ແກ້ກັມ
ໜ້າ/ 52
ພິກຂຸທັງຫຼາຍ ! ຄົນບາງຄົນຍ່ອມຜູກພັນເພາະຊັບ ພຽງເຄິ່ງກະຫາປະນະ... ພຽງ ໑ ກະຫາປະນະ... ແມ່ນແຕ່ ໑໐໐ ກະຫາ ປະນະ ສ່ວນບາງຄົນບໍ່ຜູກພັນເພາະຊັບພຽງເທົ່ານັ້ນ ຄົນແນວ ໃດ ຈຶ່ງຜູກພັນເພາະຊັບພຽງແຕ່ເຄິ່ງກະຫາປະນະ. ໆລໆ ຄົນບາງຄົນໃນໂລກນີ້ເປັນຄົນຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍຄົນເຊັ່ນນີ້ຍ່ອມຜູກພັນເພາະຊັບພຽງເຄິ່ງກະຫາປະນະ. ໆລໆ
ຄົນແນວໃດ ບໍ່ຜູກພັນເພາະຊັບພຽງທໍ່ນັ້ນ ?
ຄົນບາງຄົນໃນໂລກນີ້ເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ຄົນເຊັ່ນນີ້ ຍ່ອມບໍ່ຜູກພັນເພາະຊັບພຽງທໍ່ນັ້ນ ເຊັ່ນນັ້ນ ນັ້ນແຫຼະ.
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ບຸກຄົນບາງຄົນເຮັດແລ້ວ ບາບກັມນັ້ນຍ່ອມນໍາເຂົາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍແນວດຽວກັນນັ້ນ ບຸກຄົນບາງຄົນ
ສະບັບ : ແກ້ກັມ
ເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ...
ພິກຂຸທັງທັງຫຼາຍ ! ພານແກະຫຼືຄົນຂ້າແກະ ບາງຄົນອາດຂ້າ ມັດ ປິ້ງ ຫຼືເຮັດຕາມປະສົງ ຊຶ່ງແກະທີ່ລັກເພິ່ນມາໄດ້ ບາງຄົນບໍ່ອາດເຮັດເຊັ່ນນັ້ນ ພານແກະຫຼືຄົນຂ້າແກະເຊັ່ນໃດ ຈຶ່ງ ອາດຂ້າ ມັດ ປິ້ງ ຫຼືເຮັດຕາມປະສົງ ຊຶ່ງແກະທີ່ລັກເພິ່ນມາໄດ້ ?
ບາງຄົນເປັນຄົນຍາກຈົນ ມີສົມບັດໜ້ອຍ ມີໂພຄະໜ້ອຍພານແກະ ຫຼືຄົນຂ້າແກະເຊັ່ນນີ້ ອາດຂ້າ ໆລໆ ຊຶ່ງແກະທີ່ລັກເພິ່ນມາໄດ້.
ພານແກະຫຼືຄົນຂ້າແກະເຊັ່ນໃດ ບໍ່ອາດເຮັດເຊັ່ນນັ້ນ ?
ບາງຄົນເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ເປັນ
ພະຣາຊາຫຼືຣາຊະມະຫາອາມາຕ ພານແກະຫຼືຄົນຂ້າແກະເຊັ່ນນີ້ບໍ່ອາດເຮັດເຊັ່ນນັ້ນ ມີແຕ່ວ່າຄົນອື່ນຈະປະນົມມືຂໍກັບເຂົາວ່າທ່ານຜູ້ນິຣະທຸກຂ໌ ທ່ານຈົ່ງໂຜດໃຫ້ແກະຫຼືຊັບຄ່າຊື້ແກະແກ່ຂ້າພະເຈົ້າແດ່ ດັ່ງນີ້ ເຊັ່ນໃດ ເຊັ່ນນັ້ນເໝືອນກັນ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ບາບກັມແມ່ນປະມານໜ້ອຍ ບຸກຄົນ ບາງຄົນເຮັດແລ້ວ ບາບກັມນັ້ນນໍາເຂົາໄປນະຣົກໄດ້ ສ່ວນບາບກັມປະມານໜ້ອຍແນວດຽວກັນນັ້ນ ບາງຄົນເຮັດແລ້ວ ກັມນັ້ນເປັນທິຕຖະທັມມະເວທະນີຢະກັມ ບໍ່ປາກົດຜົລຫຼາຍຕໍ່ໄປເລີຍ...
ພິກຂຸທັງຫຼາຍ ! ໃຜກ່າວວ່າຄົນເຮັດກັມ ແນວໃດໆ ຍ່ອມສະເຫວີຍກັມນັ້ນ ແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນັ້ນໆ ການຢູ່ປະພຶຕພຣົມມະຈັນຍ່ອມມີບໍ່ໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດທຸກຂ໌ໂດຍຖືກຕ້ອງກໍບໍ່ປາກົດ
ສ່ວນໃຜກ່າວວ່າ ຄົນເຮັດກັມອັນຈະຍ່ອມໃຫ້ຜົລແນວໃດໆ ຍ່ອມສະເຫວີຍຜົລຂອງກັມນັ້ນ ແນວນັ້ນໆ ດັ່ງນີ້ ເມື່ອເປັນເຊັ່ນນີ້ ການຢູ່ປະພຶຕພຣົມມະຈັນຍ່ອມມີໄດ້ ຊ່ອງທາງທີ່ຈະເຮັດທີ່ສຸດແຫ່ງທຸກຂ໌ໂດຍຖືກຕ້ອງກໍຍ່ອມປາກົດ.
ຕິກ. ອັງ. ໒໐/໓໒໐/໕໔໐.
ສະບັບ : ແກ້ກັມ
໒໙
ອານິສົງສ໌ຂອງການຮັກສາສີລ
ພິກຂຸທັງຫຼາຍ ! ອະຣິຍະສາວົກ ໃນກໍລະນີນີ້
ລະປານາຕິບາຕ ເວັ້ນຂາດຈາກປານາຕິບາຕ.
ພິກຂຸທັງຫຼາຍ ! ອະຣິຍະສາວົກ ເວັ້ນຂາດຈາກປານາ
ຕິບາຕແລ້ວ ຍ່ອມຊື່ວ່າໃຫ້ອະພັຍທານ ອະເວຣະທານ ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນບໍ່ມີປະມານ ; ຄັນໃຫ້ອະພັຍທານ ອະເວຣະທານ ອັພພະຍາປັຊຊະທານ ແກ່ສັຕທັງຫຼາຍມາກລົ້ນບໍ່ມີປະມານແລ້ວ ຍ່ອມເປັນຜູ້ມີສ່ວນແຫ່ງຄວາມບໍ່ມີພັຍ ບໍ່ມີເວຣ ບໍ່ມີຄວາມບຽດບຽນ ອັນບໍ່ມີປະມານ.
ພິກຂຸທັງຫຼາຍ ! ນີ້ເປັນ (ອະພັຍ) ທານຊັ້ນປະຖົມ ເປັນມະຫາທານ ຮູ້ຈັກກັນວ່າເປັນຂອງເລີດ ເປັນຂອງມີມາດົນ ເປັນຂອງປະພຶຕສືບຕໍ່ກັນມາແຕ່ບູຮານ ບໍ່ຖືກປະຖິ້ມເລີຍ ບໍ່ຖືກປະຖິ້ມໃນອະດີຕ ບໍ່ຖືກປະຖິ້ມຢູ່ໃນປັຈຈຸບັນ ແລະຈັກບໍ່ຖືກປະຖິ້ມໃນອະນາຄົຕ ອັນສະມະນະພຣາມ ຜູ້ຮູ້ບໍ່ຄັດຄ້ານ.








