ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ມິຈສາສັງກັປປະ ເປັນແນວໃດໜໍ ? ກາມະສັງກັປປະ ພະຢາປາທະສັງກັປປະ ວິຫິງສາສັງກັປປະ. ພິກຂຸ ທ. ! ນີ້ຄື ມິຈສາສັງກັປປະ.

ພິກຂຸ ທ. ! ສັມມາສັງກັປປະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນວ່າສັມມາສັງກັປປະມີ ໒ ຊະນິດຄື : ສັມມາສັງກັປປະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ກໍມີຢູ່ ; ສັມມາສັງກັປປະອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ກໍມີຢູ່.

ພິກຂຸ ທ. ! ສັມມາສັງກັປປະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ນັ້ນເປັນແນວໃດໜໍ ? ນັ້ນຄື ເນກຂັມມະສັງກັປປະ

ອັບພະຢາປາທະສັງກັປປະ ອະວິຫິງສາສັງກັປປະ. ພິກຂຸ ທ. ! ນີ້ຄື ສັມມາສັງກັປປະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ.

ພິກຂຸ ທ. ! ສັມມາສັງກັປປະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ທັມຄືຄວາມຕຶກ (ຕັກກະ) ຄວາມຕອງ (ວິຕັກກະ) ຄວາມດໍາຣິ (ສັງກັປປະ) ຄວາມຄິດເດັດດ່ຽວ (ອັປປະນາ) ຄວາມຄິດເດັດດ່ຽວເຖິງທີ່ສຸດ (ພະຍັປປະນາ) ຄວາມງອກງາມແຫ່ງຄວາມຄິດເຖິງທີ່ສຸດຂອງຈິຕ (ເຈຕະໂສ ອະພິນິໂຣປະນາ) ແລະ ເຈຕະສິກທັມເຄື່ອງປຸງແຕ່ງການເວົ້າຈາ (ວະຈີສັງຂາໂຣ) ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະໃດແລ ; ພິກຂຸ ທ. ! ນີ້ຄື ສັມມາສັງກັປປະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ.

໑໒໙໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ເຂົານັ້ນພຽນພະຍາຍາມ ເພື່ອລະເສຍຊຶ່ງມິຈສາສັງກັປປະ ເພື່ອເຮັດສັມມາສັງ

ກັປປະໃຫ້ເຖິງພ້ອມ ; ຄວາມພຽນພະຍາຍາມຂອງເຂົານັ້ນເປັນ ສັມມາວາຢາມະ. ເຂົາມີສະຕິລະເສຍໄດ້ ຊຶ່ງມິຈສາສັງກັປປະ ມີສະຕິເຮັດສັມມາສັງກັປປະໃຫ້ເຖິງພ້ອມແລ້ວແລຢູ່ ; ສະຕິເຂົານັ້ນເປັນ ສັມມາສະຕິ.

ດ້ວຍອາການດັ່ງນີ້ ເປັນອັນວ່າ ທັມ ໓ ຢ່າງ ນັ້ນ ຍ່ອມ ຕິດຕາມແວດລ້ອມຊຶ່ງສັມມາສັງກັປປະ ; ສາມຢ່າງນັ້ນໄດ້ແກ່ : ສັມມາທິິຕຖິ ສັມມາວາຢາມະ ສັມມາສະຕິ.

໓. ກຸ່ມສັມມາວາຈາ

ພິກຂຸ ທ. ! ໃນບັນດາອົງເຈັດ ແຫ່ງອະຣິຍະສັມມາສະມາທິນັ້ນ ສັມມາທິຕຖິເປັນທັມນໍາໜ້າ. ນໍາໜ້າແນວໃດໜໍ ? ຄື : ເຂົາຮູ້ມິຈສາວາຈາ ວ່າເປັນມິຈສາວາຈາ, ຮູ້ສັມມາວາຈາ ວ່າເປັນສັມມາວາຈາ ; ຄວາມຮູ້ຂອງເຂົານັ້ນເປັນ ສັມມາທິຕຖິ.

ພິກຂຸ ທ. ! ມິຈສາວາຈາ ເປັນແນວໃດໜໍ ? ມຸສາວາດ ປິສຸນາວາດ ຜະຣຸສະວາດ ສັມຜັປປະລາປະວາດ. ພິກຂຸ ທ. ! ນີ້ຄື ມິຈສາວາຈາ.

ພິກຂຸ ທ. ! ສັມມາວາຈາ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນວ່າສັມມາວາຈາມີຢູ່ ໒ ຊະນິດ ຄື : ສັມມາວາຈາ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ກໍມີຢູ່ ; ສັມມາວາຈາ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງ ເພື່ອນິບພານ ກໍມີຢູ່.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໙໑

ພິກຂຸ ທ. ! ສັມມາວາຈາ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ນັ້ນເປັນແນວໃດໜໍ ? ນັ້ນຄື : ເຈຕະນາເປັນເຄື່ອງງົດເວັ້ນຈາກມຸສາວາດ, ເຈຕະນາເປັນເຄື່ອງງົດເວັ້ນຈາກປິສຸນະວາດ, ເຈຕະນາເປັນເຄື່ອງງົດເວັ້ນຈາກຜະຣຸສະວາດ, ເຈຕະນາເປັນເຄື່ອງງົດເວັ້ນຈາກສັມຜັປປະລາປະວາດ. ພິກຂຸ ທ. ! ນີ້ຄື ສັມມາວາຈາທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ