ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນບັນດາອົງເຈັດ ແຫ່ງອະຣິຍະສັມມາສະມາທິນັ້ນ ສັມມາທິຕຖິເປັນທັມນໍາໜ້າ. ນໍາໜ້າແນວໃດໜໍ ? ຄື : ເຂົາຮູ້ມິຈສາທິຕຖິວ່າເປັນມິຈສາທິຕຖິ, ຮູ້ສັມມາທິຕຖິວ່າເປັນສັມມາທິຕຖິ ; ຄວາມຮູ້ຂອງເຂົານັ້ນເປັນ ສັມມາທິຕຖິ.

ພິກຂຸ ທ. ! ມິຈສາທິຕຖິ ເປັນແນວໃດໜໍ ? ນັ້ນຄືທິຕຖິທີ່ເຫັນວ່າ “ທານທີ່ໃຫ້ແລ້ວບໍ່ມີ (ຜົລ), ຍັນທີ່ບູຊາແລ້ວບໍ່ມີ (ຜົລ), ການບູຊາທີ່ບູຊາແລ້ວບໍ່ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີ ເຮັດຊົ່ວບໍ່ມີ, ໂລກນີ້ບໍ່ມີ, ໂລກອື່ນບໍ່ມີ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໘໗

ມານດາບໍ່ມີ, ບິດາບໍ່ມີ, ໂອປະປາຕິກະສັຕບໍ່ມີ, ສະມະນະພຣາມທີ່ໄປແລ້ວປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນ ດ້ວຍປັນຍາໂດຍຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍບໍ່ມີຢູ່” ດັ່ງນີ້. ພິກຂຸ ທ. ! ນີ້ຄື ມິຈສາທິຕຖິ.

ພິກຂຸ ທ. ! ສັມມາທິຕຖິ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນວ່າສັມມາທິຕຖິມີຢູ່ ໒ ຊະນິດຄື : ສັມມາທິຕຖິ ທີ່ຍັງເປັນໄປດ້ວຍອາສະວະ (ສາສະວະ), ເປັນສ່ວນແຫ່ງບຸນຍ໌ (ປຸນຍະພາຄີຢະ), ມີຜົລເນື່ອງຢູ່ກັບຂອງໜັກ (ອຸປະທິເວປັກກະ) ກໍມີຢູ່ ; ສັມມາທິຕຖິ ອັນເປັນອະຣິຍະ (ອະຣິຢະ), ບໍ່ເປັນໄປດ້ວຍອາສະວະ (ອະນາສະວະ), ນໍາຂຶ້ນສູ່ລະດັບເໜືອໂລກ (ໂລກຸຕຕະຣະ), ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ (ມັຄຄັງຄະ) ກໍມີຢູ່.

ພິກຂຸ ທ. ! ສັມມາທິຕຖິ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ນັ້ນເປັນແນວໃດໜໍ ? ນັ້ນຄື ສັມມາທິຕຖິທີ່ວ່າ “ທານທີ່ໃຫ້ແລ້ວມີ (ຜົລ), ຍັນທີ່ບູຊາແລ້ວມີ (ຜົລ), ການບູຊາທີ່ບູຊາແລ້ວມີ (ຜົລ) ຜົລວິບາກແຫ່ງກັມທີ່ສັຕເຮັດດີ ເຮັດຊົ່ວມີ, ໂລກນີ້ມີ, ໂລກອື່ນມີ, ມານດາມີ, ບິດາມີ, ໂອປະປາຕິກະສັຕມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງໂລກນີ້ແລະໂລກອື່ນ ດ້ວຍປັນຍາໂດຍຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍມີຢູ່” ດັ່ງນີ້. ພິກຂຸ ທ. ! ນີ້ຄື ສັມມາທິຕຖິ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ.

໑໒໘໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ສັມມາທິຕຖິ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ນັ້ນເປັນແນວໃດໜໍ ? ນັ້ນຄືສັມມາທິຕຖິ ທີ່ໄດ້ແກ່ : ປັນຍາ ປັນຍິນຊີ ປັນຍາພະລະ ທັມມະວິຈະຢະສັມໂພຊຊົງຄ໌ ສັມມາທິຕຖິ ທີ່ເປັນອົງຄ໌ແຫ່ງມັຄຄ໌ ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະ ໃດແລ ; ພິກຂຸ ທ. ! ນີ້ຄື ສັມມາທິຕຖິ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ.

ເຂົານັ້ນພຽນພະຍາຍາມ ເພື່ອລະເສຍຊຶ່ງມິຈສາທິຕຖິ ເພື່ອເຮັດສັມມາທິຕຖິໃຫ້ເຖິງພ້ອມ ; ການປະພຶຕຂອງເຂົານັ້ນ ເປັນສັມມາວາຢາມະ. ເຂົາມີສະຕິລະເສຍໄດ້ຊຶ່ງມິຈສາທິຕຖິ ມີສະຕິເຮັດສັມມາທິຕຖິໃຫ້ເຖິງພ້ອມແລ້ວແລຢູ່ ; ສະຕິຂອງເຂົານັ້ນເປັນ ສັມມາສະຕິ.

ດ້ວຍອາການແນວນີ້ ເປັນອັນວ່າ ທັມ ໓ ຢ່າງ ນັ້ນຍ່ອມ ຕິດຕາມແວດລ້ອມຊຶ່ງສັມມາທິຕຖິ໑ ; ສາມຢ່າງນັ້ນໄດ້ແກ່ ສັມມາທິຕຖິ ສັມມາວາຢາມະ ສັມມາສະຕິ.

໒. ກຸ່ມສັມມາສັງກັປປະ

ພິກຂຸ ທ. ! ໃນບັນດາອົງເຈັດແຫ່ງ ສັມມາສະມາທິນັ້ນ ສັມມາທິຕຖິເປັນທັມນໍາໜ້າ. ນໍາໜ້າແນວໃດໜໍ ? ຄື : ເຂົາຮູ້ມິຈສາສັງກັປປະວ່າເປັນມິຈສາສັງກັປປະ, ຮູ້ສັມມາສັງກັປປະວ່າເປັນສັມມາສັງກັປປະ ; ຄວາມຮູ້ຂອງເຂົານັ້ນເປັນ ສັມມາທິຕຖິ.

໑. ຄໍາກ່າວທີ່ວ່າທັມ ໓ ຢ່າງ ມີສັມມາທິຕຖິລວມຢູ່ດ້ວຍ ຕິດຕາມແວດລ້ອມສັມມາທິຕຖິ ນັ້ນໝາຍຄວາມວ່າ

ມີສັມມາທິຕຖິພື້ນຖານ ເປັນການເລີ່ມຕົ້ນ ຊ່ວຍໃຫ້ເກີດສັມມາທິຕຖິສົມບູນແບບ ເຕັມຕາມຄວາມໝາຍ

ຂອງຄໍາຄໍານັ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໘໙

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ