ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ພິກຂຸເປັນຜູ່ ບູຊາຢ່າງຍິ່ງໃນພິກຂຸທັງຫຼາຍຜູ່ເຖຣະ ໆລໆ ດ້ວຍການບູຊາເປັນພິເສດ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຂົ້າໄປຕັ້ງໄວ້ ຊຶ່ງການປະພຶຕທາງກາຍ ການປະພຶຕທາງວາຈາ ແລະ ການປະພຶຕທາງໃຈ ອັນປະກອບດ້ວຍເມຕຕາ ໃນພິກຂຸທັງຫຼາຍຜູ່ເຖຣະ ມີພັນສາຍຸກາລ ບວດດົນ ເປັນບິດາສົງຄ໌ ເປັນຜູ່ນໍາສົງຄ໌ ທັງໃນບ່ອນແຈ້ງ ແລະໃນບ່ອນລັບ. ພິກຂຸ ທ. ! ພິກຂຸເປັນຜູ່ບູຊາຢ່າງຍິ່ງ ໃນພິກຂຸທັງຫຼາຍຜູ່ເຖຣະ ໆລໆ ດ້ວຍການບູຊາເປັນພິເສດ ເປັນເຊັ່ນນີ້ແລ.

ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍອົງຄຸນ ໑໑ ປະການເຫຼົ່ານີ້ແລ້ວ ຍ່ອມເໝາະສົມທີ່ຈະເຖິງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍ (ພຣົມມະຈັນຣຍ໌) ນີ້ໄດ້ແທ້.

- ມູ. ມ. ໑໒/໔໑໓-໔໑໔/໓໘໖-໓໘໗.

ອັຕຖັງຄິກະມັຄຄະປະຕິບັຕ ຕ້ອງອາໄສທີ່ຕັ້ງຄືສີລ

ພິກຂຸ ທ. ! ການງານໃດໆ ທີ່ຕ້ອງເຮັດດ້ວຍກໍາລັງ, ການງານເຫຼົ່ານັ້ນທັງໝົດ ຕ້ອງເຮັດດ້ວຍກໍາລັງ ເຮັດໄດ້ເມື່ອອາໄສຊຶ່ງແຜ່ນດິນ ຢືນຢູ່ເທິງແຜ່ນດິນ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸອາໄສສີລ ຕັ້ງຢູ່ໃນສີລ ຍ່ອມຈະເຣີນ ເຮັດໃຫ້ຫຼາຍໄດ້ ຊຶ່ງ

ອະຣິຍະອັຕຖັງຄິກະມັຄຄະ, ເຊັ່ນນັ້ນເໝືອນກັນ.

ພິກຂຸ ທ. ! ແນວໃດໜໍ ຈຶ່ງເອີ້ນວ່າ ພິກຂຸອາໄສສີລ ຕັ້ງຢູ່ໃນສີລ ຍ່ອມຈະເຣີນເຮັດໃຫ້ຫຼາຍໄດ້ ຊຶ່ງອະຣິຍະອັຕຖັງຄິກະມັຄຄະ ?

໑໔໕໘ ອະຣິຍະສັຈຈ໌ຈາກພະໂອຖະ

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຈະເຣີນສັມມາທິຕຖິ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດຄືນ (ຊຶ່ງອຸປາທານຂັນທ໌) ; ຈະເຣີນສັມມາສັງກັປປະ ... ຈະເຣີນສັມມາວາຈາ ... ຈະເຣີນສັມມາກັມມັນຕະ ... ຈະເຣີນສັມມາອາຊີວະ ... ຈະເຣີນສັມມາວາຢາມະ ... ຈະເຣີນສັມມາສະຕິ ... ຈະເຣີນສັມມາສະມາທິ ... ອັນ ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອການສະລັດຄືນ (ຊຶ່ງອຸປາທານຂັນທ໌).

ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ພິກຂຸອາໄສສີລ ຕັ້ງຢູ່ໃນສີລ ຍ່ອມຈະເຣີນເຮັດໃຫ້ຫຼາຍໄດ້ ຊຶ່ງອະຣິຍະອັຕຖັງຄິກະມັຄຄະ.

- ມຫາວາຣ. ສັງ. ໑໙/໖໘/໒໖໔-໒໖໕.

[ສີລອັນເປັນທີ່ຕັ້ງພື້ນຖານໃນບ່ອນນີ້ ບໍ່ໄດ້ໝາຍເຖິງສີລທີ່ມີລວມຢູ່ໃນອັຕຖັງຄິກະມັຄຄະ, ຫາກແຕ່ເປັນສີລພື້ນຖານ ເຊັ່ນ ສີລຫ້າ ອຸໂປສົດສີລ ອັນຍັງບໍ່ໄດ້ປາຣົບວິເວກ - ວິຣາຄະ - ນິໂຣດ - ໂວສສັຄຄະ.

ລັກສະນະແຫ່ງການຈະເຣີນອະຣິຍະມັຄຄະນັ້ນ ກ່າວໄວ້ຫຼາຍວິທີ : ໃນບ່ອນອື່ນກ່າວວ່າ

ຈະເຣີນອົງຄ໌ແຫ່ງມັຄຄ໌ ແຕ່ລະອົງຄ໌ໆ ຢ່າງທີ່ ມີການນໍາອອກຊຶ່ງຣາຄະເປັນບ່ອນສຸດຮອບ (ຣາຄວິນະຢະປະຣິໂຢສານະ), ມີການນໍາອອກຊຶ່ງໂທສະເປັນບ່ອນສຸດຮອບ (ໂທສະວິນະຢະປະຣິໂຢສານະ), ມີການນໍາອອກຊຶ່ງໂມຫະເປັນບ່ອນສຸດຮອບ (ໂມຫະວິນະຢະປະຣິໂຢສານະ) (໑໙/໖໘-໖໙/໒໖໖-໒໖໗) ; ໃນບ່ອນອື່ນວ່າ ຈະເຣີນອົງຄ໌ແຫ່ງອະຣິຍະມັຄຄະ ຢ່າງທີ່ ມີອະມະຕະເປັນບ່ອນຢັ່ງລົງ (ອະມະໂຕຄະດະ) ມີອະມະຕະເປັນບ່ອນໄປໃນເບື້ອງໜ້າ (ອະມະຕະປະຣາຢະນະ) ມີອະມະຕະເປັນບ່ອນສຸດຮອບ (ອະມະຕະປະຣິໂຢສານະ) (໑໙/໖໙/໒໖໘-໒໖໙) ; ໃນບ່ອນອື່ນສະແດງລັກສະນະແຫ່ງອະຣິຍະມັຄຄະວ່າ ນ້ອມໄປສູ່ນິບພານ (ນິບພານະນິນນະ) ນ້ອມໄປສູ່ນິບພານ (ນິບພານະໂປນະ) ຄ້ອຍຊັນໄປສູ່ນິບພານ (ນິບພານະປັບພາຣະ) (໑໙/໖໙-໗໐/໒໗໐-໒໗໑) ; ຕ່າງກັນຢູ່ເປັນສີ່ຮູບແບບດັ່ງນີ້ ລ້ວນແຕ່ເປັນທີ່ໜ້າສົນໃຈ ນໍາໄປພິຈາຣະນາ.

ກິລິຍາທີ່ຜູ່ປະຕິບັຕ ຕ້ອງອາໄສສີລເປັນທີ່ຕັ້ງ ມີອຸປະມາຄືດັ່ງການເຮັດວຽກ ຕ້ອງອາໄສຢຽບແຜ່ນດິນເປັນທີ່ຕັ້ງນັ້ນ ຍັງອຸປະມາຕ່າງອອກໄປ ຄືການທີ່ພຶກສາຊາຕທັງຫຼາຍ ຕ້ອງອາໄສແຜ່ນດິນເປັນບ່ອນງອກງາມ ກໍມີ (໑໙/໗໐/໒໗໒-໒໗໓) ແລະ ຄືພວກນາຄາອາໄສຮ່ອມພູຫິມະພານເປັນບ່ອນເກີດ ເປັນບ່ອນຈະເຣີນ ກໍມີ (໑໙/໗໑/໒໗໔-໒໗໕) ; ລ້ວນແຕ່ມີຄວາມໝາຍເຊັ່ນດຽວກັນວ່າ ຕ້ອງມີທີ່ຕັ້ງ ທີ່ອາໄສ].

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໕໙

ຫຼັກເກນການເລືອກສະຖານທີ່ ແລະບຸຄຄົນທີ່ຄວນເສບ ບໍ່ຄວນເສບ(ອັນເປັນອຸປະກອນແຫ່ງມັຄຄະ)

ການເລືອກທີ່ຢູ່ໃນປ່າ (ວະນະປັຕຖ໌)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ