ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
2
ດູຣາຄະຫະບໍດີ ! ອຸບາສົກຜູ້ບໍ່ລະໄພເວນ 5 ປະການນີ້ແລ ເຮົາເອີ້ນ
ວ່າຜູ້ທຸສີນເເດ່ ຍ່ອມເຂົ້າເຖິງນະຣົກເເດ່.
ດູຣາຄະຫະບໍດີ ! ອຸບາສົກຜູ້ລະໄພເວນ 5 ປະການ: ເຮົາເອີ້ນວ່າຜູ້ມີ
ສີນເເດ່ ຍ່ອມເຂົ້າເຖິງສຸຄະຕິເເດ່.
ໄພເວນ 5 ປະການນັ້ນເປັນຢ່າງໃດ ?
ຄື: ການຂ້າສັດ, ການລັກຊັບ, ການປະພຶດຜິດໃນກາມ, ການເວົ້າ
ຕົວະ, ການດື່ມນໍ້າເມົາຄື: ສຸຣາ ເເລະ ເມໄຣ ອັນເປັນທີ່ຕັ້ງແຫ່ງ
ຄວາມປະໝາດ.
ດູຣາຄະຫະບໍດີ ! ອຸບາສົກຜູ້ລະໄພເວນ 5 ປະການນີ້ແລ ເຮົາເອີ້ນວ່າ
ຜູ້ມີສີນແດ່ ຍ່ອມເຂົ້າເຖິງສຸຄະຕິເເດ່.
ດູຣາຄະຫະບໍດີ ! ອຸບາສົກຜູ້ຂ້າສັດຍ່ອມປະສົບໄພເວນໃດ ທັງໃນ
ປັດຈຸບັນ ທັງໃນສໍາປະຣາຍະພົບ ຍ່ອມສະເຫວີຍທຸກ ແລະ ໂທມະ
ນັດໃດເເມ່ນແຕ່ທາງຈິດ ເພາະເຫດແຫ່ງການຂ້າສັດ ອຸບາສົກຜູ້ງົດ
ເວັ້ນຈາກປານາຕິບາດ ຍ່ອມບໍ່ປະສົບໄພເວນນັ້ນ ທັງໃນປັດຈຸບັນ
ທັງໃນສໍາປະຣາຍະພົບ ຍ່ອມບໍ່ສະເຫວີຍ ທຸກໂທມະນັດແມ່ນແຕ່
ທາງຈິດ ໄພເວນນັ້ນຂອງອຸບາສົກຜູ້ງົດເວັ້ນຈາກປານາຕິບາດ ຍ່ອມ
ສະຫງົບລະງັບ ດ້ວຍປະການຢ່າງນີ້.
ອຸບາສົກຜູ້ລັກຊັບ, ປະພຶດຜິດໃນກາມ, ເວົ້າຕົວະ, ດື່ມນໍ້າເມົາ ຄື:
ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະໝາດຍ່ອມປະສົບໄພ
ເວນໃດ ທັງໃນປັດຈຸບັນ ທັງໃນສໍາປະຣາຍະພົບ ຍ່ອມໄດ້ສະເຫວີຍ
ທຸກໂທມະນັດໃດ ເເມ່ນແຕ່ທາງຈິດ ເພາະເຫດແຫ່ງການດື່ມນໍ້າເມົາ
ຄື: ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດອຸບາສົກຜູ້
ງົດເວັ້ນຈາກການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງ








