຄູ່ ຕັ້ງຫລາຍຮ້ອຍຄູ່ ຫລາຍພັນຄູ່ ຫລາຍແສນຄູ່ ຂໍພຣະຜູ້ມີພຣະພາຄຈົ່ງຊົງພຣະກະຣຸນາໂປດຮັບຜ້າຄູ່ສິໄວຍະກະຂອງຂ້ານ້ອຍດ້ວຍ ແລະຂໍຈົ່ງຊົງພຣະພຸທທານຸຍາຕຄະຫະບໍດີຈີວອຣແກ່ພຣະສົງຄ໌ດ້ວຍເຖີດ ພຣະອົງຄ໌ຜູ້ຈະເຣີນ!
ພຣະຜູ້ມີພຣະພາຄຊົງຮັບຜ້າຄູ່ສິໄວຍະກະແລ້ວ ຄັນແລ້ວຊົງຊີ້ແຈງໃຫ້ຊີວົກໂກມາຣະພັຈຈ໌ເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາ ຄັນຊີວົກໂກມາຣະພັຈຈ໌ ອັນພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາແລ້ວ ລຸກຈາກອາສະນະ ຖວາຍບັງຄົມ ພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວກັບໄປ.
ລຳດັບນັ້ນ ພຣະຜູ້ມີພຣະພາຄຊົງກະທຳທັມມິກະຖາໃນເພາະເຫຕອັນເປັນເຄົ້າມູລນັ້ນ ໃນເພາະເຫຕເກີດຂຶ້ນທຳອິດນັ້ນ ແລ້ວຕຣັສສັ່ງກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເຮົາອະນຸຍາຕຄະຫະບໍດີຈີວອຣ ອົງຄ໌ໃດປາຖນາຜ້າບັງສຸກຸລ ກໍຈົ່ງຖືຜ້າບັງສຸກຸລ ອົງຄ໌ໃດປາຖນາຄະຫະບໍດີຈີວອຣ ກໍຈົ່ງຍິນດີຄະຫະບໍດີຈີວອຣ,
ແຕ່ເຮົາສັນລະເສີນກາຣຍິນດີດ້ວຍປັຈຈັຍຕາມມີຕາມໄດ້
(ອະນຸຊານາມິ ພິກຂະເວ ຄະຫະປະຕິຈີວະຣັງ ໂຍ ອິຈສະຕິ ປັງສຸກູລິໂກ ໂຫຕຸ ໂຍ ອິຈສະຕິ ຄະຫະປະຕິຈີວະຣັງ ສາທິຍະຕຸ ອິຕະຣີຕະເຣນະ ຈາ-ຫັງ ພິກຂະເວ ສັນຕຸຕຖີ ວັນເນມີຕິ)
ວິນັຍປິດົກ ມະຫາວັຄ ພາຄ ໒ ເຫລັ້ມ ໕/໑໔໗/໑໓໕
ພິກຂຸປະກອບດ້ວຍທັມ ໕ ປະກາຣ ເສພອານາປານະສະຕິຢູ່ ຍ່ອມແທງ ຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ
ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣ ເສພອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ, ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີທຸຣະໜ້ອຍ ມີກິຈໜ້ອຍ ລ້ຽງງ່າຍ ຍິນດີຍິ່ງໃນບໍຣິຂາຣແຫ່ງຊີວິຕ.
ເປັນຜູ້ມີອາຫາຣໜ້ອຍ ປະກອບດ້ວຍຄວາມເປັນຜູ້ບໍ່ເຫັນແກ່ປາກແກ່ທ້ອງ.
ເປັນຜູ້ນອນໜ້ອຍ ໝັ່ນປະກອບຄວາມພຽນເປັນເຄື່ອງຕື່ນຢູ່.
ເປັນພະຫຸສູຕ ຊົງສຸຕະ ສັ່ງສົມສຸຕະ ເປັນຜູ້ໄດ້ສະດັບຫລາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕລອດດ້ວຍດີດ້ວຍທິຕຖິເຊິ່ງທັມທັງຫລາຍ ອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ປະກາສພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ.
ພິຈາຣະນາຈິຕຕາມທີ່ຫລຸດພົ້ນແລ້ວ.
ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣນີ້ແລ ເສພອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໐໖/໙໖
ພິກຂຸປະກອບດ້ວຍທັມ ໕ ປະກາຣ ຈະເຣີນອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ
ພິກຂຸທັງຫລາຍ! ພິກຂຸຜູ້ປະກອບດ້ວຍທັມ ໕ ປະກາຣ ຈະເຣີນອານາປານະສະຕິຢູ່ ຍ່ອມແທງຕລອດທັມທີ່ບໍ່ກຳເຣີບຕໍ່ກາລບໍ່ນານ, ທັມ ໕ ປະກາຣເປັນຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີທຸຣະໜ້ອຍ ມີກິຈໜ້ອຍ ລ້ຽງງ່າຍ ຍິນດີຍິ່ງໃນບໍຣິຂາຣແຫ່ງຊີວິຕ.








