ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ພິກຂຸເປັນຜູ່ ປິດບາດແຜ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາ, ຟັງສຽງດ້ວຍຫູ, ດົມກິ່ນດ້ວຍດັງ, ຊີມຣົສດ້ວຍລິ້ນ, ສັມຜັສໂຜຕຖັບພະດ້ວຍກາຍ, ຮູ້ທັມມາຣົມດ້ວຍໃຈ, ແລ້ວບໍ່ມີຈິຕຢືດຖືເອົາທັງໂດຍລັກສະນະ ທີ່ເປັນການຮວບຖືທັງໝົດ ແລະການຖືເອົາໂດຍການແຍກເປັນສ່ວນໆ, ສິ່ງທີ່ເປັນ

ອະກຸສົລລາມົກຄື ອະພິຊຊາ ແລະໂທມະນັສສະ ຈະຍ່ອມໄຫຼໄປຕາມຜູ່ທີ່ບໍ່ສັງລວມຕາ ຫູ ດັງ ລິ້ນ ກາຍ ໃຈ ເພາະການບໍ່ສັງລວມອິນຊີໃດເປັນເຫຕ, ເຂົາປະຕິບັຕເພື່ອປິດກັ້ນອິນຊີນັ້ນໄວ້, ເຂົາຮັກສາ ແລະເຖິງການສັງລວມ ຕາ ຫູ ດັງ ລິ້ນ ກາຍ ໃຈ. ພິກຂຸ ທ. ! ພິກຂຸເປັນຜູ່ປິດບາດແຜ ເປັນເຊັ່ນນີ້ແລ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໕໕

ພວກສຸມຄວັນ

ພິກຂຸ ທ. ! ພິກຂຸເປັນຜູ່ ສຸມຄວັນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ່ສະແດງທັມ ຕາມທີ່ໄດ້ຟັງ ໄດ້ຮໍ່າຮຽນມາແລ້ວແກ່ຜູ່ອື່ນໂດຍພິສະດານ. ພິກຂຸ ທ. ! ພິກຂຸເປັນຜູ່ສຸມຄວັນ ເປັນເຊັ່ນນີ້ແລ.

ພວກຮູ້ຈັກທ່ານໍ້າທີ່ຄວນໄປ

ພິກຂຸ ທ. ! ພິກຂຸເປັນຜູ່ ຮູ້ຈັກທ່ານໍ້າທີ່ຄວນໄປ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເມື່ອເຂົ້າໄປຫາພິກຂຸຜູ່ເປັນພະຫຸສຸຕ ຄ່ອງແຄ່ວໃນຫຼັກພຣະພຸດທະວະຈະນະ ຊົງທັມ ຊົງວິນັຍ ຊົງມາຕິກາ (ແມ່ບົດ), ກໍສໍ້ຖາມ ໄລ່ລຽງ ໂດຍຮູບແບບນີ້ວ່າ “ທ່ານຜູ່ຈະເຣີນທັງຫຼາຍ ! ພຣະພຸດທະວະຈະນະນີ້ ເປັນແນວໃດ ? ຄວາມໝາຍແຫ່ງຣະພຸດທະວະຈນະນີ້ ມີແນວໃດ ?” ດັ່ງນີ້ເປັນຕົ້ນ ຕາມເວລາອັນສົມຄວນ ; ທ່ານພະຫຸສູຕເຫຼົ່ານັ້ນ ຈຶ່ງເຮັດຂໍ້ຄວາມທີ່ຍັງລີ້ລັບໃຫ້ເປີດເຜີຍ ເຮັດຂໍ້ຄວາມອັນເລິກເຊິ່ງໃຫ້ຕື້ນ ແລະບັນເທົາ ຖ່າຍຖອນ ຄວາມສົງໄສໃນທັມທັງຫຼາຍອັນເປັນທີ່ຕັ້ງແຫ່ງຄວາມສົງໄສ ນານາປະການໃຫ້ແກ່ພິກຂຸນັ້ນໄດ້. ພິກຂຸ ທ. ! ພິກຂຸເປັນຜູ່ຮູ້ຈັກທ່າທີ່ຄວນໄປ ເປັນເຊັ່ນນີ້ແລ.

ພວກທີ່ຮູ້ຈັກນໍ້າທີ່ຄວນດື່ມ

ພິກຂຸ ທ. ! ພິກຂຸເປັນຜູ່ ຮູ້ຈັກນໍ້າທີ່ຄວນດື່ມ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເມື່ອທັມວິນັຍ ທີ່ຕະຖາຄົຕປະກາດໄວ້ແລ້ວ ອັນຜູ່ໃດຜູ່ໜຶ່ງສະແດງຢູ່ ເຂົາໄດ້ຄວາມຮູ້ອັຕຖະ ໄດ້ຄວາມຮູ້ທັມມະ ແລະ ໄດ້ຄວາມປາໂມດອັນອາໄສທັມ. ພິກຂຸ ທ. ! ພິກຂຸເປັນຜູ່ຮູ້ຈັກນໍ້າທີ່ຄວນດື່ມ ເປັນເຊັ່ນນີ້ແລ.

໑໔໕໖ ອະຣິຍະສັຈຈ໌ຈາກພະໂອຖະ

ພວກຮູ້ຈັກທາງທີ່ຄວນໄຕ່

ພິກຂຸ ທ. ! ພິກຂຸເປັນຜູ່ ຮູ້ຈັກທາງທີ່ຄວນໄຕ່ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ຍ່ອມຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງອະຣິຍະມັຄຄະມີອົງຄ໌ ໘. ພິກຂຸ ທ. ! ພິກຂຸເປັນຜູ່ຮູ້ຈັກທາງທີ່ຄວນໄຕ່ ເປັນເຊັ່ນນີ້ແລ.

ພວກສະຫຼາດໃນບ່ອນທີ່ຄວນໄປ

ພິກຂຸ ທ. ! ພິກຂຸເປັນຜູ່ ສະຫຼາດໃນບ່ອນທີ່ຄວນໄປ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງສະຕິປັຕຖານ ໔. ພິກຂຸ ທ. ! ພິກຂຸເປັນຜູ່ສະຫຼາດໃນບ່ອນທີ່ຄວນໄປ ເປັນເຊັ່ນນີ້ແລ.

ພວກຮີດ “ນົມງົວ” ໃຫ້ມີສ່ວນເຫຼືອ

ພິກຂຸ ທ. ! ພິກຂຸເປັນຜູ່ ຮູ້ຈັກຮີດ “ນົມງົວ” ໃຫ້ມີສ່ວນເຫຼືອໄວ້ແດ່ ເປັນແນວໃດໜໍ ? ພິກຂຸ ທ. ! ພວກຄະລຶຫັດຜູ່ມີສັດທາ ຍ່ອມປະວໍຣະນາບໍ່ມີຂີດຂັ້ນ ແກ່ພິກຂຸໃນກໍລະນີນີ້ ດ້ວຍຈີວອຣ ບິນດະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິກຂາຣ. ໃນການທີ່ເຂົາປະວໍຣະນາເຊັ່ນນັ້ນ, ພິກຂຸ ເປັນຜູ່ຮູ້ຈັກປະມານ ໃນການຮັບປັຈຈັຍ ໔ ມີ : ຈີວອຣເປັນຕົ້ນເຫຼົ່ານັ້ນ. ພິກຂຸ ທ. ! ພິກຂຸເປັນຜູ່ຮູ້ຈັກຮີດ “ນົມງົວ” ໃຫ້ມີສ່ວນເຫຼືອໄວ້ແດ່ ເປັນເຊັ່ນນີ້ແລ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໕໗

ພວກບູຊາຜູ່ເຖົ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ