ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ອີກຢ່າງໜຶ່ງ ພິກຂຸຜູ້ທີ່ຈະສ້າງກຸຕິອັນຫາເຈົ້າຂອງບໍ່ໄດ້ ສະເພາະຕົນເອງ ດ້ວຍອາກາຣຂໍເອົາເອງ ຄວນສ້າງໃຫ້ໄດ້ປະມານ ປະມານໃນກາຣສ້າງກຸຕິນັ້ນມີດັ່ງນີ້ ໂດຍຍາວ ໑໒ ຄືບ, ໂດຍກວ້າງ ໗ ຄືບ ໂດຍຄືບພຣະສຸຄົຕ ຈົ່ງນຳພິກຂຸທັງຫລາຍໄປສະແດງທີ່ອັນບໍ່ມີຜູ້ຈ່ອງໄວ້ ອັນມີຊານຮອບ ຫາກພິກຂຸສ້າງກຸຕິໂດຍອາກາຣຂໍເອົາເອງໃນບ່ອນທີ່ມີເຈົ້າຂອງຈ່ອງໄວ້ ອັນຫາຊານຮອບບໍ່ໄດ້ ຫລືບໍ່ນຳພິກຂຸທັງຫລາຍໄປເພື່ອສະແດງທີ່ ຫລືສ້າງໃຫ້ລ່ວງປະມານ ເປັນສັງຄາທິເສສ.

ວິນັຍປິດົກ ມະຫາວິພັງຄ໌ ພາຄ ໑ ເຫລັ້ມທີ ໑/໖໒໔-໖໓໐/໔໙໔-໕໐໐

ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ. ທັມ ໖ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມັກມາກ, ມີຄວາມຄັບແຄ້ນໃຈ, ບໍ່ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ (ອິທະ ພິກຂະເວ ພິກຂຸ ມະຫິຈໂສ ໂຫຕິ ວິຄາຕະວາ ອະສັນຕຸຕໂຖ ອິຕະຣິຕະຣະຈີວະຣະປິນຕະປາຕະເສນາສະນະຄິລານະປັຈຈະຍະເພສັຊຊະປະຣິກຂາເຣນະ),

ເປັນຜູ້ບໍ່ມີສັທທາ (ອະສັທໂທ ໂຫຕິ),

ເປັນຜູ້ທຸສີລ (ທຸສສິໂລ ໂຫຕິ),

ເປັນຜູ້ກຽດຄ້ານ (ກຸສີໂຕ ໂຫຕິ),

ເປັນຜູ້ມີສະຕິຫລົງລືມ (ມຸຕຖັສສະຕິ ໂຫຕິ),

ເປັນຜູ້ມີປັນຍາຊາມ (ທຸປປັນໂຍ ໂຫຕິ).

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣນີ້ແລ ຍ່ອມຫວັງໄດ້ຄວາມເສື່ອມໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມຈະເຣີນເລີຍ ຕລອດຄືນຫລືວັນທີ່ຜ່ານໄປ.

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣ ຍ່ອມຫວັງໄດ້ຄວາມຈະເຣີນໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມເສື່ອມເລີຍ ຕລອດຄືນຫລືວັນທີ່ຜ່ານໄປ. ທັມ ໖ ປະກາຣເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ເປັນຜູ້ບໍ່ມັກມາກ, ບໍ່ມີຄວາມຄັບແຄ້ນໃຈ, ສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣຕາມມີຕາມໄດ້ (ອິທະ ພິກຂະເວ ພິກຂຸ ນະ ມະຫິຈໂສ ໂຫຕິ ນະ ວິຄາຕະວາ ສັນຕຸຕໂຖ ອິຕະຣິຕະຣະຈີວະຣະປິນຕະປາຕະເສນາສະນະຄິລານະປັຈຈະຍະເພສັຊຊະປະຣິກຂາເຣນະ),

ເປັນຜູ້ມີສັທທາ (ສັທໂທ ໂຫຕິ),

ເປັນຜູ້ມີສີລ (ສີລະວາ ໂຫຕິ),

ເປັນຜູ້ປຣາຣົພຄວາມພຽນ (ອາຣັທທະວິຣິໂຍ ໂຫຕິ),

ເປັນຜູ້ມີສະຕິ (ສະຕິມາ ໂຫຕິ),

ເປັນຜູ້ມີປັນຍາ (ປັນຍະວາ ໂຫຕິ).

ພິກຂຸທັງຫລາຍ! ພິກຂຸປະກອບດ້ວຍທັມ ໖ ປະກາຣນີ້ແລ ຍ່ອມຫວັງໄດ້ຄວາມຈະເຣີນໃນກຸສົລທັມທັງຫລາຍຢ່າງດຽວ ບໍ່ຫວັງໄດ້ຄວາມເສື່ອມເລີຍ ຕລອດຄືນຫລືວັນທີ່ຜ່ານໄປ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໓໘໗/໓໕໕

ພຣະຜູ້ມີພຣະພາຄຊົງສັນລະເສີນກາຣຍິນດີດ້ວຍປັຈຈັຍຕາມມີຕາມໄດ້

ກໍໂດຍສມັຍນັ້ນ ພຣະກາຍຂອງພຣະຜູ້ມີພຣະພາຄໝັກໝົມດ້ວຍສິ່ງອັນເປັນໂທສ ພຣະຜູ້ມີພຣະພາຄຈຶ່ງຕຣັສສັ່ງກັບທ່ານ ພຣະອານົນທ໌ວ່າ:

ອານົນທ໌! ກາຍຂອງຕະຖາຄົຕໝັກໝົມດ້ວຍສິ່ງອັນເປັນໂທະຖາຄົຕຕ້ອງກາຣສັນຢາຖ່າຍ.

ຄັ້ງນັ້ນ ທ່ານພຣະອານົນທ໌ເດີນໄປຫາຊີວົກໂກມາຣະພັຈຈ໌ ຄັນເຖິງແລ້ວໄດ້ກ່າວກັບຊີວົກໂກມາຣະພັຈຈ໌ວ່າ:

ທ່ານຊີວົກ! ພຣະກາຍຂອງພຣະຜູ້ມີພຣະພາຄໝັກໝົມດ້ວຍສິ່ງອັນເປັນໂທສ ພຣະຕະຖາຄົຕຕ້ອງກາຣສະເຫວີຍພຣະໂອສົຖຖ່າຍ.

ຊີວົກໂກມາຣະພັຈຈ໌ກ່າວວ່າ:

ຂ້າແຕ່ທ່ານຜູ້ຈະເຣີນ! ຖ້າຢ່າງນັ້ນ ຂໍທ່ານຈົ່ງໂປດກະທຳພຣະກາຍຂອງພຣະຜູ້ມີພຣະພາຄໃຫ້ຊຸ່ມຊື່ນຈັກ ໒-໓ ວັນ.

ຄັ້ງນັ້ນ ທ່ານພຣະອານົນທ໌ໄດ້ກະທຳພຣະກາຍຂອງພຣະຜູ້ມີພຣະພາຄໃຫ້ຊຸ່ມຊື່ນ ໒-໓ ວັນແລ້ວ ເດີນໄປຫາຊີວົກໂກມາຣະພັຈຈ໌ ຄັນເຖິງແລ້ວໄດ້ກ່າວກັບຊີວົກໂກມາຣະພັຈຈ໌ວ່າ:

ທ່ານຊີວົກ! ພຣະກາຍຂອງພຣະຜູ້ມີພຣະພາຄຊຸ່ມຊື່ນແລ້ວ ບັດນີ້ ທ່ານຈົ່ງຮູ້ກາລອັນຄວນເຖີດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ