ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສໍາລັບພິກຂຸເສຂະ ຜູ່ມີຄວາມປາຖນາແຫ່ງໃຈ ອັນຍັງບໍ່ບັນລຸ ຍັງປາຖນາອະນຸຕຕະຣະໂຢຄັກເຂມະທັມຢູ່ນັ້ນ ເຮົາບໍ່ມອງເຫັນອົງທັມອື່ນແມ່ນແຕ່ເຍື່ອງໜຶ່ງ ຊຶ່ງເມື່ອ ເຮັດໃຫ້ເປັນອົງທັມໃນພາຍນອກ ແລ້ວ ຈະມີອຸປະກາຣະຫຼາຍ ເໝືອນດັ່ງ ກັນລະຢານະມິຕຕະຕາ ນີ້.
ພິກຂຸ ທ. ! ພິກຂຸຜູ່ມີກັລລະຢານະມິຕ ຍ່ອມລະອະກຸສົລ ແລະເຮັດກຸສົລໃຫ້ຈະເຣີນ.
ພິກຂຸໃດມີກັລລະຢານະມິຕເປັນບ່ອນເພິ່ງ ເປັນບ່ອນເຄົາລົບ ເຮັດຕາມຄໍາຂອງມິຕຢູ່ ຢ່າງຮູ້ສຶກໂຕ ຢ່າງມີສະຕິ, ພິກຂຸນັ້ນ ສາມາດບັນລຸຄວາມດັບສິ້ນໄປແຫ່ງສັນໂຍຊນ໌ທັງປວງ ໂດຍລໍາດັບ.
- ອິຕິວຸ. ຂຸ. ໒໕/໒໓໖, ໒໓໗/໑໙໔, ໑໙໕.
໑໕໓໐ ອະຣິຍະສັຈຈ໌ຈາກພະໂອຖະ
ອັຕຖັງຄິກະມັຄຄະ
ໃນຖານະເພັດພອຍເມັດໜຶ່ງແຫ່ງພຣະສາສນາ
ປະຫາຣາທະ ! ມະຫາສະມຸດ ມີຣັດຕະນະຢ່າງຫຼວງຫຼາຍ ມີຣັດຕະນະເປັນອະເນກ ໃນມະຫາສະມຸດນັ້ນ ມີຣັດຕະນະເຫຼົ່ານີ້ຄື ແກ້ວມຸກດາ ແກ້ວມະນີ ແກ້ວໄພທູນ ສັງຂ໌ ແກ້ວສິລາ ແກ້ວປະພາລະ ເງິນ ຄໍາ ໂກເມນ (ໂລຫິຕັງກະ) ແກ້ວລາຍ (ມະສາຣະຄັລລະ) ເຊັ່ນໃດ : ປະຫາຣາທະ ! ທັມວິນັຍນີ້ ກໍເຊັ່ນນັ້ນ ມີຣັດຕະນະຢ່າງຫຼວງຫຼາຍ ມີຣັດຕະນະເປັນອະເນກ ; ໃນທັມວິນັຍນັ້ນມີຣັດຕະນະເຫຼົ່ານີ້ຄື ສະຕິປັຕຖານສີ່ ສັມມັປປະທານສີ່ ອິດທິບາດສີ່ ອິນຊີຫ້າ ພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັຄຄະມີອົງຄ໌ແປດ.
ປະຫາຣາທະ ! ຂໍ້ທີ່ທັມວິນັຍນີ້ ມີຣັດຕະນະຢ່າງຫຼວງຫຼາຍ ມີຣັດຕະນະເປັນອະເນກ ທັມວິນັຍນີ້ ຈຶ່ງເປັນສິ່ງໜ້າອັດສະຈັນ ບໍ່ເປັນສິ່ງທັມມະດາ ເມື່ອພິກຂຸທັງຫຼາຍເຫັນແລ້ວຍ່ອມຍິນດີຢ່າງຍິ່ງໃນທັມວິນັຍນີ້.
- ອັຕຖກ. ອັງ. ໒໓/໒໐໖/໑໐໙.
ພຣະຄຸນຂອງຜູ່ທີ່ເຮັດໃຫ້ຮູ້ແຈ້ງອະຣິຍະສັຈຈ໌ສີ່
ອານົນທ໌ ! ບຸຄຄົນອາໄສບຸຄຄົນໃດແລ້ວ ໝົດຄວາມສົງໄສໃນທຸກຂ໌ ໝົດຄວາມສົງໄສໃນທຸກຂະສະມຸທັຍ ໝົດຄວາມສົງໄສໃນທຸກຂະນິໂຣດ ໝົດຄວາມສົງໄສ ໃນທຸກຂະນິໂຣທະຄາມິນີປະຕິປະທາ ; ການທີ່ຈະເຮັດປະຕິກາຣະຄຸນແກ່ບຸຄຄົນນັ້ນ ດ້ວຍການອະພິວາດ ດ້ວຍການລຸກຮັບ ດ້ວຍການເຮັດອັນຊະລີ ດ້ວຍການເຮັດສາມີຈິກັມ ດ້ວຍການໃຫ້ຈີວອຣ ບິນດະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣນັ້ນ ເຮົາບໍ່ກ່າວວ່າເປັນການເຮັດປະຕິກາຣະຄຸນທີ່ສົມກັນ (ສຸປະຕິກາຣະ).
ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໓໑
(ເພາະວ່າການເຮັດໃຫ້ຮູ້ແຈ້ງ ອະຣິຍະສັຈຈ໌ສີ່ນັ້ນ ເປັນການໃຫ້ທາງຝ່າຍຈິຕຝ່າຍວິນຍານ. ສ່ວນການຕອບແທນດ້ວຍກິລິຍາອາການ ແລະວັຕຖຸສິ່ງຂອງນີ້ ເປັນການໃຫ້ຝ່າຍວັຕຖຸ ຈຶ່ງບໍ່ເປັນການຕອບແທນທີ່ສົມຄວນແກ່ກັນ. ມີທາງທີ່ຈະຕອບແທນໃຫ້ສົມຄວນແກ່ກັນກໍຄື ການຊ່ວຍໃຫ້ຜູ່ອື່ນຮູ້ອະຣິຍະສັຈຈ໌ ເຊັ່ນນັ້ນຕໍ່ໆກັນໄປອີກ).
- ອຸປຣິ. ມ. ໑໔/໔໕໘/໗໐໙.
ປະມວນບັນຫາອັນຈະຕ້ອງຕອບ ກ່ຽວກັບທັມທັງປວງ
(ກ່ຽວກັບໃຈຄວາມຂອງອະຣິຍະສັຈຈ໌ໂດຍທົ່ວໄປ)
ພິກຂຸ ທ. ! ຖ້າປະຣິບພາຊົກເດຍຣະຖີເຫຼົ່າອື່ນ ຍ່ອມຖາມແນວນີ້ວ່າ “ອາວຸໂສ ! ທັມທັງປວງ ມີຫຍັງເປັນມູນຮາກ ? ທັມທັງປວງ ມີຫຍັງເປັນແດນເກີດ ? ທັມທັງປວງ ມີຫຍັງເປັນສະມຸທັຍ ? ທັມທັງປວງ ມີຫຍັງເປັນບ່ອນປະຊຸມລົງ (ສະໂມສະຣະນະ) ? ທັມທັງປວງ ມີຫຍັງເປັນປະມຸກຂ໌ ? ທັມທັງປວງ ມີຫຍັງເປັນອະທິບໍດີ (ອະທິປະເຕີຍຢະ) ? ທັມທັງປວງ ມີຫຍັງເປັນອັນດັບສູງສຸດ (ອຸຕຕະຣະ) ? ມີຫຍັງເປັນແກ່ນ (ສາຣ) ? ມີຫຍັງເປັນບ່ອນຢັ່ງລົງ (ໂອຄະດະ) ? ມີຫຍັງເປັນບ່ອນສຸດຈົບ (ປະຣິໂຢສານະ) ?” ດັ່ງນີ້ແລ້ວ ;
ພິກຂຸ ທ. ! ພວກເຈົ້າຖືກຖາມເຊັ່ນນີ້ແລ້ວ ຈົ່ງພະຍາກອນແກ່ປະຣິບພາຊົກເດຍຣະຖີເຫຼົ່ານັ້ນ ດັ່ງນີ້ວ່າ “ອາວຸໂສ ທ. !
ທັມທັງປວງມີ ສັນທະ (ຄວາມພໍໃຈ ຫຼືສົນໃຈ) ເປັນ ມູນຮາກ.
ທັມທັງປວງມີ ມະນະສິກາຣະ (ການເອົາມາເຮັດໄວ້ໃນໃຈ) ເປັນ ແດນເກີດ.
ທັມທັງປວງມີ ປັສສະ (ການກະທົບແຫ່ງອາຍະຕະນະ) ເປັນ ສະມຸທັຍ (ເຄື່ອງກໍ່ໃຫ້ຕັ້ງຂຶ້ນ).
ທັມທັງປວງມີ ເວທະນາ ເປັນ ບ່ອນຕ້ອມລົງ (ແຫ່ງຜົລ).
ທັມທັງປວງມີ ສະມາທິ ເປັນ ປະມຸກຂ໌ (ຫົວໜ້າ).
໑໕໓໒ ອະຣິຍະສັຈຈ໌ຈາກພະໂອຖະ
ທັມທັງປວງມີ ສະຕິ ເປັນ ອະທິບໍດີ (ຕາມສາຍງານ).








