ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

78

ຄະຫະບໍດີ ເເລະຄະຫະປະຕານີທັງຫຼາຍ !

ຊາຍເທວະດາຢູ່ຮ່ວມກັບຍິງຜີ ເປັນຢ່າງນີ້ເເລ.

ຄະຫະບໍດີ ເເລະ ຄະຫະປະຕານີທັງຫຼາຍ !

ກໍຊາຍເທວະດາຢູ່ຮ່ວມກັບຍິງເທວະດາເປັນຢ່າງໃດ ?

ສາມີ ໃນໂລກນີ້ເປັນຜູ້ງົດເວັ້ນ ຈາກການຂ້າສັດ ໆລໆ ບໍ່ດ່າ ບໍ່

ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ເເມ່ນວ່າ ພັນລະຍາຂອງ

ເຂົາກໍເປັນຜູ້ງົດເວັ້ນຈາກການຂ້າສັດ ໆລໆ ບໍ່ດ່າ ບໍ່ເຍາະເຍີ້ຍສະມະ

ນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີ ເເລະ ຄະຫະປະຕານີທັງຫຼາຍ !

ຊາຍເທວະດາ ຢູ່ຮ່ວມກັບຍິງເທວະດາ ເປັນຢ່າງນີ້ເເລ.

ຄະຫະບໍດີ ເເລະຄະຫະປະຕານີທັງຫຼາຍ !

ການຢູ່ຮ່ວມ 4 ປະການເປັນຢ່າງນີ້ເເລ.

ພັນລະຍາ ເເລະ ສາມີທັງສອງເປັນຜູ້ທຸສີນ ເປັນຄົນຂີ້ຖີ່ ມັກດ່າສະ

ມະນະພຣາມ ຊື່ວ່າເປັນຜີມາຢູ່ຮ່ວມກັນ. ສາມີເປັນຜູ້ທຸສີນ ມີ

ຄວາມຂີ້ຖີ່ ມັກດ່າສະມະນະພຣາມ ສ່ວນພັນລະຍາເປັນຜູ້ມີສີນ ຮູ້

ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່ ພັນລະຍານັ້ນຊື່ວ່າ ຍິງ

ເທວະດາຢູ່ຮ່ວມກັບຊາຍຜີ.

ສາມີເປັນຜູ້ມີສີນ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກຄວາມຂີ້ຖີ່

ສ່ວນພັນລະຍາເປັນຜູ້ທຸສີນ ມີຄວາມຂີ້ຖີ່ ມັກດ່າສະມະນະພຣາມ ຊື່

ວ່າ ເປັນຍິງຜີມາຢູ່ຮ່ວມກັບຊາຍເທວະດາ.

ທັງສອງເປັນຜູ້ມີສັດທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສັງລວມ

ເປັນຢູ່ໂດຍທັມ ພັນລະຍາເເລະສາມີທັງສອງນັ້ນ ເຈຣະຈາ ຖ້ອຍຄຳ

ທີ່ໜ້າຮັກເເກ່ກັນເເລະກັນ ຍ່ອມມີຄວາມຈະເລີນ ຮຸ່ງເຮືອງຫຼາຍ ມີ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ