ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ອານົນທ໌ ! ໃນກາລະບັດນີ້ກໍດີ ໃນກາລລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈະຕ້ອງມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ເອົາສິ່ງອື່ນເປັນສະຣະນະ ເປັນຢູ່ ອານົນທ໌ ! ພິກຂຸພວກໃດ ເປັນຜູ້ໄຝ່ໃນສິກຂາ ພິກຂຸພວກນັ້ນ ຈະເປັນຜູ້ຢູ່ໃນຖານະອັນເລີດທີ່ສຸດແລ.
ອານົນທ໌ ! ຄວາມຂາດສູນແຫ່ງກັລລະຍານະວັຕນີ້ ມີໃນຍຸກແຫ່ງບຸຣຸດໃດ ບຸຣຸດນັ້ນຊື່ວ່າ ເປັນບຸຣຸດຄົນສຸດທ້າຍແຫ່ງບຸຣຸດທັງຫຼາຍ.... ເຮົາຂໍກ່າວຢໍ້າກັບພວກເຈົ້າວ່າ.... ພວກເຈົ້າທັງຫຼາຍຢ່າເປັນບຸຣຸດຄົນສຸດທ້າຍຂອງເຮົາເລີຍ.
- ບາລີ ມຫາ. ທີ. ໑໐/໑໗໘/໑໔໑.
- ບາລີ ມ. ມ. ໑໓/໔໒໗/໔໖໓.
- ບາລີ ມຫາວາຣ. ສັງ. ໑໙/໒໑໗/໗໔໐.
ພິກຂຸທັງຫຼາຍ ! ພິກຂຸເຫຼົ່າໃດຍັງເປັນເສຂະ
ຍັງບໍ່ບັນລຸເຖິງທັມທີ່ຕ້ອງປະສົງແຫ່ງໃຈ
ປາຖະໜາຢູ່ເຊິ່ງໂຢຄະເຂມະທັມອັນບໍ່ມີອັນໃດສູງກວ່າ
ພິກຂຸເຫຼົ່ານັ້ນ ເມື່ອຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ
ເຊິ່ງອານາປານະສະຕິສະມາທິ
ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ.
ສ່ວນພິກຂຸທັງຫຼາຍເຫຼົ່າໃດ ເປັນອະຣະຫັນ ດັບສິ້ນອາສະວະແລ້ວ
ມີພຣົມມະຈັນຢູ່ຈົບແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ
ພິກຂຸທັງຫຼາຍເຫຼົ່ານັ້ນ ເມື່ອຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ
ເຊິ່ງອານາປານະສະຕິສະມາທິ
ຍ່ອມເປັນສຸຂະວິຫາຣະໃນປັດຈຸບັນດ້ວຍ
ເພື່ອຄວາມສົມບູນແຫ່ງສະຕິສັມປະຊັນຍະດ້ວຍ... .
- ບາລີ ມຫາວາຣ. ສັງ. ໑໙/໔໑໓/໑໓໖໖-໖໗.
ພິກຂຸທັງຫຼາຍ !
ອານາປານະສະຕິສະມາທິນີ້ແລ
ເປັນທັມອັນເອກ
ເຊິ່ງເມື່ອບຸກຄົນຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ
ຍ່ອມເຮັດສະຕິປັດຖານທັງ ໔ ໃຫ້ບໍຣິບູນ
ສະຕິປັດຖານທັງ ໔
ເມື່ອຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ
ຍ່ອມເຮັດໂພຊຊົງທັງ ໗ ໃຫ້ບໍຣິບູນ
ໂພຊຊົງທັງ ໗
ເມື່ອຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວ
ຍ່ອມເຮັດວິຊຊາແລະວິມຸດຕິ ໃຫ້ບໍຣິບູນໄດ້.
- ບາລີ ມຫາວາຣ. ສັງ. ໑໙/໔໒໔/໑໔໐໓.








