ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນເໝືອນກັນ : ໃນບັນດາທາງແຫ່ງຖ້ອຍຄໍາ ສໍາລັບການກ່າວຫາຫ້າປະການນັ້ນ ເມື່ອເຂົາກ່າວຫາເຈົ້າ ດ້ວຍທາງແຫ່ງຖ້ອຍຄໍາປະການໃດປະການໜຶ່ງຢູ່ ເຈົ້າຈົ່ງເຮັດການສໍານຶກໃນກໍລະນີນັ້ນແນວນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປ່ວນ, ເຮົາຈັັກບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈະມີຈິຕສະຫະຣະຄະຕະດ້ວຍເມຕຕາແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະ ຈະມີຈິຕສະຫະຣະຄະຕະດ້ວຍເມຕຕາອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. (ຄືມີຈິຕດຸດດັ່ງແຜ່ນໜັງແມວປ່າຂົນຟູ ທີ່ນວດສາງດີແລ້ວເຫັນປານນັ້ນ ອັນໃຜໆຈັກເຮັດໃຫ້ມັນສົ່ງສຽງຫື່ມໆບໍ່ໄດ້ ເຊັ່ນໃດກໍເຊັ່ນນັ້ນ). ພິກຂຸ ທ. ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.

໑. ຄໍານີ້ຍັງເປັນທີ່ສົງໄສຢູ່ວ່າ ຈະເປັນແຜ່ນໜັງນວດສາງໃຊ້ຕຸ້ມຫົ່ມຫຼິ້ນ ຫຼື ແຜ່ນໜັງທີ່ໃຊ້ເຮັດເປັນຖົງ ສໍາລັບ

ໃສ່ເສື້ອຜ້າ ຍັງເປັນທີ່ສົງໄສຢູ່, ຂໍໃຫ້ຖືເອົາແຕ່ໃຈຄວາມວ່າ ມັນເປັນສິ່ງທີ່ສົ່ງສຽງບໍ່ໄດ້ກໍແລ້ວກັນ.

໑໓໓໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(໕. ອຸປະມາທີຫ້າ)

ພິກຂຸ ທ. ! ຖ້າ ໂຈຣຜູ່ຄອຍຫາຊ່ອງ ຈະເລື່ອຍອະໄວຍະວະນ້ອຍໃຫຍ່ ຂອງຜູ່ໃດ ດ້ວຍເລື່ອຍມີດ້າມສອງເບື້ອງ ; ຜູ່ໃດມີໃຈຄິດຮ້າຍໃນໂຈຣນັ້ນ ຜູ່ນັ້ນຊື່ວ່າບໍ່ເຮັດຕາມ ຄໍາສອນຂອງເຮົາ ເພາະເຫຕທີ່ມີໃຈຄິດຮ້າຍຕໍ່ໂຈຣນັ້ນ ພິກຂຸ ທ. ! ໃນກໍລະນີນັ້ນ ເຈົ້າຈົ່ງເຮັດການສໍານຶກໃນກໍລະນີນັ້ນ ແນວນີ້ວ່າ “ຈິຕຂອງເຮົາຈັກບໍ່ປັ່ນປ່ວນ, ເຮົາຈັກ

ບໍ່ກ່າວວາຈາອັນເປັນບາບ, ເຮົາຈັກເປັນຜູ່ມີຈິຕເອັນດູເກື້ອກູນ ມີຈິຕປະກອບດ້ວຍເມຕຕາ ບໍ່ມີໂທສະໃນພາຍໃນ ຢູ່, ຈະມີຈິຕສະຫະຣະຄະຕະດ້ວຍເມຕຕາ ແຜ່ໄປຍັງບຸຄຄົນນັ້ນ ຢູ່ ແລະຈັກມີຈິຕສະຫະຣະຄະຕະດ້ວຍເມຕຕາ ອັນເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປສູ່ໂລກເຖິງທີ່ສຸດທຸກທິສທາງ ມີບຸຄຄົນນັ້ນເປັນອາຣົມ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ເຈົ້າຈົ່ງເຮັດການສໍານຶກເຊັ່ນນີ້ແລ.

ພິກຂຸ ທ. ! ເຈົ້າຈົ່ງເຮັດໃນໃຈ ເຖິງໂອວາດອັນປຽບດ້ວຍເລື່ອຍນີ້ ຢູ່ເນື່ອງໆເຖີ້ນ. ພິກຂຸ ທ. ! ເມື່ອເຈົ້າເຮັດໃນໃຈເຖິງໂອວາດນັ້ນຢູ່ ເຈົ້າຈະໄດ້ເຫັນຫົນທາງການກ່າວຫາ ນ້ອຍຫຼືໃຫຍ່ ທີ່ເຈົ້າອົດກັ້ນບໍ່ໄດ້ຢູ່ອີກບໍ່ ? “ຂໍ້ນັ້ນເປັນໄປບໍ່ໄດ້ ຂ້ານ້ອຍ !” ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ພວກເຈົ້າທັງຫຼາຍຈົ່ງເຮັດໃນໃຈເຖິງໂອວາດ ອັນປຽບດ້ວຍເລື່ອຍນີ້ ຢູ່ເປັນປະຈໍາເຖີ້ນ : ນັ້ນຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນ ແລະຄວາມສຸຂແກ່ເຈົ້າທັງຫຼາຍ ຕະຫຼອດກາລະນານ.

- ມູ. ມ. ໑໒/໒໕໕-໒໖໐/໒໖໗-໒໗໓.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໓໑

ສັນຍາໃນສິ່ງບໍ່ເປັນທີ່ຕັ້ງແຫ່ງຄວາມຢຶດຖືກໍມີຢູ່

(ໂລກຸຕຕະຣະສະມາທິ)

“ມີຢູ່ຫຼືໜໍ ຂ້ານ້ອຍ ! ການທີ່ພິກຂຸໄດ້ສະເພາະຊຶ່ງສະມາທິ ຊະນິດທີ່ບໍ່ມີປະຖະວີສັນຍາໃນດິນ ບໍ່ມີອາໂປສັນຍາໃນນໍ້າ ບໍ່ມີເຕໂຊສັນຍາໃນໄຟ ບໍ່ມີວາໂຢສັນຍາໃນລົມ ບໍ່ມີອາກາສານັນຈາຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງອາກາສ ບໍ່ມີວິນຍານັນຈາຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງວິນຍານ ບໍ່ມີອາກິນຈັນຍາຢະຕະນະສັນຍາ ໃນຄວາມບໍ່ມີທີ່ສຸດແຫ່ງຄວາມບໍ່ມີອັນໃດ ບໍ່ມີເນວະສັນຍານາສັນຍາຢະຕະນະສັນຍາ ໃນຄວາມມີສັນຍາກໍບໍ່ແມ່ນ ບໍ່ມີສັນຍາກໍບໍ່ແມ່ນ ບໍ່ມີອິດະໂລກະສັນຍາໃນໂລກນີ້ ບໍ່ມີປະຣະໂລກະສັນຍາໃນໂລກອື່ນ ບໍ່ມີສັນຍາແມ່ນແຕ່ໃນສິ່ງທີ່ເຫັນແລ້ວ ສິ່ງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວ ສິ່ງທີ່ຮູ້ແຈ້ງແລ້ວ ສິ່ງທີ່ບັນລຸແລ້ວ ສິ່ງທີ່ສະແຫວງຫາແລ້ວ ສິ່ງທີ່ໃຈຕິດຕາມແລ້ວ ນັ້ນໆເລີຍ ; ແຕ່ກໍຍັງເປັນຜູ່ມີສັນຍາຢູ່ ?”.

ອານົນທ໌ ! ການທີ່ພິກຂຸໄດ້ສະມາທິ ຊະນິດທີ່ເຈົ້າຖາມນັ້ນ ມີຢູ່.

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ການທີ່ພິກຂຸໄດ້ສະມາທິຊະນິດນັ້ນ ເປັນແນວໃດ ຂ້ານອ້ຍ !”

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ