ຄຳສອນພຸດທະ - ໜ້າຈໍໂຫລດ

ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ

ໜ້າ/ 41

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຢຄະຫຼາຍ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ເພື່ອຄວາມສັງເວດຫຼາຍ

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສັງເວດຫຼາຍ (ມະຫະໂຕ ສັງເວຄາຢະ) ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເປັນໄປເພື່ອຄວາມສັງເວດຫຼາຍ ?

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ

(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຄວາມສັງເວດຫຼາຍ.

ພຸດທະວະຈະນະ - ໝວດທັມ

ເພື່ອຢູ່ເປັນຜາສຸຂຫຼາຍ

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ເຮັດໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຢູ່ເປັນຜາສຸຂຫຼາຍ (ມະຫະໂຕ ຜາສຸວິຫາຣາຢະ) ກໍອານາປານະສະຕິ ອັນບຸກຄົນຈະເລີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເປັນໄປເພື່ອຢູ່ເປັນຜາສຸຂຫຼາຍ ?

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນປະກອບດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປໃນການສະລະ

(ແຕ່ນີ້ໄດ້ຕຣັດໄວ້ແນວດຽວກັນ ເຊິ່ງເໝືອນໃນໜ້າ ໗໑-໗໒ ທຸກປະການ)

ພິກຂຸທັງຫຼາຍ ! ອານາປານະສະຕິ ອັນບຸກຄົນຈະເລີນແລ້ວ ດັ່ງນີ້ ເຮັດໃຫ້ຫຼາຍແລ້ວດັ່ງນີ້ແລ ຍ່ອມເປັນໄປເພື່ອຢູ່ເປັນຜາສຸຂຫຼາຍ.

ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ພິກຂຸທັງຫຼາຍ ! ແມ່ນໍ້າຄົງຄາໄຫຼໄປສູ່ທິດປາຈີນ ຫຼັ່ງໄປສູ່ທິສປາຈີນ ໄຫຼລົ້ນໄປສູ່ທິສປາຈີນ ເຊັ່ນໃດ ພິກຂຸຜູ້ຈະເລີນໂພຊຊົງຄ໌ ໗ ກໍຍ່ອມເປັນຜູ້ນ້ອມໄປສູ່ນິບພານ ເນີ້ງໄປສູ່ນິບພານ ອຽງໄປສູ່ນິບພານ ເຊັ່ນນັ້ນເໝືອນກັນ ກໍພິກຂຸຜູ້ຈະເລີນໂພຊຊົງຄ໌ ໗ ເຮັດໃຫ້ຫຼາຍເຊິ່ງໂພຊຊົງຄ໌ ໗ ແນວໃດ ຈຶ່ງເປັນຜູ້ນ້ອມໄປສູ່ນິບພານ ເນີ້ງໄປສູ່ນິບພານ ອຽງໄປສູ່ນິບພານ.

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເລີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ທັມມະວິຈະຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ວິຣິຢະສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ປີຕິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ພຸດທະວະຈະນະ - ໝວດທັມ

ຍ່ອມຈະເລີນ ປັດສັດທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ສະມາທິສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ອຸເປກຂາສັມໂພຊຊົງຄ໌ ອັນອາໄສວິເວກ ອັນອາໄສວິຣາຄະ ອັນອາໄສນິໂຣດ ນ້ອມໄປໃນການສະລະ

ພິກຂຸທັງຫຼາຍ ! ພິກຂຸຜູ້ຈະເລີນໂພຊຊົງຄ໌ ໗ ເຮັດໃຫ້ຫຼາຍເຊິ່ງໂພຊຊົງຄ໌ ໗ ດັ່ງນີ້ແລ ຍ່ອມເປັນຜູ້ນ້ອມໄປສູ່ນິບພານ ເນີ້ງໄປສູ່ນິບພານ ອຽງໄປສູ່ນິບພານ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ຈະເຣີນອານາປານະສະຕິ

ຊື່ວ່າບໍ່ເຫີນຫ່າງຈາກຊານ ໑໖

- ບາລີ ເອກ. ອັງ. ໒໐/໕໔-໕໕/໒໒໔.

ພິກຂຸທັງຫຼາຍ ! ຖ້າພິກຂຸ ຈະເລີນອານາປານະສະຕິແມ່ນວ່າເວລາພຽງແຕ່ສໍ່າດີດນິ້ວມື

ພິກຂຸນີ້ເຮົາກ່າວວ່າ ຢູ່ບໍ່ເຫີນຫ່າງຈາກຊານ

ເຮັດຕາມຄໍາສອນຂອງພຣະສາສະດາ ປະຕິບັດຕາມໂອວາດ ບໍ່ສັນບິນດະບາຕຂອງຊາວບ້ານຊາວເມືອງເປືອງເປົ່າ ກໍຈະເມື່ອຍກ່າວໄປຫຍັງ ເຖິງຜູ້ເຮັດໃຫ້ຫຼາຍເຊິ່ງອານາ ປານະສະຕິ ນັ້ນໜໍ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ

ອານາປານະສະຕິ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ