ຄຳສອນພຸດທະ - ໜ້າຈໍໂຫລດ

ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ເປັນສຸຂະວິຫາຣະລະງັບໄດ້ເຊິ່ງອະກຸສົນ ໑໗

- ບາລີ ມຫາວາຣ. ສັງ. ໑໙/໔໐໖/໑໓໕໒-໑໓໕໔. - ບາລີ ມຫາ. ວິ. ໑/໑໒໘-໑໓໑/໑໗໖-໑໗໘.

(ຊົງຜາຣົບເຫດທີ່ ພິກຂຸທັງຫຼາຍໄດ້ຂ້າໂຕຕາຍແດ່ ຂ້າກັນແລະກັນແດ່ ເນື່ອງຈາກເກີດຄວາມອຶດອັດເບື່ອໜ່າຍ ຂີ້ດຽດກາຍຂອງຕົນ ເພາະການປະຕິບັດອະສຸພະພາວະນາ ຈຶ່ງໄດ້ຊົງສະແດງ ອານາປານະສະຕິສະມາທິ ແກ່ພິກຂຸເຫຼົ່ານັ້ນ)

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິນີ້ແລ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນຂອງລະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸຂະວິຫາຣະ ແລະຍ່ອມຍັງອະກຸສົນທັມອັນເປັນບາບ ອັນເກີດຂຶ້ນແລ້ວ ແລະ ເກີດຂຶ້ນແລ້ວ ໃຫ້ອັນຕະທານໄປ ໃຫ້ລະງັບໄປ ໂດຍຄວນແກ່ຖານະ.

ພິກຂຸທັງຫຼາຍ ! ປຽບເໝືອນກັບຂີ້ຝຸ່ນທີ່ໄງ່ຂຶ້ນ ແຫ່ງເດືອນສຸດທ້າຍຂອງລະດູຮ້ອນ ຝົນແຮງທີ່ຜິດລະດູຕົກລົງມາ ຍ່ອມເຮັດຂີ້ຝຸ່ນເຫຼົ່ານັ້ນ ໃຫ້ອັນຕະທານຫາຍໄປ ໃຫ້ລະງັບໄປໄດ້ ໂດຍຄວນແກ່ຖານະ ຂໍ້ນີ້ເຊັ່ນໃດ

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ກໍເປັນຂອງລະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸຂະວິຫາຣະ ແລະຍ່ອມຍັງອະກຸສົນ ທັມອັນເປັນບາບທີ່ເກີດຂຶ້ນແລ້ວແລະເກີດຂຶ້ນແລ້ວ໑ ໃຫ້ອັນຕະທານ ຫາຍໄປ ໃຫ້ລະງັບໄປໄດ້ໂດຍຄວນແກ່ຖານະ ເຊັ່ນນັ້ນ.

ພິກຂຸທັງຫຼາຍ ! ກໍອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ? ທີ່ເປັນຂອງລະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸຂະວິຫາຣະ ແລະຍ່ອມຍັງອະກຸສົນທັມອັນເປັນບາບທີ່ເກີດຂຶ້ນແລ້ວ ແລະເກີດຂຶ້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ລະງັບໄປໄດ້ ໂດຍຄວນແກ່ຖານະໄດ້.

ພິກຂຸທັງຫຼາຍ ! ພິກຂຸໃນກໍລະນີນີ້ ໄປແລ້ວສູ່ປ່າກໍຕາມ ໄປແລ້ວສູ່ເຫງົ້າໄມ້ກໍຕາມ ໄປແລ້ວສູ່ເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິໝັ້ນ ພິກຂຸນັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ

໑. ບາລີ = ອຸບປັນນຸບປັນນະ

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ

(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ)

ພິກຂຸທັງຫຼາຍ ! ອານາປານະສະຕິສະມາທິ ອັນບຸກຄົນ ຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ດ້ວຍອາການດັ່ງນີ້ ຍ່ອມເປັນຂອງລະງັບ ເປັນຂອງປານີດ ເປັນຂອງເຢັນ ເປັນສຸຂະວິຫາຣະ ແລະຍ່ອມຍັງອະກຸສົນທັມອັນເປັນບາບ ທີ່ເກີດຂຶ້ນແລ້ວ ແລະເກີດຂຶ້ນແລ້ວ ໃຫ້ອັນຕະທານຫາຍໄປ ໃຫ້ລະງັບໄປໄດ້ ໂດຍຄວນແກ່ຖານະ ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ອານາປານະສະຕິ

ສາມາດກໍາຈັດບາບອະກຸສົນໄດ້ທຸກທິດທາງ ໑໘

- ບາລີ ມຫາວາຣ. ສັງ. ໑໙/໔໐໘/໑໓໕໗.

ອານົນ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມມີຜົນໃຫຍ່ ມີອານິສົງໃຫຍ່ ກໍອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົນໃຫຍ່ ມີອານິສົງໃຫຍ່ ?

ອານົນ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາລົງສະຕິສະເພາະໜ້າ ເຂົານັ້ນມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ັ້ນເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ

(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໑-໔ ທຸກປະການ).

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ອານົນ ! ອານາປານະສະຕິສະມາທິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມມີຜົນໃຫຍ່ ມີອານິສົງໃຫຍ່.

ອານົນ ! ສະໄໝໃດ ພິກຂຸ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ