ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

25

(2) ເປັນຜູ້ມີປົກກະຕິຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ຄື: ວັດຖຸອຸ

ປະກອນແຫ່ງຊັບຂອງບຸກຄົນອື່ນ ທີ່ຢູ່ໃນບ້ານ ຫຼື ໃນປ່າກໍຕາມ

ເປັນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ດ້ວຍອາການແຫ່ງຂີ້ລັກ.

(3) ເປັນຜູ້ມີປົກກະຕິປະພຶດຜິດໃນກາມຄື: ປະພຶດຜິດ ໃນຍິງເຊິ່ງ

ມານດາຮັກສາ ບິດາຮັກສາ ອ້າຍ ນ້ອງຊາຍ ເອື້ອຍ ນ້ອງສາວ ຫຼື

ຍາດຮັກສາ ອັນທຳຮັກສາ ເປັນຍິງມີສາມີ ຜູ້ຍິງຢູ່ໃນສິນໄໝ ໂດຍ

ທີ່ສຸດ ແມ່ນຍິງອັນເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ບໍ່ເປັນ

ຜູ້ປະພຶດຜິດຈາຮີດ ໃນຮູບແບບເຫຼົ່ານັ້ນ.

ຈຸນທະ ! ຢ່າງນີ້ແລ ເປັນຄວາມບໍ່ສະອາດທາງກາຍ 3 ຢ່າງ.

ຈຸນທະ ! ຄວາມບໍ່ສະອາດທາງວາຈາ ມີ 4 ຢ່າງ ເປັນຢ່າງໃດໜໍ ?

ຈຸນທະ ! ບຸກຄົນບາງຄົນໃນກໍລະນີນີ້:

(1) ເປັນຜູ້ມີປົກກະຕິເວົ້າຕົວະ ໄປສູ່ສະພາກໍດີ ໄປສູ່ບໍຣິສັດກໍດີ

ໄປສູ່ທ່າມກາງໝູ່ຍາດກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່

ທ່າມກາງຣາຊະສະກຸນກໍດີ ອັນເຂົານຳໄປເປັນພະຍານ ຖາມວ່າ:

“ ບຸຣຸດຜູ້ຈະເລີນ ! ທ່ານຮູ້ຢ່າງໃດ ທ່ານຈົ່ງກ່າວໄປຢ່າງນັ້ນ ” ດັ່ງນີ້

ບຸຣຸດນັ້ນ ເມື່ອບໍ່ຮູ້ກໍກ່າວວ່າຮູ້ ເມື່ອຮູ້ກໍກ່າວວ່າບໍ່ຮູ້ ເມື່ອບໍ່ເຫັນ

ກໍກ່າວວ່າເຫັນ ເມື່ອເຫັນກໍກ່າວວ່າບໍ່ເຫັນ ເພາະເຫດຕົນເອງ ເພາະ

ເຫດຜູ້ອື່ນ ຫຼື ເພາະເຫດເຫັນແກ່ອາມິດຕ່າງໆກໍເປັນຜູ້ກ່າວຕົວະທັງ

ທີ່ຮູ້ຢູ່.

(2) ເປັນຜູ້ມີວາຈາສໍ່ສຽດຄື: ຟັງຈາກຝ່າຍນີ້ແລ້ວ ໄປບອກອີກ

ຝ່າຍນັ້ນເພື່ອທັມລາຍຝ່າຍນີ້ ຫຼື ຟັງຈາກຝ່າຍນັ້ນ ແລ້ວມາບອກ

ຝ່າຍນີ້ ເພື່ອລາຍຝ່າຍນັ້ນ ເປັນຜູ້ເຮັດຄົນທີ່ສາມັກຄີກັນ ໃຫ້ແຕກ

ກັນ ຫຼື ເຮັດຄົນທີ່ແຕກກັນແລ້ວໃຫ້ແຕກກັນຍິ່ງຂຶ້ນ ພໍໃຈ ຍິນດີ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ