ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ່ຢູ່ອຸເປກຂາ ມີສະຕິ ແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນລະເສີນຜູ່ນັ້ນວ່າ “ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້. ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່. ຄວາມຄິດອາດຈະມີແກ່ເຂົານັ້ນດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ຕະຕິຢະຊານນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ເປັນສຸຂໃນທິຕຖະທັມ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະໂທມະນັສສະທັງສອງໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ບໍ່ມີສຸຂ

໑໓໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ມີແຕ່ຄວາມທີ່ສະຕິ ເປັນທັມມະຊາຕບໍຣິສຸດເພາະອຸເປກຂາແລ້ວແລຢູ່. ຄວາມຄິດອາດມີແກ່ເຂົານັ້ນດັ່ງນີ້ວ່າ “ເຮົາຢູດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ຈະຕຸຕຖະຊານນີ້ ເຮົາຍັງບໍ່ກ່າວວ່າເປັນທັມເຄື່ອງຂູດເກົາ ໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ເປັນສຸຂໃນທິຕຖະທັມ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະກ້າວຂ້າມຣູປະສັນຍາໂດຍປະການທັງປວງ, ເພາະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງປະຕິຄະສັນຍາ, ເພາະບໍ່ໄດ້ເຮັດໃນໃຈຊຶ່ງຄວາມກໍານົດໝາຍໃນພາວະຕ່າງໆ, ຈຶ່ງບັນລຸ

ອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສບໍ່ມີບ່ອນສິ້ນສຸດ” ແລ້ວແລຢູ່. ຄວາມຄິດອາດຈະມີແກ່ເຂົາດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ອາກາສານັນຈາຢະຕະນະນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ສະງົບ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະກ້າວຂ້າມອາກາສານັນຈາຢະຕະນະໂດຍປະການທັງປວງເສຍແລ້ວ, ຈຶ່ງບັນລຸ ວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີບ່ອນສິ້ນສຸດ” ແລ້ວແລຢູ່. ຄວາມຄິດອາດຈະມີແກ່ເຂົາ ດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ວິນຍານັນຈາຢະຕະນະນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາໃນ

ອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ສະງົບ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະກ້າວຂ້າມວິນຍານັນຈາຢະຕະນະໂດຍປະການທັງປວງເສຍແລ້ວ, ຈຶ່ງບັນລຸ ອາກິນຈັນຍາຢະຕະນະ ອັນມີການທັມໃນໃຈວ່າ “ສິ່ງໃດໆ ບໍ່ມີ” ແລ້ວແລຢູ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໐໓

ຄວາມຄິດອາດຈະມີແກ່ເຂົາ ດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ອາກິນຈັນຍາຢະຕະນະນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ສະງົບ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະກ້າວຂ້າມອາກິນຈັນຍາຢະຕະນະໂດຍປະການທັງປວງເສຍແລ້ວ, ຈຶ່ງບັນລຸ ເນວະ ສັນຍານາສັນຍາຢະຕະນະ ແລ້ວແລຢູ່ ຄວາມຄິດອາດຈະມີແກ່ເຂົາ ດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ເນວະສັນຍານາສັນຍາຢະຕະນະນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາ ໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ສະງົບ ໃນອະຣິຍະວິນັຍ.

- ມູ. ມ. ໑໒/໗໒-໗໔/໑໐໒-໑໐໓.

ອຸປະມາແຫ່ງຈິຕທີ່ປາສະຈາກນິວອຣຫ້າ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ