ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາລ່າເລີງ (ຫາສະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແຫຼມ (ຊະວະນະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຄົມ (ຕິກຂະປັນຍະຕາຢະ)
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເຈາະແທງກິເລສ (ນິບເພດິກະປັນຍະຕາຢະ).
ທັມຂໍ້ໜຶ່ງ ຄືອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອໄດ້ປັນຍາ ໆລໆ ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເຈາະແທງກິເລສ
ພິກຂຸທັງຫຼາຍ ! ຊົນເຫຼົ່າໃດ ບໍ່ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍ່ບໍຣິໂພກອະມະຕະ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ຊົນເຫຼົ່າໃດ ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍຣິໂພກອະມະຕະ
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ບໍຣິໂພກແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ບໍຣິໂພກແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍຣິໂພກແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍຣິໂພກແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ຂອງຊົນເຫຼົ່າໃດເສື່ອມແລ້ວ ອະມະຕະຂອງຊົນເຫຼົ່ານັ້ນຊື່ວ່າເສື່ອມແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ຂອງຊົນເຫຼົ່າໃດບໍ່ເສື່ອມແລ້ວ ອະມະຕະຂອງຊົນເຫຼົ່ານັ້ນຊື່ວ່າບໍ່ເສື່ອມແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດ ເບື່ອແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເບື່ອແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດພໍໃຈແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນພໍໃຈແລ້ວ.
ພິກຂຸທັງຫຼາຍ ! ຊົນເຫຼົ່າໃດປະມາດກາຢະຄະຕາສະຕິຊົນເຫຼົ່ານັ້ນຊື່ວ່າ ປະມາດອະມະຕະ.
ພິກຂຸທັງຫຼາຍ ! ຊົນເຫຼົ່າໃດບໍ່ປະມາດກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ບໍ່ປະມາດອະມະຕະ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຫຼົງລືມ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຫຼົງລືມ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຫຼົງລືມ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຫຼົງລືມ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ສຸມເສບແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ສຸມເສບແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດສຸມເສບແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນສຸມເສບແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຈະເລີນແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຈະເລີນແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຈະເລີນແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຈະເລີນແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເຮັດໃຫ້ຫຼາຍແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ເຮັດໃຫ້ຫຼາຍແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເຮັດໃຫ້ຫຼາຍແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເຮັດໃຫ້ຫຼາຍແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຮູ້ດ້ວຍປັນຍາອັນຍິ່ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຮູ້ດ້ວຍປັນຍາອັນຍິ່ງ.
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຮູ້ດ້ວຍປັນຍາອັນຍິ່ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຮູ້ດ້ວຍປັນຍາອັນຍິ່ງ
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ກໍານົດຮູ້ແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ກໍານົດຮູ້ແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດ ກໍານົດຮູ້ແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນກໍານົດຮູ້ແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເຮັດໃຫ້ແຈ້ງແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ເຮັດໃຫ້ແຈ້ງແລ້ວ.
ພິກຂຸທັງຫຼາຍ ! ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເຮັດໃຫ້ແຈ້ງແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເຮັດໃຫ້ແຈ້ງແລ້ວ ດັ່ງນີ້.
ຄະນະຜູ້ແປແລະກວດແກ້ເປັນພາສາລາວ :








