ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

26

ເພີດເພີນ ໃນການແຕກກັນເປັນພວກ ເປັນຜູ້ກ່າວວາຈາທີ່ເຮັດໃຫ້

ແຕກກັນເປັນພວກ.

(3) ເປັນຜູ້ມີວາຈາຫຍາບ ອັນເປັນວາຈາຫຍາບຄາຍ ແຂງກະດ້າງ

ແສບເຜັດຕໍ່ຜູ້ອື່ນ ກະທົບກະເທືອນຜູ້ອື່ນ ແວດລ້ອມຢູ່ດ້ວຍຄວາມ

ໂກດ ບໍ່ເປັນໄປເພື່ອສະມາທິ ເຂົາເປັນຜູ້ກ່າວວາຈາ ມີຮູບລັກສະ

ນະເຊັ່ນນັ້ນ.

(4) ເປັນຜູ້ມີວາຈາໂລເລ ຄື: ເປັນຜູ້ກ່າວບໍ່ຖືກກາລະ ບໍ່ກ່າວຕາມ

ຈິງ ກ່າວບໍ່ອີງອັດຖະ ບໍ່ອີງວິນັຍ ເປັນຜູ້ທີ່ກ່າວວາຈາບໍ່ມີທີ່ຕັ້ງອາໄສ

ບໍ່ຖືກກາລະເທສະ ບໍ່ມີຈຸດຈົບ ບໍ່ປະກອບດ້ວຍປະໂຫຍດ.

ຈຸນທະ ! ຢ່າງນີ້ແລ ເປັນຄວາມບໍ່ສະອາດທາງວາຈາ 4 ຢ່າງ.

ຈຸນທະ ! ຄວາມບໍ່ສະອາດທາງໃຈມີ 3 ຢ່າງເປັນຢ່າງໃດໜໍ ?

ຈຸນທະ ! ບຸກຄົນບາງຄົນໃນກໍລະນີນີ້:

(1) ເປັນຜູ້ອັ່ງລົ້ນໄປດ້ວຍອະພິດຊາ (ຄວາມໂລບເພັ່ງເລັງ) ເປັນຜູ້

ໂລບເພັ່ງເລັງວັດຖຸອຸປະກອນແຫ່ງຊັບຂອງຜູ້ອື່ນວ່າ: “ ສິ່ງໃດເປັນ

ຂອງຜູ້ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ ” ດັ່ງນີ້.

(2) ເປັນຜູ້ມີຈິດພະຍາບາດ ມີຄວາມຄິດໃນໃຈເປັນໄປໃນທາງປະ

ທຸດສະຮ້າຍວ່າ: “ ສັດທັງຫຼາຍເຫຼົ່ານີ້ຈົ່ງເດືອດຮ້ອນຈົ່ງແຕກທໍາລາຍ

ຈົ່ງຂາດສູນ ຈົ່ງພິນາດ ຢ່າໄດ້ມີຢູ່ເລີຍ ” ດັ່ງນີ້ເປັນຕົ້ນ.

(3) ເປັນຜູ້ມີຄວາມເຫັນຜິດ ມີທັດສະນະວິປະຣິດວ່າ: “ ທານທີ່

ໃຫ້ແລ້ວບໍ່ມີ(ຜົນ), ຍັນທີ່ບູຊາແລ້ວບໍ່ມີ(ຜົນ), ການບູຊາທີ່ບູຊາ

ແລ້ວບໍ່ມີ(ຜົນ), ຜົນວິບາກແຫ່ງກັມ ທີ່ສັດເຮັດດີເຮັດຊົ່ວບໍ່ມີ, ໂລກ

ນີ້ບໍ່ມີ, ໂລກອື່ນບໍ່ມີ, ມານດາບໍ່ມີ, ບິດາບໍ່ມີ, ໂອປະປາຕິກະສັດບໍ່ມີ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ