ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

77

ໝາດ ເປັນຄົນທຸສີນ ມີບາບທັມ ມີໃຈອັນມົນທິນຄື ຄວາມຂີ້ຖີ່

ຄອບງຳ ດ່າ ເເລະ ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ເເມ່ນວ່າ

ພັນລະຍາຂອງເຂົາກໍເປັນຜູ້ມັກຂ້າສັດ ລັກຊັບ ປະພຶດຜິດໃນກາມ

ເປັນຄົນທຸສີນ ມີບາບທັມ ມີໃຈອັນມົນທິນຄືຄວາມຂີ້ຖີ່ ຄອບງຳ

ດ່າ ເເລະ ເຍາະເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ.

ຄະຫະບໍດີ ເເລະ ຄະຫະປະຕານີທັງຫຼາຍ ! ຊາຍຜີຢູ່ຮ່ວມກັບຍິງຜີ

ເປັນຢ່າງນີ້ເເລ.

ຄະຫະບໍດີ ເເລະ ຄະຫະປະຕານີທັງຫຼາຍ !

ກໍຊາຍຜີຢູ່ຮ່ວມກັບຍິງເທວະດາເປັນຢ່າງໃດ ?

ສາມີ ໃນໂລກນີ້ເປັນຜູ້ມັກຂ້າສັດໆລໆ ດ່າ ເເລະ ເຍາະເຍີ້ຍສະມະ

ນະພຣາມ ຢູ່ຄອງເຮືອນ ສ່ວນພັນລະຍາຂອງເຂົາເປັນຜູ້ງົດເວັ້ນ

ຈາກການຂ້າສັດ ຈາກການລັກຊັບ ຈາກການປະພຶດຜິດໃນກາມ

ຈາກການເວົ້າຕົວະ ຈາກການດື່ມນຳ້ເມົາຄື: ສຸຣາ ເເລະ ເມໄຣອັນ

ເປັນທີ່ຕັ້ງເເຫ່ງຄວາມປະໝາດ ມີສີນ ມີກັນລະຍານະທັມ ມີໃຈປາ

ສະຈາກມົນທິນຄືຄວາມຂີ້ຖີ່ ບໍ່ດ່າ ບໍ່ເຍາະເຍີ້ຍສະມະນະພຣາມ ຢູ່

ຄອງເຮືອນ.

ຄະຫະບໍດີ ເເລະຄະຫະປະຕານີທັງຫຼາຍ !

ຊາຍຜີຢູ່ຮ່ວມກັບຍິງເທວະດາ ເປັນຢ່າງນີ້ເເລ.

ຄະຫະບໍດີ ເເລະ ຄະຫະປະຕານີທັງຫຼາຍ !

ກໍຊາຍເທວະດາ ຢູ່ຮ່ວມກັບຍິງຜີເປັນຢ່າງໃດ ?

ສາມີ ໃນໂລກນີ້ເປັນຜູ້ງົດເວັ້ນຈາກການຂ້າສັດ ໆລໆ ບໍ່ດ່າ ບໍ່ເຍາະ

ເຍີ້ຍສະມະນະພຣາມ ຢູ່ຄອງເຮືອນ ສ່ວນພັນລະຍາ ຂອງເຂົາເປັນຜູ້

ມັກຂ້າສັດໆລໆ ດ່າ ເເລະ ເຍາະເຍີ້ຍສະມະ ນະພຣາມ ຢູ່ຄອງເຮືອນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ