ແກ້ກັມ

ໜ້າ/ 52

ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້....

ຄໍາທີ່ເຮົາກ່າວແລ້ວດັ່ງນີ້ນັ້ນ

ເຮົາອາໄສຫຍັງກ່າວໜໍ ?

ພິກຂຸທັງຫຼາຍ !

ເຮົາກ່າວເຈຕະນາວ່າເປັນກັມ ເພາະວ່າບຸກຄົນ

ເຈຕະນາແລ້ວ ຍ່ອມເຮັດຊຶ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.

ສະບັບ : ແກ້ກັມ

ພິກຂຸທັງຫຼາຍ ! ນິທານະສັມພະວະ (ເຫຕເປັນແດນເກີດພ້ອມ) ແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ນິທານະສັມພະວະແຫ່ງກັມທັງຫຼາຍ ຄື ຜັສສະ.

ພິກຂຸທັງຫຼາຍ ! ເວມັຕຕະຕາ (ຄວາມມີປະມານຕ່າງໆ) ແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນນະຣົກ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນກໍາເນີດ

ເດຣັດສານ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນເປຕະ

ວິສັຍ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນມະນຸສໂລກ ມີຢູ່, ກັມທີ່ເຮັດສັຕໃຫ້ສະເຫວີຍເວທະນາໃນເທວະໂລກ ມີຢູ່. ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າ ເວມັຕຕະຕາແຫ່ງກັມທັງຫຼາຍ.

ພິກຂຸທັງຫຼາຍ ! ວິບາກ (ຜົລແຫ່ງການເຮັດ) ແຫ່ງກັມ

ທັງຫຼາຍ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ເຮົາກ່າວວິບາກແຫ່ງກັມທັງຫຼາຍ ວ່າມີຢູ່ ໓ ຢ່າງ ຄື ວິບາກໃນທິຕຖະທັມ (ຄືທັນດ່ວນ) ຫຼືວ່າ ວິບາກໃນອຸປະປັຊຊະ (ຄືໃນເວລາຕໍ່ໄປ) ຫຼືວ່າ ວິບາກໃນອະປະຣະປະຣິຢາຢະ (ຄືໃນເວລາຕໍ່ໄປອີກ). ພິກຂຸທັງຫຼາຍ ! ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫຼາຍ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ກັມມະນິໂຣດ (ຄວາມດັບບໍ່ເຫຼືອແຫ່ງກັມ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ຄວາມດັບແຫ່ງກັມທັງຫຼາຍ ຍ່ອມມີເພາະຄວາມດັບແຫ່ງຜັສສະ.

ພິກຂຸທັງຫຼາຍ ! ກັມມະນິໂຣທະຄາມິນີປະຕິປະທາ (ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງກັມ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ອະຣິຍະອັຕຖັງຄິກະມັຄຄະ (ອະຣິຍະມັຄມີອົງຄ໌ແປດ) ນີ້ນັ້ນເອງ ຄື ກັມມະນິໂຣທະຄາມິນີປະຕິປະທາ ໄດ້ແກ່ສິ່ງເຫລົ່ານີ້ຄື :-

ສັມມາທິຕຖິ (ຄວາມເຫັນຖືກຕ້ອງ)

ສັມມາສັງກັປປະ (ຄວາມດໍາຣິຖືກຕ້ອງ)

ສັມມາວາຈາ (ການເວົ້າຈາຖືກຕ້ອງ)

ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ)

ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ)

ສັມມາວາຢາມະ (ຄວາມພາກພຽນຖືກຕ້ອງ)

ສັມມາສະຕິ (ຄວາມລະນຶກຖືກຕ້ອງ)

ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ).

ສະບັບ : ແກ້ກັມ

ພິກຂຸທັງຫຼາຍ !

ເມື່ອໃດອະຣິຍະສາວົກ ຍ່ອມຮູ້ແຈ້ງຊຶ່ງ ກັມ ເຊັ່ນນີ້,

ຮູ້ແຈ້ງຊຶ່ງ ນິທານະສັມພະວະແຫ່ງກັມ ເຊັ່ນນີ້,

ຮູ້ແຈ້ງຊຶ່ງ ເວມັຕຕະຕາ ແຫ່ງກັມ ເຊັ່ນນີ້,

ຮູ້ແຈ້ງຊຶ່ງ ວິບາກແຫ່ງກັມ ເຊັ່ນນີ້,

ຮູ້ແຈ້ງຊຶ່ງ ກັມມະນິໂຣດ ເຊັ່ນນີ້,

ຮູ້ແຈ້ງຊຶ່ງ ກັມມະນິໂຣທະຄາມິນີປະຕິປະທາ ເຊັ່ນນີ້ ;

ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ້ງຊຶ່ງພຣົມມະຈັນນີ້ວ່າ ເປັນເຄື່ອງເຈາະແທງກິເລສ ເປັນທີ່ດັບບໍ່ເຫຼືອແຫ່ງກັມ.

ພິກຂຸທັງຫຼາຍ ! ຂໍ້ທີ່ເຮົາກ່າວແລ້ວວ່າ

“ກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ນິທານະສັມພະວະແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ເວມັຕຕະຕາແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ວິບາກແຫ່ງກັມ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣດ ເປັນສິ່ງທີ່ບຸກຄົນຄວນຮູ້,

ກັມມະນິໂຣທະຄາມິນີປະຕິປະທາ ເປັນສິ່ງທີ່ບຸກຄົນຄວນຮູ້”

ດັ່ງນີ້ນັ້ນ ເຮົາອາໄສຄວາມຂໍ້ນີ້ກ່າວແລ້ວ.

ສັກກ. ອັງ. ໒໒/໔໕໘, ໔໖໓-໔໖໔/໓໓໔.

ພຸດທະວະຈະນະ - ໝວດທັມ

ວ່າດ້ວຍເຫຕເກີດຂອງກັມ ໓ ຢ່າງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ