ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ພິກຂຸ ທ.! ນີ້ແລ ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກັບພິກຂຸ ຜູ້ປັນຍາວິມຸດຕິ.
- ບາລີ ຂັນທ. ສັງ. ໑໗/໘໑/໑໒໕.
ພິກຂຸທັງຫຼາຍ ! ພວກພິກຂຸໃນທັມວິນັຍນີ້ ຮໍ່າຮຽນສູຕອັນຖືກັນມາຖືກ ດ້ວຍບົດພະຍັນຊະນະທີ່ໃຊ້ກັນຖືກ ຄວາມໝາຍແຫ່ງບົດພະຍັນຊະນະທີ່ໃຊ້ກັນກໍຖືກ ຍ່ອມມີນັຍອັນຖືກຕ້ອງເຊັ່ນດຽວກັນນັ້ນ. ພິກຂຸທັງຫຼາຍ ! ນີ້ເປັນມູນເຫດກໍລະນີທີໜຶ່ງ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ....
ພິກຂຸທັງຫຼາຍ ! ພວກພິກຂຸເຫຼົ່າໃດ ເປັນພະຫຸສູຕ ຄ່ອງແຄ່ວໃນຫຼັກພຣະພຸດທະວະຈະນະ ຊົງທັມ ຊົງວິນັຍ ຊົງມາຕິກາ (ແມ່ບົດ) ພວກພິກຂຸເຫຼົ່ານັ້ນ ເອົາໃຈໃສ່ ບອກສອນເນື້ອຄວາມແຫ່ງສູຕທັງຫຼາຍແກ່ຄົນອື່ນໆ ເມື່ອທ່ານເຫຼົ່ານັ້ນລ່ວງລັບໄປ ສູຕທັງຫຼາຍກໍບໍ່ຂາດຜູ້ເປັນມູນຮາກ (ອາຈາຣຍ໌) ມີທີ່ອາໄສສືບກັນຕໍ່ໄປ. ພິກຂຸທັງຫຼາຍ ! ນີ້ເປັນມູນເຫດກໍລະນີທີສາມ ເຊິ່ງເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ບໍ່ລືມເລືອນຫາຍຈົນເສື່ອມສູນໄປ..
*** ໃນບ່ອນນີ້ ໄດຍົກເອົາມາ ໒ ນັຍຍະ ຈາກ ໔ ນັຍຍະ ຂອງມູນເຫດ ສີ່ປະການ ທີ່ເຮັດໃຫ້ພຣະສັດທັມຕັ້ງຢູ່ໄດ້ ບໍ່ລືມເລືອນຫາຍຈົນເສື່ອມສູນໄປ.
- ບາລີ ຈຕຸກກ. ອັງ. ໒໑/໑໙໗/໑໖໐.
໑. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ຜູ້ມີອາຍຸ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະພຣະພັກພຣະຜູ້ມີພຣະພາກວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໒. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີສົງຄ໌ຢູ່ພ້ອມດ້ວຍພຣະເຖຣະ ພ້ອມດ້ວຍປາໂມກຂ໌ ຂ້າພະເຈົ້າໄດ້ສະດັບຮັບຟັງມາສະເພາະໜ້າສົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໓. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ຈໍານວນຫຼາຍ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະເຫຼົ່ານັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
໔. (ຫາກມີ) ພິກຂຸໃນທັມວິນັຍນີ້ກ່າວດັ່ງນີ້ວ່າ ໃນອາວາສະຊື່ນັ້ນມີພຣະຜູ້ເປັນເຖຣະຢູ່ອົງຄ໌ໜຶ່ງ ເປັນພະຫຸສູຕ ຮຽນຄັມພີ ຊົງທັມ ຊົງວິນັຍ ຊົງມາຕິກາ ຂ້າພະເຈົ້າ ໄດ້ສະດັບຮັບຟັງມາສະເພາະໜ້າພຣະເຖຣະອົງຄ໌ນັ້ນວ່າ “ນີ້ເປັນທັມ ນີ້ເປັນວິນັຍ ນີ້ເປັນຄໍາສອນຂອງພຣະສາສດາ”...
ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຄັດຄ້ານຄໍາກ່າວຂອງຜູ້ນັ້ນ ຈົ່ງຮຽນບົດແລະພະຍັນຊະນະເຫຼົ່ານັ້ນໃຫ້ດີ ຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວນໍາໄປສອບສວນໃນສູຕ ນໍາໄປທຽບຄຽງເບິ່ງໃນວິນັຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍບໍ່ໄດ້ ທຽບຄຽງເຂົ້າໃນວິນັຍກໍບໍ່ໄດ້ ຈົ່ງແນ່ໃຈວ່າ “ນີ້ບໍ່ແມ່ນຄໍາສອນຂອງພຣະຜູ້ມີພຣະພາກເຈົ້າພຣະອົງຄ໌ນັ້ນແນ່ນອນ. ພິກຂຸຕົນນັ້ນຈື່ຈໍາມາຜິດ” ພວກເຈົ້າທັງຫຼາຍ ຈົ່ງປະຖິ້ມຄໍາເຫຼົ່ານັ້ນເສຍ.
ຖ້າບົດແລະພະຍັນຊະນະເຫຼົ່ານັ້ນ ສອບສວນລົງໃນສູຕກໍໄດ້ ທຽບຄຽງເຂົ້າໃນວິນັຍກໍໄດ້ ຈົ່ງແນ່ໃຈວ່າ “ນີ້ເປັນຄໍາສອນຂອງພຣະຜູ້ມີພຣະພາກເຈົ້າພຣະອົງຄ໌ນັ້ນແທ້ແນ່ນອນ. ແລະພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ” ພວກເຈົ້າຈົ່ງຈໍາມະຫາປະເທສະ....ນີ້ໄວ້...
- ບາລີ ມຫາ. ທີ. ໑໐/໑໔໔/໑໑໓ - ໖.
ອານົນທ໌ ! ຄວາມຄິດອາດມີແກ່ພວກເຈົ້າຢ່າງນີ້ວ່າ ທັມວິນັຍຂອງພວກເຮົາ ມີພຣະສາສດາລ່ວງລັບໄປເສຍແລ້ວ ພວກເຮົາບໍ່ມີພຣະສາສດາ ດັ່ງນີ້ ອານົນທ໌ ! ຂໍ້ນີ້ພວກເຈົ້າຢ່າຄິດເຊັ່ນນັ້ນ ອານົນທ໌ ! ທັມກໍດີ ວິນັຍກໍດີ ທີ່ເຮົາສະແດງແລ້ວ ບັນຍັດແລ້ວ ແກ່ພວກເຈົ້າທັງຫຼາຍ ທັມມະວິນັຍນັ້ນ ຈະເປັນສາສດາຂອງພວກເຈົ້າທັງຫຼາຍ ໂດຍກາລລ່ວງລັບໄປແຫ່ງເຮົາ.








