ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(໔) ເພາະກ້າວຂ້າມເສຍໄດ້ ຊຶ່ງຮູບສັນຍາທັງຫຼາຍໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໃສ່ໃຈນານັຕຕະສັນຍາທັງຫຼາຍ ເປັນຜູ່ ເຂົ້າເຖິງອາກາສານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ອາກາສບໍ່ມີທີ່ສຸດ” ດັ່ງນີ້ແລ້ວແລຢູ່ ; ນີ້ຄື ວິໂມກຂ໌ທີສີ່.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງຮູບສັນຍາ ຊຶ່ງເຮັດຄວາມຜູກພັນຢູ່ໃນຮູບທັງຫຼາຍ

ອັນໃຫ້ເກີດການກະທົບກະທັ່ງກັບສິ່ງທີ່ເປັນຮູບນັ້ນເອງ).

(໕) ເພາະກ້າວຂ້າມເສຍໄດ້ ຊຶ່ງອາກາສານັນຈາຢະຕະນະໂດຍປະການທັງປວງ ເປັນຜູ່ ເຂົ້າເຖິງວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫ້າ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງອາກາສານັນຈາຢະຕະນະສັນຍາ ຊຶ່ງເຮັດ

ຄວາມຜູກພັນຢູ່ໃນອະຮູບປະເພດທໍາອິດຄື ອາກາສານັນຈາຢະຕະນະນນັ້ນເອງ).

໑໓໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ

(໖) ເພາະກ້າວຂ້າມເສຍໄດ້ ຊຶ່ງວິນຍານັນຈາຢະຕະນະໂດຍປະການທັງປວງ ເປັນຜູ່ ເຂົ້າເຖິງອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ “ອັນໃດໆບໍ່ມີ” ດັ່ງນີ້ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີຫົກ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງວິນຍານັນຈາຢະຕະນະສັນຍາ ຊຶ່ງເຮັດຄວາມຜູກພັນຢູ່ໃນອະຮູບປະເພດທີສອງຄື ວິນຍານັນຈາຢະຕະນະນັ້ນເອງ).

(໗) ເພາະກ້າວຂ້າມເສຍໄດ້ ຊຶ່ງອາກິນຈັນຍາຢະຕະນະໂດຍປະການທັງປວງ ເປັນ ຜູ່ເຂົ້າເຖິງເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີເຈັດ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງອາກິນຈັນຍາຢະຕະນະສັນຍາ ຊຶ່ງເຮັດຄວາມຜູກພັນຢູ່ໃນອະຮູບປະເພດທີສາມຄື ອາກິນຈັນຍາຢະຕະນະນັ້ນເອງ).

(໘) ເພາະກ້າວຂ້າມເສຍໄດ້ ຊຶ່ງເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເປັນຜູ່ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ : ນີ້ຄື ວິໂມກຂ໌ທີແປດ.

(ຍ່ອມມີວິໂມກຂ໌ ຄືພົ້ນຈາກອິດທິພົນຂອງເນວະສັນຍານາສັນຍາຢະຕະນະສັນຍາ ຊຶ່ງເຮັດຄວາມຜູກພັນຢູ່ໃນອະຮູບປະເພດທີສີ່ຄື ເນວະສັນຍານາສັນຍາຢະຕະນະນັ້ນເອງ).

ພິກຂຸ ທ. ! ເຫຼົ່ານີ້ແລ ວິໂມກຂ໌ແປດນັ້ນ.

- ອັຕຖກ. ອັງ. ໒໓/໓໑໕/໑໖໓.

ຮູບຊານແລະ ອະຮູບສະມາບັຕ ຍັງບໍ່ແມ່ນທັມຊັ້ນທີ່ເປັນເຄື່ອງຂູດເກົາ

ຈຸນທະ ! ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະສະຫງັດແລ້ວຈາກກາມທັງຫຼາຍ ສະຫງັດແລ້ວຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ປະກອບດ້ວຍວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໐໑

ຄວາມຄິດອາດຈະມີແກ່ເຂົານັ້ນ ດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເປັນເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ປະຖົມມະຊານນີ້ ເຮົາຍັງບໍ່ກ່າວວ່າເປັນທັມເຄື່ອງຂູດເກົາໃນ

ອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ເປັນສຸຂໃນທິຕຖະທັມ ໃນອະຣິຍະວິນັຍ.

ຈຸນທະ ! ອີກຢ່າງໜຶ່ງ ຂໍ້ນີ້ເປັນຖານະທີ່ມີໄດ້ຄື ພິກຂຸບາງອົງຄ໌ໃນກໍລະນີນີ້ ເພາະຄວາມທີ່ວິຕົກວິຈາຣທັງສອງ ລະງັບລົງ ເຂົ້າເຖິງ ທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິ ແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່. ຄວາມຄິດອາດຈະມີແກ່ເຂົານັ້ນດັ່ງນີ້ວ່າ “ເຮົາຢູ່ດ້ວຍທັມເຄື່ອງຂູດເກົາ” ດັ່ງນີ້. ຈຸນທະ ! ແຕ່ທັມຄື ທຸຕິຢະຊານນີ້ ເຮົາຍັງບໍ່ກ່າວວ່າ ເປັນທັມເຄື່ອງຂູດເກົາໃນອະຣິຍະວິນັຍ ກ່ອນ ; ກ່າວແຕ່ພຽງວ່າເປັນທັມ ເຄື່ອງຢູ່ເປັນສຸຂໃນທິຕຖະທັມ ໃນອະຣິຍະວິນັຍ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ