ແກ້ກັມ
ໜ້າ/ 52
ໃນບັນດາລັດທິທັງ ໓ ນັ້ນ ສະມະນະພຣາມພວກໃດມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນ ໄດ້ຮັບສຸຂຫຼືທຸກຂ໌ ຫຼື
ບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍ” ດັ່ງນີ້ ມີຢູ່,
ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດ
ພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍດ້ວຍ .
ພຸດທະວະຈະນະ - ໝວດທັມ
ເມື່ອມົວແຕ່ຖືເອົາ
ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼືຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.
ຕິກ. ອັງ. ໒໐/໒໒໔/໕໐໑.
ສະບັບ : ແກ້ກັມ
໒໐
ເຊື່ອວ່າ “ກັມ” ບໍ່ມີ ອັນຕະລາຍຢ່າງຍິ່ງ
ພິກຂຸທັງຫຼາຍ ! ໃນບັນດາຜ້າ ທີ່ຕໍ່າດ້ວຍສິ່ງທີ່ເປັນເສັ້ນໆ ກັນແລ້ວ ຜ້າເກສະກໍາພົນ (ຜ້າຕໍ່າດ້ວຍຜົມຄົນ) ນັບວ່າເປັນຜ້າຂີ້ຮ້າຍທີ່ສຸດ. ຜ້າເກສະກໍາພົນນີ້ ເມື່ອອາກາດໜາວ ມັນກໍເຢັນໂພດ, ເມື່ອອາກາດຮ້ອນ ມັນກໍຮ້ອນເຮັ່ງ. ສີກໍບໍ່ງາມ ກິ່ນກໍເໝັນ ແພກໍກະດ້າງ; ຂໍ້ນີ້ເປັນເຊັ່ນໃດ ,
ພິກຂຸທັງຫຼາຍ ! ໃນບັນດາລັດທິຕ່າງໆ ຂອງເຫຼົ່າປຸຖຸສະມະນະ (ສະມະນະອື່ນທົ່ວໄປ) ແລ້ວ ລັດທິມັກຂະລິວາດ ນັບວ່າເປັນຊົ່ວທີ່ສຸດ ເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ມັກຂະລິໂມຄະບຸຣຸສນັ້ນ ມີຖ້ອຍຄໍາແລະຫຼັກຄວາມເຫັນວ່າ “ກັມບໍ່ມີ, ກິຣິຍາບໍ່ມີ, ຄວາມພຽນບໍ່ມີ” (ຄືໃນໂລກນີ້ ຢ່າວ່າແຕ່ຈະມີຜົລກັມເລີຍ ແມ່ນແຕ່ຕົວກັມເອງກໍບໍ່ມີ, ເຮັດຫຍັງທໍ່ກັບບໍ່ເຮັດ ໃນສ່ວນຂອງກິຣິຍາແລະຄວາມພຽນ ກໍມີນັຍເຊັ່ນດຽວກັນ).
ພິກຂຸທັງຫຼາຍ ! ແມ່ນວ່າພຣະອະຣະຫັນຕະສັມມາສັມພຸທທະເຈົ້າທັັງຫຼາຍ ທີ່ເຄີຍມີແລ້ວໃນອະດີຕກາລນານໄກ ທ່ານເຫຼົ່ານັ້ນກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ.
ພຸດທະວະຈະນະ - ໝວດທັມ
ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸທທະເຈົ້າເຫຼົ່ານັ້ນວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ແມ່ນວ່າພຣະອະຣະຫັນຕະສັມມາສັມພຸທທະເຈົ້າທັັງຫຼາຍ ທີ່ຈັກມີມາໃນອະນາຄົຕກາລນານໄກ ທ່ານເຫຼົ່ານັ້ນກໍລ້ວນແຕ່ເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານພຣະອະຣະຫັນຕະສັມມາສັມພຸທທະເຈົ້າເຫຼົ່ານັ້ນວ່າ ບໍ່ມີກັມ ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ໃນກາລະດຽວນີ້ ແມ່ນເຮົາເອງຜູ້ເປັນ
ອະຣະຫັນຕະສັມມາສັມພຸທທະກໍເປັນຜູ້ກ່າວວ່າ ມີກັມ ມີກິຣິຍາ ມີວິຣິຍະ. ມັກຂະລິໂມຄະບຸຣຸສ ຍ່ອມຄັດຄ້ານເຮົາວ່າ ບໍ່ມີກັມ
ບໍ່ມີກິຣິຍາ ບໍ່ມີວິຣິຍະ ດັ່ງນີ້.
ພິກຂຸທັງຫຼາຍ ! ຄົນເຂົາຫ້າງເຄື່ອງດັກປາໄວ້ທີ່ປາກແມ່ນ້ຳ ບໍ່ແມ່ນເພື່ອຄວາມເກື້ອກູນ, ແຕ່ເພື່ອຄວາມທຸກຂ໌ ຄວາມວອດວາຍ ຄວາມຈິບຫາຍ ແກ່ພວກປາທັງຫຼາຍເຊັ່ນໃດ








