ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຂໍ້ຄວາມທັງໝົດນີ້ ສະແດງໃຫ້ເຫັນໂດຍສະຫຼຸບວ່າ ອານາປານະສະຕິ ມີຜົລເຮັດໃຫ້
ລະສັນໂຍຊນ໌ໄດ້, ເຮັດໃຫ້ກໍາຈັດອະນຸສັຍໄດ້, ເຮັດໃຫ້ຮອບຮູ້ຊຶ່ງທາງໄກຄືອະວິຊຊາ ເຫຕໃຫ້ເກີດອະວິຊຊາ ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ແລະ ທາງປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ, ໃນທີ່ສຸດຍ່ອມເຮັດອາສະວະໃຫ້ດັບສິ້ນໄປ ; ຊຶ່ງໂດຍໃຈຄວາມແລ້ວ ກໍມີຄວາມໝາຍແບບດຽວກັນ ຄືການດັບກິເລສສິ້ນເຊີງນັ້ນເອງ. ທັງໝົດນີ້ເພາະອານາປານະສະຕິສະມາທິພາວະນາ ເຮັດສະຕິປັຕຖານ ໔ ໃຫ້ສົມບູນ ; ສະຕິປັຕຖານ ໔ ສົມບູນແລ້ວ ຍ່ອມເຮັດໃຫ້
ໂພຊຊົງຄ໌ ໗ ໃຫ້ສົມບູນ ; ໂພຊຊົງຄ໌ ໗ ສົມບູນແລ້ວ ຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິໃຫ້ສົມບູນ ; ດັ່ງມີພຸດທະພາສິຕຕຣັດໄວ້ ຊຶ່ງນໍາເອົາມາໃສ່ໄວ້ໃນໜັງສືເຫຼັ້ມນີ້ ໂດຍຫົວຂໍ້ວ່າ “ອານິສົງສ໌ຕາມປົກກະຕິແຫ່ງອານາປານະສະຕິ” ຂໍ້ ຄ. ທີ່ໜ້າ ໑໒໔໙, ແລະ ຫົວຂໍ້ວ່າ “ສະຕິປັຕຖານສີ່ສົມບູນ ເມື່ອອານາປານະສະຕິບໍລິບູນ”, ໂພຊຊົງຄ໌ບໍລິບູນຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິບໍລິບູນ” ຢູ່
ໜ້າ ໑໑໙໘ ເຖິງໜ້າ ໑໒໐໘).
- ມຫາວາຣ. ສັງ. ໑໙/໔໒໕-໔໒໖/໑໔໐໖-໑໔໑໐.
ຊ. ຮູ້ຈັກລົມຫາຍໃຈອັນຈະມີເປັນຄັ້ງສຸດທ້າຍແລ້ວດັບຈິຕ
(ເມື່ອໄດ້ຕຣັດການຝຶກອານາປານະສະຕິຕາມລໍາດັບຄົບ ໑໖ ຂັ້ນ ດັ່ງທີ່ກ່າວໄວ້ໃນໜ້າ ໑໑໘໑ ເຖິງໜ້າ ໑໑໘໔ ແຖວທີແປດໃນໜັງສືເຫຼັ້ມ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ດັ່ງນີ້ແລ້ວ ໄດ້ຕຣັດອານິສົງສ໌ແຫ່ງອານາປານະສະຕິນີ້ວ່າ :-).
ຣາຫຸລະ ! ເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍຊຶ່ງອານາປານະສະຕິເຊັ່ນນີ້ແລ້ວ ລົມອັສສາສະປັສສາສະ ອັນຈະມີເປັນຄັ້ງສຸດທ້າຍ ເມື່ອຈະດັບຈິຕນັ້ນ ຈັກເປັນສິ່ງທີ່ເຂົາຮູ້ແຈ້ງແລ້ວດັບໄປ ບໍ່ແມ່ນເປັນສິ່ງທີ່ເຂົາບໍ່ຮູ້ແຈ້ງ ດັ່ງນີ້. (ລາຍລະອຽດກ່ຽວກັບເລື່ອງນີ້ ເບິ່ງໄດ້ຈາກໜັງສືອານາປານະສະຕິ (ຊຸດທັມມະໂຄສຂອງພຸດທະທາສ) ໜ້າ ໕໑໕).
- ມ. ມ. ໑໓/໑໔໐-໑໔໒/໑໔໖.
໑໒໖໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ຍ. ເຫຕປັຈຈັຍທີ່ພຣະສາສນາຈະຕັ້ງຢູ່ດົນພາຍຫຼັງພຸດທະປະຣິນິບພານ
“ຂ້າແດ່ພຣະໂຄດົມຜູ່ຈະເຣີນ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເມື່ອພຣະຕະຖາຄົຕປະຣິນິບພານແລ້ວ ພຣະສັດທັມຈະບໍ່ຕັ້ງຢູ່ດົນ ? ຂ້າແດ່ພຣະໂຄດົມຜູ່ຈະເຣີນ ! ອັນໃດເປັນເຫຕ ອັນໃດເປັນປັຈຈັຍ ທີ່ເມື່ອພຣະຕະຖາຄົຕປະຣິນິບພານແລ້ວ ພຣະສັດທັມຈະຕັ້ງຢູ່ດົນ ຂ້ານ້ອຍ !”.
ພຣາມ ! ເພາະບໍ່ມີການເຮັດໃຫ້ຈະເຣີນ ເພາະບໍ່ມີການເຮັດໃຫ້ຫຼາຍຊຶ່ງສະຕິ
ປັຕຖານທັງສີ່ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມບໍ່ຕັ້ງຢູ່ດົນ.
ແຕ່ພຣາມເອີຍ ! ເພາະມີການເຮັດໃຫ້ຈະເຣີນ ເພາະມີການເຮັດໃຫ້ຫຼາຍຊຶ່ງສະຕິປັຕຖານສີ່ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ສັດທັມຍ່ອມຕັ້ງຢູ່ດົນ. ສະຕິປັຕຖານສີ່ ແນວໃດໜໍ ? ພຣາມ ! ພິກຂຸໃນກໍລະນີນີ້ ເປັນຜູ່ມີປົກກະຕິຕາມເຫັນກາຍໃນກາຍຢູ່ເປັນປະຈໍາ (ຂໍ້ຄວາມຕໍ່ໄປນີ້ ກໍເໝືອນກັບຂໍ້ຄວາມທີ່ຕຣັັສໄວ້ໃນບ່ອນອື່ນໆ).
- ມຫາວາຣ. ສັງ. ໑໙/໒໓໒/໗໗໘-໗໗໙.
ອານິສົງສ໌ແຫ່ງຄວາມບໍ່ປະມາດຄືສະຕິ
ພິກຂຸ ທ. ! ເຮົາບໍ່ມອງເຫັນທັມອື່ນແມ່ນແຕ່ຢ່າງດຽວ ທີ່ເປັນເຫຕໃຫ້ກຸສົລທັມທີ່ຍັງບໍ່ເກີດ ເກີດຂຶ້ນ ຫຼືອະກຸສົລທັມທີ່ເກີດຢູ່ແລ້ວຍ່ອມເສື່ອມສິ້ນໄປ, ເໝືອນຄວາມ
ບໍ່ປະມາດນີ້. ພິກຂຸ ທ. ! ເມື່ອບຸຄຄົນບໍ່ປະມາດແລ້ວ, ກຸສົລທັມທີ່ຍັງບໍ່ເກີດ ກໍເກີດຂຶ້ນ ແລະ ອະກຸສົລທັມທີ່ເກີດຢູ່ແລ້ວ ກໍເສື່ອມສິ້ນໄປ.
- ເອກກ. ອັງ. ໒໐/໑໓/໖໐.
(ໃນສູຕອື່ນ ທົງສະແດງອານິສົງສ໌ແຫ່ງຄວາມບໍ່ປະມາດ ວ່າເຮັດໃຫ້ເປັນໄປເພື່ອປະໂຍຊນ໌ອັນໃຫຍ່ຫຼວງ (ມະຫະໂຕ ອັຕຖາຢະ ສັງວັຕຕະຕິ) - ໒໐/໑໘/໘໔.
ໃນສູຕອື່ນທົງສະແດງວ່າ ເປັນສິ່ງທີ່ເປັນໄປເພື່ອຄວາມຕັ້ງຢູ່ ຄວາມບໍ່ລືມເລືອນ ຄວາມບໍ່ສູນຫາຍແຫ່ງພຣະສັດທັມ (ສັດທັມມັສສະ ຖິຕິຢາ ອະສັມໂມສາຢະ ອະນັນຕຣະດານາຢະ ສັງວັຕຕະຕິ). - ໒໐/໒໓/໑໑໖.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໖໗
ໃນສູຕອື່ນທົງສະແດງວ່າ ເປັນເຫຕໃຫ້ເກີດປະໂຍຊນ໌ອັນໃຫຍ່ຫຼວງ ຊະນິດທີ່ເປັນໄປໃນພາຍໃນ - ໒໐/໒໑/໑໐໐).








