ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
1
ການກະທຳທີ່ເປັນໄປເພື່ອການກໍ່ເວນ | 01
ອໍ.ປັນຈກ.22/183/174
ຄັ້ງນັ້ນ, ທ່ານອະນາຖະບິນດິກະຄະຫະບໍດີ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າ
ເຖິງທີ່ປະທັບ ຂາບອະພິວາດແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.
ຄັ້ງນັ້ນ, ພຣະຜູ້ມີພຣະພາກຊົງຕຣັດວ່າ:
ດູຣາຄະຫະບໍດີ ! ອຸບາສົກບ່ໍລະໄພເວນ 5 ປະການ: ເຮົາເອີ້ນວ່າຜູ້ທຸສີນເເດ່
ຍ່ອມເຂົ້າເຖິງນະຣົກເເດ່.
ໄພເວນ 5 ປະການ ນັ້ນເປັນຢ່າງໃດ ?
ຄື ການຂ້າສັດ, ການລັກຊັບ, ການປະພຶດຜິດໃນກາມ, ການເວົ້າຕົວະ,
ການດື່ມນໍ້າເມົາຄື: ສຸຣາ ແລະ ເມໄຣອັນເປັນທີ່ຕັ້ງແຫ່ງຄວາມປະໝາດ.








