ໄພເວນ 5 ປະການ
ໜ້າ/ 161
ຄຳສອນຂອງພຣະຕະຖາຄົດ
ໄພເວນ 5 ປະການ
96
ທຸຄະຕິຂອງຜູ້ທຸສີນ | 27
ທສກ.ອໍ.24/309/193
ພິກຂຸທັງຫຼາຍ ! ເຮົາຈັກສະເເດງທັມປະຣິຍາຍ ອັນເປັນເຫດເເຫ່ງ
ຄວາມກະເສືອກກະສົນໄປຕາມກໍາ (ຂອງໝູ່ສັດ) ເເກ່ພວກທ່ານ
ທ່ານທັງຫຼາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈະກ່າວ.
ທັມປະຣິຍາຍອັນສະເເດງຄວາມກະເສືອກກະສົນໄປຕາມກໍາເປັນ
ຢ່າງໃດ ?
ພິກຂຸທັງຫຼາຍ ! ສັດທັງຫຼາຍເປັນຜູ້ມີກໍາເປັນຂອງຕົນ ເປັນທາຍາດ
ເເຫ່ງກໍາ ມີກໍາເປັນກຳເນີດ ມີກໍາເປັນເຜົ່າພັນ ມີກໍາເປັນທີ່ເພິ່ງອາ
ໄສ ກະທຳກໍາໃດໄວ້ ດີກໍ່ຕາມ ຊົ່ວກໍ່ຕາມ ຈັກເປັນຜູ້ຮັບຜົນຂອງກໍາ
ນັ້ນ.








