ໄພເວນ 5 ປະການ

ໜ້າ/ 161

ຄຳສອນຂອງພຣະຕະຖາຄົດ

ໄພເວນ 5 ປະການ

97

ພິກຂຸທັງຫຼາຍ ! ຄົນບາງຄົນໃນກໍລະນີນີ້ ເປັນຜູ້ມີປົກກະຕິກະທຳປາ

ນາຕິບາດ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິດ ມີເເຕ່ການຂ້າ ເເລະ

ການທຸບຕີ ບໍ່ມີຄວາມອີດູໃນສັດມີຊີວິດ

ເຂົາກະເສືອກກະສົນດ້ວຍ (ກໍາທາງ) ກາຍ

ເຂົາກະເສືອກກະສົນດ້ວຍ (ກໍາທາງ) ວາຈາ

ເຂົາກະເສືອກກະສົນດ້ວຍ (ກໍາທາງ) ໃຈ

ການກະທຳທາງກາຍ (ກາຍະກໍາ) ຂອງເຂົາຄົດ

ການກະທຳທາງວາຈາ (ວະຈີກໍາ) ຂອງເຂົາຄົດ

ການກະທຳທາງໃຈ (ມະໂນກໍາ) ຂອງເຂົາຄົດ

ຄະຕິຂອງເຂົາຄົດ ອຸບັດ (ການເຂົ້າເຖິງພົບ) ຂອງເຂົາຄົດ.

ພິກຂຸທັງຫຼາຍ ! ສຳລັບຜູ້ມີຄະຕິຄົດ ມີອຸບັດຄົດນັ້ນ ເຮົາກ່າວຄະຕິ

ຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງເເກ່ເຂົາ ຄື: ເຫຼົ່າສັດນະຣົກ

ຜູ້ມີທຸກໂດຍສ່ວນດຽວ ຫຼື ວ່າສັດເດຣັດສານ ຜູ້ມີກຳເນີດກະເສືອກ

ກະສົນໄດ້ເເກ່ ງູ ເເມງເງົາ ຂີ້ເຂັບ ຈອນຟອນ ເເມວ ໜູ ນົກເຄົ້າ ຫຼື

ສັດເດຣັດສານ ເຫຼົ່າອື່ນໆທີ່ເຫັນມະນຸດ ເເລ້ວກະເສືອກກະສົນ.

ພິກຂຸທັງຫຼາຍ ! ພູຕະສັດ(ສັດທັງຫລາຍ) ຍ່ອມມີດ້ວຍອາການຢ່າງ

ນີ້ຄື: ອຸບັດ ຍ່ອມມີເເກ່ພູຕະສັດ ເຂົາກະທຳກໍາໃດໄວ້ ເຂົາຍ່ອມອຸ

ບັດດ້ວຍກໍານັ້ນ ຜັດສະທັງຫຼາຍຍ່ອມຖືກຕ້ອງ ພູຕະສັດນັ້ນຜູ້ອຸບັດ

ເເລ້ວ.

ພິກຂຸທັງຫຼາຍ ! ເຮົາກ່າວວ່າສັດທັງຫຼາຍເປັນທາຍາດເເຫ່ງກໍາດ້ວຍ

ອາການຢ່າງນີ້ ດັ່ງນີ້.

“ ໃນກໍລະນີເເຫ່ງບຸກຄົນຜູ້ກະການເອົາຊັບສິ່ງຂອງທີ່ເຈົ້າຂອງບໍ່ໄດ້

ໃຫ້(ອະທິນນາທານ) ການປະພຶດຜິດໃນກາມ(ກາເມສຸມິດສາຈານ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ