ແກ້ກັມ
ໜ້າ/ 52
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນ ເປັນທີ່ໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖາໜາ ໜ້າຮັກໃຄ່ ໜ້າພໍໃຈ.
ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ : ອະຣິິຍະສາວົກ
ລະອະທິນນາທານ ເວັ້ນຂາດຈາກອະທິນນາທານ.
ພິກຂຸທັງຫຼາຍ ! ອະຣິຍະສາວົກ ເວັ້ນຂາດຈາກອະທິນນາທານແລ້ວ ຍ່ອມຊື່ວ່າໃຫ້ອະພັຍທານ ອະເວຣະທານ ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນ ບໍ່ມີປະມານ ; ຄັນໃຫ້ອະພັຍທານ ອະເວຣະທານ ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນ ບໍ່ມີປະມານແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ.
ພິກຂຸທັງຫຼາຍ ! ນີ້ເປັນ (ອະພັຍ) ທານອັນດັບທີສອງ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ຖືກປະຖິ້ມໃນອະດີຕ ບໍ່ຖືກປະຖິ້ມຢູ່ໃນປັຈຈຸບັນ ແລະຈັກບໍ່ຖືກ
ປະຖິ້ມໃນອະນາຄົຕ ອັນສະມະນະພຣາມຜູ້ຮູ້ບໍ່ຄັດຄ້ານ.
ສະບັບ : ແກ້ກັມ
ພິກຂຸທັງຫຼາຍ ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນ ເປັນທີ່ໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖາໜາ ໜ້າຮັກໃຄ່ ໜ້າພໍໃຈ.
ພິກຂຸທັງຫຼາຍ ! ຂໍ້ອື່ນຍັງມີອີກ : ອະຣິິຍະສາວົກ
ລະກາເມສຸມິຈສາຈາຣ ເວັ້ນຂາດຈາກກາເມສຸມິຈສາຈາຣ.
ພິກຂຸທັງຫຼາຍ ! ອະຣິຍະສາວົກ ເວັ້ນຂາດຈາກກາເມ
ສຸມິຈສາຈາຣແລ້ວ ຍ່ອມຊື່ວ່າໃຫ້ອະພັຍທານ ອະເວຣະທານ
ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນ ບໍ່ມີປະມານ ; ຄັນໃຫ້ອະພັຍທານ ອະເວຣະທານ ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນ ບໍ່ມີປະມານແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ.
ພິກຂຸທັງຫຼາຍ ! ນີ້ເປັນ (ອະພັຍ) ທານອັນດັບທີສາມ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ຖືກປະຖິ້ມໃນອະດີຕ ບໍ່ຖືກປະຖິ້ມຢູ່ໃນປັຈຈຸບັນ ແລະຈັກບໍ່ຖືກປະຖິ້ມໃນອະນາຄົຕ ອັນສະມະນະພຣາມຜູ້ຮູ້ບໍ່ຄັດຄ້ານ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຂໍ້ນີ້ເປັນສາຍທາຣາແຫ່ງບຸນ ເປັນທີ່ໄຫຼອອກແຫ່ງກຸສົລ ນໍາມາຊຶ່ງສຸຂ ເປັນໄປເພື່ອຍອດສຸດອັນດີ ມີສຸຂເປັນວິບາກ ເປັນໄປເພື່ອສະຫວັນ ເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂອັນໜ້າປາຖາໜາ ໜ້າຮັກໃຄ່ ໜ້າພໍໃຈ.
ອັຕຖກ. ອັງ. ໒໓/໒໕໐/໑໒໙.
ສະບັບ : ແກ້ກັມ
໓໐
ສຸຄະຕິຂອງຜູ້ມີສີລ
ພິກຂຸທັງຫຼາຍ !
ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ
ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ
ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ
ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ
ຈັກເປັນຜູ້ຮັບຜົລຂອງກັມນັ້ນ.
ພິກຂຸທັງຫຼາຍ ! ບຸກຄົນບາງ ຄົນໃນກໍລະນີ ນີ້ ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສັດຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາເກື້ອກູນແກ່ ສັຕທັງຫຼາຍ. ເຂົາບໍ່ກະເສືອກກະສົນດ້ວຍ (ກັມທາງ) ກາຍ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ໃຈ; ກາຢະກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ ມະໂນກັມຂອງເຂົາຕົງ : ຄະຕິຂອງເຂົາຕົງ ອຸບັຕຂອງເຂົາຕົງ.
ພຸດທະວະຈະນະ - ໝວດທັມ








