ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ມັກຂະລິໂມຄະບຸຣຸສ ເກີດຂຶ້ນໃນໂລກ ເປັນເໝືອນກັບຜູ້ວາງເຄື່ອງດັກມະນຸສໄວ້ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ສັຕທັງຫຼາຍເຊັ່ນນັ້ນ.

ຕິກ. ອັງ. ໒໐/໓໖໙/໕໗໗.

ຜົລຂອງກັມ

ແບ່ງໂດຍໄລຍະເວລາການໃຫ້ຜົລ

ພຸດທະວະຈະນະ - ໝວດທັມ

໒໑

ໄລຍະເວລາການໃຫ້ຜົລຂອງກັມ

ພິກຂຸທັງຫຼາຍ !

ວິບາກ (ຜົລແຫ່ງການເຮັດ) ແຫ່ງກັມທັງຫຼາຍ ເປັນແນວໃດໜໍ ?

ພິກຂຸທັງຫຼາຍ !

ເຮົາກ່າວວິບາກແຫ່ງກັມທັງຫຼາຍ ວ່າມີຢູ່ ໓ ຢ່າງ

ຄື :-

ວິບາກໃນທິຕຖະທັມ (ຄືທັນດ່ວນ) ຫຼືວ່າ

ວິບາກໃນອຸປະປັຊຊະ (ຄືໃນເວລາຕໍ່ໄປ) ຫຼືວ່າ

ວິບາກໃນອະປະຣະປະຣິຢາຢະ (ຄືໃນເວລາຕໍ່ໆໄປອີກ).

ພິກຂຸທັງຫຼາຍ !

ນີ້ເຮົາກ່າວວ່າ ວິບາກແຫ່ງກັມທັງຫຼາຍ.

ສັກກ. ອັງ. ໒໒/໔໖໕/໓໓໔.

ຜົລຂອງກັມ

ແບ່ງໂດຍຜົລທີ່ໄດ້ຮັບ

ພຸດທະວະຈະນະ - ໝວດທັມ

໒໒

ຜູ້ສະຫລາດໃນເລື່ອງວິບາກແຫ່ງກັມ

ບຸກຄົນເປັນພຣາມ ເພາະຊາຕ (ກໍາເນີດ) ກໍບໍ່ແມ່ນ,

ຈະບໍ່ແມ່ນພຣາມ ເພາະຊາຕກໍບໍ່ແມ່ນ :

ບຸກຄົນເປັນພຣາມເພາະກັມ;

ບໍ່ເປັນພຣາມ ກໍເພາະກັມ.

ບຸຸຄຄົນເປັນຊາວນາ ກໍເພາະກັມ;

ເປັນສິລະປິນກໍເພາະກັມ,

ບຸກຄົນເປັນພໍ່ຄ້າ ກໍເພາະກັມ;

ເປັນຄົນຮັບໃຊ້ ກໍເພາະກັມ,

ບຸກຄົນແມ່ນແຕ່ເປັນໂຈຣ ກໍເພາະກັມ;

ເປັນນັກຮົບ ກໍເພາະກັມ,

ບຸກຄົນເປັນປຸໂຣຫິດ ກໍເພາະກັມ;

ແມ່ນວ່າເປັນພະຣາຊາ ກໍເພາະກັມ,

ສະບັບ : ແກ້ກັມ

ບັນດິຕທັງຫຼາຍ

ຍ່ອມເຫັນຊຶ່ງກັມນັ້ນ ຕາມທີ່ເປັນຈິງເຊັ່ນນີ້.

ຊື່ວ່າເປັນຜູ້ເຫັນຊຶ່ງປະຕິຈຈະສະມຸບມາດ

ເປັນຜູ້ສະຫລາດໃນເລື່ອງວິບາກແຫ່ງກັມ.

ໂລກ ຍ່ອມເປັນໄປຕາມກັມ

ໝູ່ສັຕ ຍ່ອມເປັນໄປຕາມກັມ

ສັຕທັງຫຼາຍ ມີກັມເປັນເຄື່ອງຈ່ອງຮັດ

ເໝືອນຫຼິ້ມສະລັກຂັດຢຶດລົດທີ່ກໍາລັງແລ່ນໄປຢູ່...

ສຸ. ຂຸ. ໒໕/໔໕໗/໓໘໒.

ພຸດທະວະຈະນະ - ໝວດທັມ

໒໓

ເຫຕໃຫ້ໄດ້ຄວາມເປັນຜູ້ມີຮູບງາມ

ມີຊັບຫຼາຍແລະສູງສັກ

ມັນລິກາ ! ມາຕຸຄາມບາງຄົນໃນໂລກນີ້ ບໍ່ເປັນຜູ້ມັກຮ້າຍ ບໍ່ອັ່ງໄປດ້ວຍຄວາມຄັບແຄ້ນໃຈ ຖືກວ່າແມ່ນຫຼາຍກໍບໍ່ຂັດເຄືອງ ບໍ່ສູນຄຽດ ບໍ່ກະຟຶດກະຟັດ ບໍ່ເຄືອງແຄ້ນ ບໍ່ສະແດງຄວາມຮ້າຍ ຄວາມຂັດເຄືອງແລະຄວາມບໍ່ພໍໃຈໃຫ້ປາກົດ ເປັນຜູ້ໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໂຄມໄຟ ແກ່ສະມະນະຫຼືພຣາມ ແລະຖ້າມາຕຸຄາມນັ້ນ ຈຸຕິຈາກອັຕຕະພາບນັ້ນແລ້ວ ມາສູ່ຄວາມເປັນເຊັ່ນນີ້ ກັບມາເກີດໃນຊາຕໃດ ໆ ຍ່ອມເປັນຜູ້ມີຮູບງາມໜ້າເບິ່ງ ໜ້າຊົມ ປະກອບດ້ວຍຄວາມເປັນຜູ້ມີຜິວພັນງາມຍິ່ງແທ້ ທັງເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະສົມບັດຫຼາຍແລະສູງສັກ.

ຈະຕຸກກ. ອັງ. ໒໑/໒໗໘/໑໙໗.

ສະບັບ : ແກ້ກັມ

໒໔

ຜົລຂອງໃຫ້ທານແບບຕ່າງ ໆ

ພິກຂຸທັງຫຼາຍ ! ສັບປຸຣິສະທານ ໕ ປະການນີ້ ໕ ປະການເປັນແນວໃດໜໍ ຄື :-

໑. ຍ່ອມໃຫ້ທານດ້ວຍສັທທາ

໒. ຍ່ອມໃຫ້ທານໂດຍເຄົາລົບ

໓. ຍ່ອມໃຫ້ທານໂດຍກາລອັນຄວນ

໔. ເປັນຜູ້ມີຈິຕອະນຸເຄາະໃຫ້ທານ

໕. ຍ່ອມໃຫ້ທານບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນ

ພິກຂຸທັງຫາຍ ! ສັຕຕະບຸຣຸສ

(໑) ຄັນໃຫ້ທານດ້ວຍສັທທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍມີໂພຄະຊັບຫຼາຍ

ແລະເປັນຜູ້ມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສປະກອບດ້ວຍຜິວພັນງາມຍິ່ງແທ້ ໃນບ່ອນທີ່ທານນັ້ນໃຫ້ຜົລ.

(໒) ຄັນໃຫ້ທານໂດຍເຄົາລົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫຼາຍ ມີໂພຄະຊັບຫຼາຍ

ພຸດທະວະຈະນະ - ໝວດທັມ

ແລະເປັນຜູ້ມີບຸຕພັນລະຍາ ທາສ ຄົນໃຊ້ຫຼືຄົນງານ ເປັນຜູ້ເຊື່ອຟັງ ຫງ່ຽງໂສຕະລົງສະດັບຄໍາສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ